ລາຄານໍ້າມັນລັດຢູ່ໃນສະຫະລັດຍັງສືບຕໍ່ສູງຂຶ້ນຢູ່ໃນຫລາຍພາກຂອງສະຫະລັດ ໂດຍສະເພາະຢູ່ບ້ານເມີໂດຊິໂນ (Medocino) ລາຄາເກືອບ 10 ໂດລາ ຕໍ່ນຶ່ງກາລອນ ຊຶ່ງເປັນໝູ່ບ້ານນ້ອຍໆແຫ່ງນຶ່ງຫ່າງຈາກ ນະຄອນແຊນ ແຟຣນຊິສໂກປະມານ 175 ໄມ
ການປະກາດດັ່ງກ່າວໄດ້ມີຂຶ້ນໂດຍເປັນພາກສ່ວນນຶ່ງຂອງມາດຕະການຕ່າງໆ ເພື່ອເລັ່ງການພັດທະນາຜະລິດຕະພັນພະລັງງານສະອາດໃນສະຫະລັດ.
ລັດຖະມົນຕີກະຊວງການຄ້າສະຫະລັດທ່ານນາງຈີນາ ເຣມອນໂດ ກ່າວໃນວັນອາທິດວານນີ້ວ່າ ປະທານາທິບໍດີໂຈ ໄບເດັນໄດ້ ບອກໃຫ້ທີມງານຂອງທ່ານ ກວດເບິ່ງທາງເລືອກຕ່າງໆໃນການຍົກເລີກອັດຕາ ພາສີບາງຢ່າງຕໍ່ຈີນ ທີ່ວາງອອກໂດຍອະດີດປະທານາທິບໍດີດໍໂນລ ທຣຳ ເພື່ອ ຕ້ານກັບອັດຕາໄພເງິນເຟີ້ທີ່ສູງຢູ່ໃນເວລານີ້.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຢູ່ໃນການກ່າວປາໄສ ທີ່ທຳນຽບຂາວ ໃນຄືນວັນພະຫັດວານນີ້ ໄດ້ຂໍຮ້ອງລັດຖະສະພາອະນຸມັດ “ມາດຕະການທີ່ເປັນສາມັນສຳນຶກ” ເພື່ອສະກັດກັ້ນການຍິງສັງຫານໝູ່ ທີ່ໄດ້ເຮັດໃຫ້ຊາວອາເມຣິກັນຫວັ່ນວິຕົກ ໂດຍຮຽກຮ້ອງໃຫ້ມີຂໍ້ຈຳກັດໃໝ່ ທີ່ທ່ານກ່າວວ່າ ຈະຊ່ວຍຕ້ານການກໍ່ຄວາມຮຸນແຮງດ້ວຍປືນ.
ລັດຖະບານສະຫະລັດ ກ່າວໃນວັນພະຫັດວານີ້ວ່າ ຕົນພະຍາຍາມທີ່ຈະປິດຊ່ອງຫວ່າງ ພວກຫລົບຫລີກມາດຕະການລົງໂທດ ທີ່ໃຊ້ໂດຍພວກຊົນຊັ້ນສູງຂອງຣັດເຊຍ ຮວມທັງປະທານາທິບໍດີຣັດເຊຍ ທ່ານວລາເດເມຍ ປູຕິນ
ຄວາມສຳພັນລະຫວ່າງສະຫະລັດກັບໄຕ້ຫວັນ ຄັ້ງຫຼ້າສຸດນີ້ ອາດເຮັດໃຫ້ສາຍ ສຳພັນລະຫວ່າງວໍຊິງຕັນ ກັບປັກກິ່ງ ເຄັ່ງຕຶງຂຶ້ນຕື່ມອີກ.
ບັນດາເຈົ້າໜ້າທີ່ລັດຖະບານໄດ້ກ່າວວ່າການຊ່ວຍເຫຼືອດ້ານອາວຸດໃໝ່ນີ້ແມ່ນ “ຖືກອອກແບບມາຕາມຄວາມຕ້ອງການ” ຂອງສະຖານະຄວາມຂັດແຍ້ງໃນປັດຈຸບັນນີ້
ທ່ານ ໄບເດັນ ໄດ້ກ່າວຢ້ຳວ່າລັດຖະບານຂອງທ່ານ ໄດ້ພະຍາຍາມທີ່ຈະເປັນຄູ່ຮ່ວມ ກັບປະເທດຕ່າງໆໃນພາກພື້ນນັ້ນ. ທ່ານໄດ້ກ່າວວ່າ “ພວກເຮົາມີວຽກໃຫ້ເຮັດຫຼາຍກວ່າເກົ່າໃນບັນດາເກາະປາຊີຟິກນັ້ນ.”
ເຊິ່ງເລີ້ມຂຶ້ນໃນມື້ວັນອັງຄານວານນີ້ ໃນຈໍານວນນັກຮຽນ 19 ຄົນ ແລະຄູອີກສອງຄົນທີ່ຖືກຍິງເສຍຊີວິດໃນມື້ວັນທີ 24 ພຶດສະພາທີ່ຜ່ານມາ ໂດຍມືປືນທີ່ເປັນໄວລຸ້ນຊາຍ
ຖະມົນຕີກະຊວງການຄ້າສະຫະລັດ ທ່ານນາງຈີນາ ແຣມອນໂດ ກ່າວວ່າ ລັດຖະບານທ່ານໄບ ເດັນ ກຳລັງພິຈາລະນາຢ່າງຂຸ້ນຂ້ຽວ ເພີ້ມການລາຍຊື່ບັນດາບໍລິສັດຈີນ ເຂົ້າ ໃສ່ຢູ່ໃສ່ບັນຊີດຳທາງດ້ານເສດຖະກິດຂອງລັດຖະບານ
ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ກ່າວໃນວັນອັງຄານວານນີ້ວ່າ ທ່ານໄດ້ຕັດສິນໃຈທີ່ຈະສະໜອງ “ລະບົບຈະຫຼວດ ແລະຍຸດໂທປະກອນທີ່ທັນສະໄໝກວ່າເກົ່າ” ໃຫ້ແກ່ຢູເຄຣນຊຶ່ງເປັນສ່ວນນຶ່ງຂອງຄວາມພະຍາຍາມຂອງ ສະຫະລັດເພື່ອຊ່ວຍຢູເຄຣນໃນຕໍ່ສູ້ຕ້ານການບຸກລຸກຂອງຣັດເຊຍ ຊຶ່ງໃນເວລານີ້ ກ້າວເຂົ້າເດືອນທີສີ່ແລ້ວ.
ໃນໄລຍະທີ່ຜ່ານມາ ບໍ່ວ່າການຍິງສັງຫານໝູ່ມີຄວາມໂຫດຮ້າຍຫຼາຍຊ່ຳໃດ ບັນດາສະມາຊິກລັດສະພາ ໄດ້ກ່າວເຖິງຄວາມໂສກເສົ້າເສຍໃຈ ແລະຕໍ່ຈາກນັ້ນ ບໍ່ມີຫຍັງເກີດຂຶ້ນ ທີ່ຈະສະກັດກັ້ນບໍ່ໃຫ້ມີການໂຈມຕີຄັ້ງຕໍ່ໄປ.
ໂຫລດຕື່ມອີກ
No live streaming currently available