ປະທານາທິບໍດີໄປເດັນ ໄດ້ໂອ້ລົມກັບພວກອາສາສະໝັກ ໃນວັນອາທິດວານນີ້ ຢູ່ສະຖານທີ່ແຈກ ຢາຍອາຫານ ອັນເປັນພາກສ່ວນຂອງວັນລະນຶກເຖິງ ທ່ານ ມາຕິນ ລູເທີ ຄິງ ຈູເນຍ.
ຍັງມີຜູ້ປົກຄອງຫຼາຍໆຄົນ ທີ່ຍັງມີຄວາມກັງວົນ ແລະຍັງຕ້ອງການສັງເກດເບິ່ງສະພາບການໄປກ່ອນ ຖ້າເຫັນວ່າ ເດັກນ້ອຍຫຼາຍໆຄົນບໍ່ມີຜົນຂ້າງຄຽງຫຍັງ ຈຶ່ງຈະນໍາເອົາບຸດຫຼານຂອງຕົນເອງໄປສັກຢາວັກຊີນດັ່ງກ່າວ.
ມັນຂຶ້ນຢູ່ກັບຂັ້ນຕອນ ໃນການກວດ, ພວກເຈົ້າຖູຮູດັງ 5 ຫາ 10 ເທື່ອ ໃນແຕ່ລະເບື້ອງ ແລະຈາກນັ້ນ ພວກເຈົ້າກໍເອົາໃສ່ໃນນໍ້າຢາ ທີ່ໃຊ້ສໍາລັບການກວດ ໂດຍພວກເຈົ້າພຽງແຕ່ຕັ້ງເວລາ.
ອັນເນື່ອງມາຈາກ ຂໍ້ລິເລີ້ມຂອງອົງການອະວະກາດສະຫະລັດ ຫລື NASA ທີ່ຈະສົ່ງນັກບິນອະວະກາດ ກັບຄືນໄປຍັງດວງເດືອນ ໂດຍມີເປົ້າໝາຍອັນສຸດທ້າຍ ຄືໄປເຖິງດາວພະອັງຄານ.
ຄວາມບໍ່ພໍໃຈເຫຼົ່ານັ້ນ ແມ່ນຢູ່ໃນການຄົ້ນຄວ້າເດືອນນີ້ ໃນລາຍງານທີ່ມີຂຶ້ນຕ່າງຫາກ ໂດຍມະຫາວິທະຍາໄລທາວສັນ ແລະໂຄງການໄລຍະຂ້າມຜ່ານຂອງທຳນຽບຂາວ ຕະຫຼອດທັງຄະນະກຳມະການປົກປ້ອງນັກຂ່າວ.
ທ່ານ ໄບເດັນ ໄດ້ສະແດງຄວາມຄິດທີ່ເປັນແງ່ບວກເລັກນ້ອຍ ກ່ຽວກັບ ໂອກາດຂອງທ່ານ ທີ່ຈະຊະນະການຮັບຮອງ ສຳລັບຮ່າງກົດໝາຍນິຕິບັນຍັດດັ່ງກ່າວ.
ນັບແຕ່ເດືອນພະຈິກເປັນຕົ້ນມາ ສະຫະລັດໄດ້ສົ່ງທະຫານ ແລະເຈົ້າໜ້າທີ່ສຸກເສີນ ຂອງລັດຖະບານກາງ ຫຼາຍກວ່າ 800 ຄົນ ໄປຍັງ 24 ລັດ ເຂດຊົນເຜົ່າ ແລະດິນແດນຕ່າງໆ ອີງຕາມຄຳເວົ້າທຳນຽບຂາວ.
ຄະດີຂອງທ້າວສະຕວດ ໂຣດສ໌ ແມ່ນເປັນຄັ້ງທຳອິດ ທີ່ກະຊວງຍຸຕິທຳ ໄດ້ນຳເອົາຂໍ້ຫາການສົມຮູ້ຮ່ວມຄິດປຸກລະດົມ ເພື່ອກໍ່ກະບົດ ມາຟ້ອງຕໍ່ຜູ້ກໍ່ຈະລາຈົນ ໃນວັນທີ 6 ມັງກອນ ປີກາຍນີ້.
ທ່ານກ່າວອີກວ່າຄຳເວົ້າຂອງ ດຣ. ຄິງຍັງມີຄວາມໝາຍແລະແທດເໝາະກັບຊີວິດຂອງຄົນທີ່ຢູ່ໃນສະພາບທີ່ຫຍໍ້ທໍ້ ຫລືບໍ່ເທົ່າທຽມຄົນອື່ນແລະຢາກປົດປ່ອຍໂຕເອງອອກຈາກສະພາບນັ້ນ.
ສະຫະລັດ ໄດ້ເພີ້ມການລົງໂທດຂອງຕົນ ຕໍ່ເກົາຫຼີເໜືອ ທີ່ແນໃສ່ຊາວເກົາຫຼີເໜືອຫ້າຄົນ ທີ່ຖືກກ່າວຫາວ່າ ເປັນຜູ້ຮັບຜິດຊອບ ໃນການຊື້ສິນຄ້າຕ່າງໆ ສຳລັບໂຄງການອາວຸດ ຂອງພຽງຢາງ.
ໄວຣັສສາຍພັນໂອໄມຄຣອນ ໄດ້ແຜ່ກະຈາຍໄປທົ່ວສະຫະລັດ, ດຣ. ໂຣເຊລ ວາເລັນສະກີ ໄດ້ເນັ້ນວ່າ ການໃສ່ໜ້າກາກ, ການຮັບການສັກຢາວັກຊີນ ແລະການກວດໂຄວິດ-19 ເມື່ອມີຄວາມຈໍາເປັນ.
ໂຫລດຕື່ມອີກ
No live streaming currently available