ສະຫະລັດເຕືອນວ່າຈະມີ “ການຕອບໂຕ້ຢ່າງວ່ອງໄວ ແລະຮຸນແຮງ” ຖ້າຫາກເກົາຫຼີເໜືອທຳການທົດ ລອງນິວເຄຼຍ. ບັນດານັກຊ່ຽວຊານກ່າວວ່າ ການໂຕ້ຕອບດັ່ງກ່າວ ຕ້ອງລວມເຖິງການເພີ້ມ ຄວາມເຂັ້ມແຂງດ້ານປ້ອງກັນຊາດຂອງເກົາຫຼີໃຕ້ ຂະນະທີ່ແນເປົ້າໝາຍໃສ່ບັນດາອົງການ ແລະ ບຸກຄົນຂອງຈີນ ແລະຣັດເຊຍ ທີ່ສະໜັບສະໜູນໂຄງການອາວຸດຂອງພຽງຢາງ.
ໃນຄຳປາໄສເປີດພິທີຕໍ່ຄະນະກຳມະການນັ້ນ, ທ່ານນາງ ເບັນເນັດ ໄດ້ກ່າວ ກ່ຽວກັບບົດບາດຂອງການຂ່າວໃນສັງຄົມວ່າ: “ພວກເຮົາແມ່ນຢູ່ໃນຊ່ວງເວລາທີ່ສຳຄັນໃນປະຫວັດສາດ.”
ຜູ້ນຳສຽງສ່ວນຫຼາຍພັກເດໂມແຄຣັດ ໃນສະພາສູງ ທ່ານ ຈັກ ຊູເມີ ໄດ້ກ່າວວ່າທ່ານຈະໃຫ້ເວລາບັນດານັກເຈລະຈາ ຈົນຮອດຢ່າງໜ້ອຍທ້າຍອາທິດ ເພື່ອບັນລຸຂໍ້ຕົກລົງ.
ເກົາຫຼີໃຕ້ ແລະ ສະຫະລັດ ໄດ້ທຳການສະແດງກຳລັງທາງອາກາດ ທີ່ມີ ເຮືອບິນລົບ 20 ລຳ ເຂົ້າຮ່ວມໃນວັນອັງຄານມື້ນີ້ ເຊິ່ງເປັນການສະແດງ ກຳລັງການທະຫານຄັ້ງຫລ້າສຸດຂອງພັນທະມິດ ທ່າມກາງການສົ່ງສັນຍານວ່າ ເກົາຫຼີເໜືອ ອາດຈະທຳການທົດລອງນິວເຄລຍໃນໄວໆນີ້.
ຫຼາຍກວ່າສາມສິບຄົນ ໄດ້ຖືກຕັ້ງຂໍ້ຫາໃນການບຸກເຂົ້າໄປປິດລ້ອມລັດຖະສະພາ ກໍໄດ້ຖືກລະບຸໂຕໂດຍເຈົ້າໜ້າທີ່ຂອງລັດຖະບານກາງ ວ່າ ເປັນພວກຜູ້ນຳ, ສະມາຊິກ ຫຼື ມີສ່ວນກ່ຽວພັນກັບກຸ່ມພຣາວບອຍສ໌
ລາຄານໍ້າມັນລັດຢູ່ໃນສະຫະລັດຍັງສືບຕໍ່ສູງຂຶ້ນຢູ່ໃນຫລາຍພາກຂອງສະຫະລັດ ໂດຍສະເພາະຢູ່ບ້ານເມີໂດຊິໂນ (Medocino) ລາຄາເກືອບ 10 ໂດລາ ຕໍ່ນຶ່ງກາລອນ ຊຶ່ງເປັນໝູ່ບ້ານນ້ອຍໆແຫ່ງນຶ່ງຫ່າງຈາກ ນະຄອນແຊນ ແຟຣນຊິສໂກປະມານ 175 ໄມ
ການປະກາດດັ່ງກ່າວໄດ້ມີຂຶ້ນໂດຍເປັນພາກສ່ວນນຶ່ງຂອງມາດຕະການຕ່າງໆ ເພື່ອເລັ່ງການພັດທະນາຜະລິດຕະພັນພະລັງງານສະອາດໃນສະຫະລັດ.
ລັດຖະມົນຕີກະຊວງການຄ້າສະຫະລັດທ່ານນາງຈີນາ ເຣມອນໂດ ກ່າວໃນວັນອາທິດວານນີ້ວ່າ ປະທານາທິບໍດີໂຈ ໄບເດັນໄດ້ ບອກໃຫ້ທີມງານຂອງທ່ານ ກວດເບິ່ງທາງເລືອກຕ່າງໆໃນການຍົກເລີກອັດຕາ ພາສີບາງຢ່າງຕໍ່ຈີນ ທີ່ວາງອອກໂດຍອະດີດປະທານາທິບໍດີດໍໂນລ ທຣຳ ເພື່ອ ຕ້ານກັບອັດຕາໄພເງິນເຟີ້ທີ່ສູງຢູ່ໃນເວລານີ້.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຢູ່ໃນການກ່າວປາໄສ ທີ່ທຳນຽບຂາວ ໃນຄືນວັນພະຫັດວານນີ້ ໄດ້ຂໍຮ້ອງລັດຖະສະພາອະນຸມັດ “ມາດຕະການທີ່ເປັນສາມັນສຳນຶກ” ເພື່ອສະກັດກັ້ນການຍິງສັງຫານໝູ່ ທີ່ໄດ້ເຮັດໃຫ້ຊາວອາເມຣິກັນຫວັ່ນວິຕົກ ໂດຍຮຽກຮ້ອງໃຫ້ມີຂໍ້ຈຳກັດໃໝ່ ທີ່ທ່ານກ່າວວ່າ ຈະຊ່ວຍຕ້ານການກໍ່ຄວາມຮຸນແຮງດ້ວຍປືນ.
ລັດຖະບານສະຫະລັດ ກ່າວໃນວັນພະຫັດວານີ້ວ່າ ຕົນພະຍາຍາມທີ່ຈະປິດຊ່ອງຫວ່າງ ພວກຫລົບຫລີກມາດຕະການລົງໂທດ ທີ່ໃຊ້ໂດຍພວກຊົນຊັ້ນສູງຂອງຣັດເຊຍ ຮວມທັງປະທານາທິບໍດີຣັດເຊຍ ທ່ານວລາເດເມຍ ປູຕິນ
ຄວາມສຳພັນລະຫວ່າງສະຫະລັດກັບໄຕ້ຫວັນ ຄັ້ງຫຼ້າສຸດນີ້ ອາດເຮັດໃຫ້ສາຍ ສຳພັນລະຫວ່າງວໍຊິງຕັນ ກັບປັກກິ່ງ ເຄັ່ງຕຶງຂຶ້ນຕື່ມອີກ.
ບັນດາເຈົ້າໜ້າທີ່ລັດຖະບານໄດ້ກ່າວວ່າການຊ່ວຍເຫຼືອດ້ານອາວຸດໃໝ່ນີ້ແມ່ນ “ຖືກອອກແບບມາຕາມຄວາມຕ້ອງການ” ຂອງສະຖານະຄວາມຂັດແຍ້ງໃນປັດຈຸບັນນີ້
ໂຫລດຕື່ມອີກ
No live streaming currently available