ການໂຈມຕີດັ່ງກ່າວ, ທ່ານ ທອມສັນ ໄດ້ກ່າວໃນລະຫວ່າງຄຳປາໄສ ເປີດພິທີນັ້ນ, ແມ່ນ “ຈຸດສູງສຸດຂອງການພະຍາຍາມກໍ່ລັດຖະປະຫານ.”
ຜູ້ປົກຄອງລັດ ທ່ານແລຣີ ໂຮແກັນ ຜູ້ທີ່ໄດ້ຮັບແຈ້ງໃຫ້ຊາບກ່ຽວກັບເຫດການຍິ່ງສັງຫານນັ້ນ ໄດ້ກ່າວວ່າ ຊາຍຜູ້ນັ້ນ ໄດ້ເປີດສາກຍິງໃສ່ເຈົ້າໜ້າທີ່ຕຳຫຼວດລັດກ່ອນ ແລະຢ່າງໜ້ອຍເຈົ້າໜ້າທີ່ຕຳຫຼວດຄົນນຶ່ງໄດ້ຍິງຕອບໂຕ້ ແລະໄດ້ເຮັດໃຫ້ຜູ້້ຕ້ອງສົງໄສບາດເຈັບ
ສະພາຕ່ຳໄດ້ຮັບຮອງເອົາຮ່າງກົດໝາຍຄວບຄຸມປືນຢ່າງກວ້າງຂວາງ ໃນວັນ ພຸດວານນີ້ ເພື່ອຕອບໂຕ້ຕໍ່ການຍິງສັງຫານໝູ່ໃນເມືອງບັບຟາໂລ, ລັດນິວຢອກ ແລະ ຢູວາລເດ, ລັດເທັກຊັສ, ເຊິ່ງຈະເຮັດໃຫ້ເພີ້ມຂີດຈຳກັດອາຍຸຂຶ້ນອີກ ສຳລັບການຊື້ປືນເຄິ່ງອັດຕະໂນມັດ ແລະຫ້າມຂາຍຝັກລູກປືນທີ່ມີຄວາມສາມາດຍິງໄດ້ຫລາຍກ່ວາ 15 ລູກ,
ທຳນຽບຂາວໄດ້ກ່າວວ່າ ທ່ານໄບເດັນ ເນັ້ນໜັກວ່າ ສະຫະລັດ “ຮັັບຮູ້ແລະສະໜັບສະໜຸນ ສະພາແຫ່ງຊາດທີ່ຖືກເລືອກຕັ້ງໃນປີ 2015 ຢ່າງເປັນປະຊາທິປະໄຕ ແລະທ່ານກວາອີໂດ ເປັນປະທານາທິບໍດີ ຮັກສາການຊົ່ວຄາວ ຂອງເວເນຊູເອລາ”
ທ່ານ ໄບເດັນ ໄດ້ກ່າວໃນລະຫວ່າງພິທີເປີດຂອງກອງປະຊຸມສຸດຍອດວ່າ “ພາກພື້ນຂອງພວກເຮົາແມ່ນໃຫຍ່ ແລະ ຫຼາກຫຼາຍ.
ສະພາບການນີ້ ເຮັດໃຫ້ອາຫານການກິນ ແລະຄ່າເຊົ່າບ້ານເຮືອນ ກໍແພງຂຶ້ນໄປຕາມໆກັນ ຊຶ່ງນາງອາແລັກສ໌ ເວົ້າກັບວີໂອເອອີກວ່າ “ເລື້ອງຢູ່ເລື້ອງກິນນັ້ນ ກໍບໍ່ໄດ້ຕັດລົງ ແຕ່ຢ່າງໃດເລີຍ
ການເດີມພັນເພີ່ມສູງຂຶ້ນ ສໍາລັບການຮັບຟັງຄະດີຂອງສະພາສູງ ທີ່ຈະເລີ່ມຕົ້ນຂຶ້ນ ໃນທ້າຍອາທິດນີ້ ໂດຍການຕັ້ງຂໍ້ຫາວ່າ ສົມຮູ້ຮ່ວມຄິດໃນການກໍ່ຄວາມວຸ້ນວາຍ ຕໍ່ຜູ້ນໍາຂອງກຸ່ມທີ່ເປັນກຸ່ມໂດດເດັ່ນທີ່ສຸດກຸ່ມນຶ່ງ ທີ່ໄດ້ມີສ່ວນກ່ຽວພັນກັບການໂຈມຕີ ຫໍລັດຖະສະພາຂອງສະຫະລັດ ໃນວັນທີ 6 ມັງກອນ 2021
ສະຫະລັດເຕືອນວ່າຈະມີ “ການຕອບໂຕ້ຢ່າງວ່ອງໄວ ແລະຮຸນແຮງ” ຖ້າຫາກເກົາຫຼີເໜືອທຳການທົດ ລອງນິວເຄຼຍ. ບັນດານັກຊ່ຽວຊານກ່າວວ່າ ການໂຕ້ຕອບດັ່ງກ່າວ ຕ້ອງລວມເຖິງການເພີ້ມ ຄວາມເຂັ້ມແຂງດ້ານປ້ອງກັນຊາດຂອງເກົາຫຼີໃຕ້ ຂະນະທີ່ແນເປົ້າໝາຍໃສ່ບັນດາອົງການ ແລະ ບຸກຄົນຂອງຈີນ ແລະຣັດເຊຍ ທີ່ສະໜັບສະໜູນໂຄງການອາວຸດຂອງພຽງຢາງ.
ໃນຄຳປາໄສເປີດພິທີຕໍ່ຄະນະກຳມະການນັ້ນ, ທ່ານນາງ ເບັນເນັດ ໄດ້ກ່າວ ກ່ຽວກັບບົດບາດຂອງການຂ່າວໃນສັງຄົມວ່າ: “ພວກເຮົາແມ່ນຢູ່ໃນຊ່ວງເວລາທີ່ສຳຄັນໃນປະຫວັດສາດ.”
ຜູ້ນຳສຽງສ່ວນຫຼາຍພັກເດໂມແຄຣັດ ໃນສະພາສູງ ທ່ານ ຈັກ ຊູເມີ ໄດ້ກ່າວວ່າທ່ານຈະໃຫ້ເວລາບັນດານັກເຈລະຈາ ຈົນຮອດຢ່າງໜ້ອຍທ້າຍອາທິດ ເພື່ອບັນລຸຂໍ້ຕົກລົງ.
ເກົາຫຼີໃຕ້ ແລະ ສະຫະລັດ ໄດ້ທຳການສະແດງກຳລັງທາງອາກາດ ທີ່ມີ ເຮືອບິນລົບ 20 ລຳ ເຂົ້າຮ່ວມໃນວັນອັງຄານມື້ນີ້ ເຊິ່ງເປັນການສະແດງ ກຳລັງການທະຫານຄັ້ງຫລ້າສຸດຂອງພັນທະມິດ ທ່າມກາງການສົ່ງສັນຍານວ່າ ເກົາຫຼີເໜືອ ອາດຈະທຳການທົດລອງນິວເຄລຍໃນໄວໆນີ້.
ຫຼາຍກວ່າສາມສິບຄົນ ໄດ້ຖືກຕັ້ງຂໍ້ຫາໃນການບຸກເຂົ້າໄປປິດລ້ອມລັດຖະສະພາ ກໍໄດ້ຖືກລະບຸໂຕໂດຍເຈົ້າໜ້າທີ່ຂອງລັດຖະບານກາງ ວ່າ ເປັນພວກຜູ້ນຳ, ສະມາຊິກ ຫຼື ມີສ່ວນກ່ຽວພັນກັບກຸ່ມພຣາວບອຍສ໌
ໂຫລດຕື່ມອີກ
No live streaming currently available