ຫລັງຈາກການສັງຫານໝູ່ໃນໂຮງຮຽນປະຖົມ ຢູ່ໃນເມືອງຢູວາລເດ (Uvalde), ລັດເທັກຊັສ, ໂຮງຮຽນແຫ່ງຕ່າງໆໃນສະຫະລັດໄດ້ນຳເອົາພະນັກງານຮັກສາ ຄວາມປອດໄພມາເພີ່ມ ແລະຈຳກັດແຂກເຂົ້າໄປຢ້ຽມໂຮງຮຽນຂະນະທີ່ເຂົາເຈົ້າ ຮັບມືກັບໄພຂົ່ມຂູ່ໃໝ່ຂອງການຮຽນແບບກັນ.
ການສວນສະໜາມພາເຣດ ຈະຈັດຄືນອີກຢູ່ທີ່ນະຄອນຫຼວງວໍຊິງຕັນ ຫຼັງຈາກໄດ້ຢຸດເຊົາໄປສອງປີ
ຊາວອົບພະຍົບອັຟການິສຖານເປັນຫລາຍໆພັນຄົນ ກຳລັງອາໄສຢູ່ໃນອາເມຣິກາ ໃນປັດຈຸບັນນີ້ ຊຶ່ງໄດ້ຮັບການຊ່ວຍເຫຼືອແບບຈຳກັດຈາກລັດຖະບານ. ແມ່ຍິງຫວຽດນາມຄົນນຶ່ງ ທີ່ຮູ້ດີເຖິງຄວາມຫຍຸ້ງຍາກ ໃນການສະໜອງການລ້ຽງດູຄອບຄົວຢູ່ປະເທດທີ່ບໍ່ມີຄວາມຄຸ້ນເຄີຍ ກຳລັງໃຫ້ການຊ່ວຍເຫຼືອຜູ້ທີ່ມາຢູ່ໃນນະຄອນຊີອາໂຕ, ລັດວໍຊິງຕັນໃໝ່ໆ.
ທ່ານບລິງເຄັນ ໄດ້ຊີ້ແຈງໃຫ້ເຫັນຍຸດທະສາດຂອງຄະນະລັດຖະບານທ່ານໄບເດັນໃນການເອົາຊະນະການແຂ່ງຂັນກັບຈີນ ໃນທົດສະວັດຕໍ່ໄປ ໂດຍການລົງທຶນເຂົ້າໃສ່ໂຄງລ່າງພື້ນຖານທີ່ສຳຄັນ, ເພີ້ມຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງສິນຄ້າ ແລະເຮັດວຽກຮ່ວມກັບບັນດາປະເທດພັນທະມິດ.
ບັນດາສະມາຊິກສະພາສູງ ພັກຣີພັບບລິກັນ ໃນວັນພະຫັດວານນີ້ ໄດ້ຂັດຂວາງຄວາມພະຍາຍາມ ໂດຍບັນດາສະມາຊິກພັກເດໂມແຄຣັດ ເພື່ອເລີ້ມການອະພິປາຍ ກ່ຽວກັບມາດຕະການເພື່ອປາບປາມການກໍ່ ການຮ້າຍພາຍໃນປະເທດ
ຕຳຫຼວດປະເຊີນໜ້າກັບຄຳຖາມທີ່ຫຍຸ້ງຍາກ ກ່ຽວກັບການຮັບມື ໃນການຍິງສັງຫານໝູ່ ທີ່ລັດເທັກຊັສ
ທ່ານ ແອບບັອດ ໄດ້ກ່າວວ່າ 30 ນາທີກ່ອນທີ່ທ້າວ ຣາມອສ ໄດ້ບຸກເຂົ້າໄປໃນໂຮງຮຽນ, ລາວໄດ້ຂຽນຂໍ້ຄວາມລົງໃນເຟສບຸກວ່າ, “ຂ້ອຍຊິຍິງແມ່ເຖົ້າຂອງຂ້ອຍ.
ການບຸກລຸກຂອງຣັດເຊຍໃນຢູເຄຣນເບິ່ງຄືວ່າມີຜົນກະທົບແບບບໍ່ໄດ້ ຄາດຫວັງ ມາກ່ອນຢູ່ໃນລະບົບອິນເຕີແນັດ ຫລື cyberspace -ກໍຄືການຫຼຸດລົງຂອງ ຈໍານວນການໂຈມຕີທາງອິນເຕີແນດເພື່ອຮຽກຄ່າໄຖ່ ຫລື ransomware.
ພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງ ໄດ້ລາຍງານວ່າ ເກືອບ 2 ລ້ານຄົນ ໄດ້ປະເຊີນໜ້າຢູ່ຕາມຊາຍແດນສະຫະລັດ ທົ່ວປະເທດໃນສົກປີ 2021 ທີ່ມັກຈະໃຫ້ຂໍ້ສັງເກດໂດຍພວກເຈົ້າໜ້າທີ່ວ່າ ເປັນຈຳນວນປະຈຳປີ ຫຼາຍສຸດ ແບບບໍ່ມີເຄີຍມີມາກ່ອນ
ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວວ່າ “ນະໂຍບາຍຈີນດຽວ” ຂອງວໍຊິງຕັນຈະແຕກຕ່າງຈາກ “ກົດເກນຈີນດຽວ” ຂອງປັກກິ່ງ.
ສະຫະລັດຈະປິດຊ່ອງທາງສຸດທ້າຍສຳລັບຣັດເຊຍໃນການຊຳລະໜີ້ສິນຫຼາຍຕື້ໂດລາ ແກ່ນັກລົງທຶນສາກົນໃນວັນພຸດມື້ນີ້ ຊຶ່ງເຮັດໃຫ້ຣັດເຊຍພາດວັນຊຳລະໜີ້ຂອງຕົນທັງໝົດ ທີ່ຫຼີກລ່ຽງບໍ່ໄດ້ ເປັນເທື່ອທຳອິດ ນັບຕັ້ງແຕ່ເກີດການປະຕິວັດ ໂບລເຊວິກ (Bolshevik) ເປັນຕົ້ນມາ.
ໃນນ້ຳສຽງທີ່ເຕັມໄປດ້ວຍຄວາມຮູ້ສຶກເສຍໃຈຂອງທ່ານ, ປະທານາທິບໍດີໂຈ ໄບເດັນ ໄດ້ກ່າວຕໍ່ປະເທດຊາດ ໃນຄືນວັນອັງຄານວານນີ້ ຫລັງຈາກມີການຍິງສັງ ຫານໝູ່ ຢູ່ໂຮງຮຽນປະຖົມແຫ່ງນຶ່ງໃນລັດເທັກຊັສ. ທ່ານກ່າວວ່າ "ຂ້ອຍເສຍໃຈ ແລະເມື່ອຍ. ພວກເຮົາຕ້ອງໄດ້ລົງມືເຮັດ."
ໂຫລດຕື່ມອີກ
No live streaming currently available