ໃນໄລຍະທີ່ຜ່ານມາ ບໍ່ວ່າການຍິງສັງຫານໝູ່ມີຄວາມໂຫດຮ້າຍຫຼາຍຊ່ຳໃດ ບັນດາສະມາຊິກລັດສະພາ ໄດ້ກ່າວເຖິງຄວາມໂສກເສົ້າເສຍໃຈ ແລະຕໍ່ຈາກນັ້ນ ບໍ່ມີຫຍັງເກີດຂຶ້ນ ທີ່ຈະສະກັດກັ້ນບໍ່ໃຫ້ມີການໂຈມຕີຄັ້ງຕໍ່ໄປ.
ນາງພອນສະຫວັນ ຊູພັກດີ ເກີດຢູ່ແຂວງອັດຕະປື ເດີນທາງເຂົ້າມາສະຫະລັດ ໃນປີ 1996 ເວລານັ້ນມີອາຍຸ 35ປີ ຕັ້ງຖິ່ນຖານກັບຄອບຄົວຢູ່ໃນ ລັດແຄນຊັສ ຢູ່ທາງພາກກາງ ຂ້ອນໄປທິດຕາເວັນຕົກຂອງສະຫະລັດ ສອບເສັງຜ່ານເປັນສັນຊາດອາເມຣິກັນ
ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ໄດ້ເຂົ້າຮ່ວມພິທີໃນວັນລະນຶກເຖິງພວກທະຫານ ທີ່ສະຫລະຊີບຢູ່ສະໜາມລົບຢູທີ່ສຸສານແຫ່ງຊາດອາລິງຕັນໃນວານນີ້ ໂດຍເອີ້ນມັນເປັນ "ພິທີກຳອັນສັກສິດ" ເພື່ອສະທ້ອນ ແລະລະນຶກເຖິງການເສຍສະຫຼະຂອງຜູ້ຊາຍ ແລະແມ່ຍິງ ທີ່ເສຍຊີວິດ ໄປໃນຂະນະທີ່ ຮັບໃຊ້ຢູ່ໃນກອງທັບຂອງປະເທດ
ໃນການຍິງກັນຢູ່ລັດເທັກຊັສນັ້ນ, ພວກເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ຫຼື ຕຳຫຼວດ ແມ່ນໄດ້ຖືກຖາມຢ່າງຮຸນແຮງ ກ່ຽວກັບ ວ່າເປັນຫຍັງມັນຈຶ່ງໃຊ້ເວລາດົນຫລາຍ, ດົນກວ່າ 1 ຊົ່ວໂມງ, ເພື່ອປະເຊີນໜ້າກັບມືປືນ.
ຫລັງຈາກການສັງຫານໝູ່ໃນໂຮງຮຽນປະຖົມ ຢູ່ໃນເມືອງຢູວາລເດ (Uvalde), ລັດເທັກຊັສ, ໂຮງຮຽນແຫ່ງຕ່າງໆໃນສະຫະລັດໄດ້ນຳເອົາພະນັກງານຮັກສາ ຄວາມປອດໄພມາເພີ່ມ ແລະຈຳກັດແຂກເຂົ້າໄປຢ້ຽມໂຮງຮຽນຂະນະທີ່ເຂົາເຈົ້າ ຮັບມືກັບໄພຂົ່ມຂູ່ໃໝ່ຂອງການຮຽນແບບກັນ.
ການສວນສະໜາມພາເຣດ ຈະຈັດຄືນອີກຢູ່ທີ່ນະຄອນຫຼວງວໍຊິງຕັນ ຫຼັງຈາກໄດ້ຢຸດເຊົາໄປສອງປີ
ຊາວອົບພະຍົບອັຟການິສຖານເປັນຫລາຍໆພັນຄົນ ກຳລັງອາໄສຢູ່ໃນອາເມຣິກາ ໃນປັດຈຸບັນນີ້ ຊຶ່ງໄດ້ຮັບການຊ່ວຍເຫຼືອແບບຈຳກັດຈາກລັດຖະບານ. ແມ່ຍິງຫວຽດນາມຄົນນຶ່ງ ທີ່ຮູ້ດີເຖິງຄວາມຫຍຸ້ງຍາກ ໃນການສະໜອງການລ້ຽງດູຄອບຄົວຢູ່ປະເທດທີ່ບໍ່ມີຄວາມຄຸ້ນເຄີຍ ກຳລັງໃຫ້ການຊ່ວຍເຫຼືອຜູ້ທີ່ມາຢູ່ໃນນະຄອນຊີອາໂຕ, ລັດວໍຊິງຕັນໃໝ່ໆ.
ທ່ານບລິງເຄັນ ໄດ້ຊີ້ແຈງໃຫ້ເຫັນຍຸດທະສາດຂອງຄະນະລັດຖະບານທ່ານໄບເດັນໃນການເອົາຊະນະການແຂ່ງຂັນກັບຈີນ ໃນທົດສະວັດຕໍ່ໄປ ໂດຍການລົງທຶນເຂົ້າໃສ່ໂຄງລ່າງພື້ນຖານທີ່ສຳຄັນ, ເພີ້ມຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງສິນຄ້າ ແລະເຮັດວຽກຮ່ວມກັບບັນດາປະເທດພັນທະມິດ.
ບັນດາສະມາຊິກສະພາສູງ ພັກຣີພັບບລິກັນ ໃນວັນພະຫັດວານນີ້ ໄດ້ຂັດຂວາງຄວາມພະຍາຍາມ ໂດຍບັນດາສະມາຊິກພັກເດໂມແຄຣັດ ເພື່ອເລີ້ມການອະພິປາຍ ກ່ຽວກັບມາດຕະການເພື່ອປາບປາມການກໍ່ ການຮ້າຍພາຍໃນປະເທດ
ຕຳຫຼວດປະເຊີນໜ້າກັບຄຳຖາມທີ່ຫຍຸ້ງຍາກ ກ່ຽວກັບການຮັບມື ໃນການຍິງສັງຫານໝູ່ ທີ່ລັດເທັກຊັສ
ທ່ານ ແອບບັອດ ໄດ້ກ່າວວ່າ 30 ນາທີກ່ອນທີ່ທ້າວ ຣາມອສ ໄດ້ບຸກເຂົ້າໄປໃນໂຮງຮຽນ, ລາວໄດ້ຂຽນຂໍ້ຄວາມລົງໃນເຟສບຸກວ່າ, “ຂ້ອຍຊິຍິງແມ່ເຖົ້າຂອງຂ້ອຍ.
ການບຸກລຸກຂອງຣັດເຊຍໃນຢູເຄຣນເບິ່ງຄືວ່າມີຜົນກະທົບແບບບໍ່ໄດ້ ຄາດຫວັງ ມາກ່ອນຢູ່ໃນລະບົບອິນເຕີແນັດ ຫລື cyberspace -ກໍຄືການຫຼຸດລົງຂອງ ຈໍານວນການໂຈມຕີທາງອິນເຕີແນດເພື່ອຮຽກຄ່າໄຖ່ ຫລື ransomware.
ໂຫລດຕື່ມອີກ
No live streaming currently available