ກະຊວງການຕ່າງປະເທດສະຫະລັດ ກ່າວໃນລາຍງານການຄ້າມະນຸດປະຈຳປີ ທີ່ນຳອອກເຜີຍແຜ່ໃນວັນອັງຄານວານນີ້ວ່າ ການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການຄ້າມະນຸດ ເພີ້ມຄວາມຮ້າຍແຮງຂຶ້ນ.
ນັບແຕ່ກາງເດືອນຕຸລາປີ 2021 ພວກເດັກນ້ອຍອາຍຸ 5 ຫາ 11 ປີ ຫຼາຍກວ່າ 8,300 ຄົນ ໄດ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ເນື່ອງຈາກໂຄວິດ-19 ແລະເກືອບ 100 ຄົນ ໄດ້ເສຍຊີວິດ ຍ້ອນໂຄວິດ-19.
ທ່ານໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວ ຫຼັງຈາກໄດ້ເປັນເຈົ້າພາບ ຈັດການໂອ້ລົມທາງວີດີໂອວ່າ “ຂ້າພະເຈົ້າໄດ້ມີການປະຊຸມທີ່ດີແທ້ໆເລີຍ-ໂດຍເປັນເອກະພາບກັນລວມທັງໝົດກັບບັນດາຜູ້ນຳຂອງປະເທດໃນຢູໂຣບ.”
ຂອບເຂດທີ່ລັດຖະບານ ມີເຈຕະນາທີ່ຈະຕັດການສະໜອງ ເຄື່ອງມືເທັກໂນໂລຈີລະດັບສູງ ໃຫ້ ຣັດເຊຍ ແມ່ນບໍ່ຈະແຈ້ງ, ແລະ ນັ້ນຄົງຈະເປັນຄວາມຕັ້ງໃຈ, ອີງຕາມການກ່າວຂອງນັກຊ່ຽວຊານ.
ໂຮງຮຽນໃນເຂດເທດສະບານແຫ່ງຕ່າງໆ ແຟຣແຟກສ໌ ພຣິນສ໌ວີລລຽມ ຫຼື ອາຣລິງຕັນ ຄາວຕີ ກໍໄດ້ສົ່ງໜັງສືແຈ້ງໃຫ້ຜູ້ປົກຄອງຊາບທົ່ວກັນວ່າ ໂຮງຮຽນຍັງບັງຄັບໃຫ້ພວກນັກຮຽນທຸກຄົນ ໃສ່ໜ້າກາກ ເວລາຢູ່ໃນໂຮງຮຽນຄືເກົ່າ.
ທ່ານ ບໍແຣລ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາຈະບໍ່ເຮັດແບບດຽວກັນ ເພາະວ່າພວກເຮົາບໍ່ຮູ້ເຫດຜົນທີ່ສະເພາະເຈາະຈົງໃດໆ ແຕ່ລັດຖະມົນຕີ ບລິງເຄັນ ຈະແຈ້ງໃຫ້ພວກເຮົາຮູ້.”
ຮ່າງກົດໝາຍ ວ່າດ້ວຍສິດໃນການປ່ອນບັດເລືອກຕັ້ງ ສອງສະບັບ ທີ່ຈະຂະຫຍາຍການຄວບຄຸມຂອງລັດຖະບານກາງ ແມ່ນຍັງຄ້າງຄາ ຢູ່ໃນສະພາສູງ ຍ້ອນການຄັດຄ້ານ ຂອງພັກຣີພັບບລີກັນ.
ລັດຖະບານທ່ານ ໄບເດັນ ໄດ້ຈຳກັດອຸປະກອນກວດໂຄວິດດັ່ງກ່າວ ໃຫ້ແຕ່ປະຊາຊົນເທົ່ານັ້ນ, ທຸລະກິດຕ່າງໆແມ່ນບໍ່ມີສິດຂໍ.
ຈົ້າໜ້າທີ່ອະວຸໂສ ຂອງກະຊວງຕ່າງປະເທດສະຫະລັດໄດ້ກ່າວວ່າ “ການທູດຍັງບໍ່ທັນຕາຍເທື່ອ ທາງຝ່າຍສະຫະລັດເຊື່ອວ່າ ມີທາງດຽວ ທີ່ຈະແກ້ໄຂການຂັດແຍ້ງນີ້ ໃຫ້ເປັນຜົນສຳເລັດ ກໍຄືຜ່ານທາງການທູດ.”
ທ່ານໄບເດັນ ໄດ້ຂອບໃຈ ບໍລິສັດບໍລິການໂທລະສັບມືຖືດັ່ງກ່າວ ສຳລັບການເລື່ອນກຳນົດ ແລະໄດ້ກ່າວວ່າ ການເຈລະຈາຄວນດຳເນີນຕໍ່ໄປ.
ກອງປະຊຸມຖະແຫຼງຂ່າວ ຄັ້ງທຳອິດ ຂອງປະທານາທິບໍດີ ໄບເດັນ ໃນປີ 2022 ຈະມີຂຶ້ນໃນຂະນະທີ່ຄວາມນິຍົມໃນການສຳຫຼວດຄວາມຄິດເຫັນ ຂອງບັນດາຜູ້ລົງຄະແນນສຽງ ໄດ້ຕົກລົງຢ່າງສະໝໍ່າສະເໝີ.
ໂຫລດຕື່ມອີກ
No live streaming currently available