19 ເດືອນຂອງການປິດຊາຍແດນ ໄດ້ເຮັດໃຫ້ບັນດາສະມາຊິກຄອບຄົວແຕກແຍກກັນ ແລະໄດ້ແບ່ງແຍກເສດຖະກິດຂອງທັງສອງປະເທດ.
ພວກຄັດຄ້ານຕໍ່ກົດໝາຍລັດເທັກຊັສ ນັ້ນກໍໄດ້ຟ້ອງຮ້ອງລັດດັ່ງກ່າວໄປແລ້ວ, ໂດຍກ່າວຫາພັກຣີພັບບລີກັນວ່າ ວາງກົດໝາຍໃໝ່ອອກມາເພື່ອຕັດສິດຊົນກຸ່ມນ້ອຍ ແລະຜູ້ລົງຄະແນນສຽງທີ່ອຽງໄປຫາພັກເດໂມແຄຣັດຄົນອື່ນໆ.
ການແຂ່ງຂັນກິລາທັງຫຼາຍໄດ້ຖືກເລື່ອນເວລາ ແລະ ຊັກຊ້າໄປເປັນປີ ແລະ ນັກກິລາອາຊີບຈຳນວນຫຼາຍກໍບໍ່ໄດ້ເຂົ້າແຂ່ງຂັນ ແລະ ຂາດລາຍໄດ້.
ໃນຖານະເປັນຜູ້ກວດກາຂອງກອງທັບອາກາດ ທ່ານເຊດ ກໍບໍ່ໄດ້ມີສ່ວນກ່ຽວ ຂ້ອງໂດຍກົງກັບປະຕິບັດການໃນອັຟການິສຖານ ແລະສະນັ້ນກໍຖືວ່າ ເປັນຜູ້ພິພາກສາທີ່ເປັນອິດສະລະກ່ຽວກັບເລື້ອງນີ້.
ທ່ານໄບເດັນ ສະແດງຄວາມເສຍໃຈທີ່ຢູ່ພາຍໃຕ້ຄະນະລັດຖະບານຂອງທ່ານ ທຣຳ, ສະຫະລັດ ສ່ວນໃຫຍ່ແລ້ວແມ່ນຫາຍໜ້າໄປຈາກການພົບປະກ່ຽວກັບເລື້ອງດິນຟ້າອາກາດຂອງໂລກ.
ທ່ານ ໄບເດັນ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າມັນເປັນຄວາມຜິດພາດຄັ້ງໃຫຍ່ສຳລັບ ຈີນ, ແລະ ນີ້ຈະຢ້ອນກັບຄືນໄປຫາ ຈີນ, ທີ່ບໍ່ໄດ້ປາກົດຕົວ.
ດຣ. ວາເລັນສກີ ໄດ້ກ່າວຕໍ່ຄະນະກຳມະການທີ່ປຶກສາ ໃນຂະນະທີ່ເຂົາເຈົ້າໄດ້ເລີ່ມການອະທິບາຍຂອງເຂົາເຈົ້າໃນຕອນເຊົ້າວານນີ້ວ່າ “ມື້ນີ້ແມ່ນວັນທີ່ສຳຄັນຫຼາຍໃນຊ່ວງເວລາຂອງໂຣກລະບາດ.”
ສຳລັບສານສູງສຸດຂອງປະເທດແລ້ວ ມັນຈະເປັນຄັ້ງທຳອິດໃນຮອບກວ່າ 1 ທົດສະວັດ ທີ່ຕົນຈະໄຕ່ສວນຄະດີໃຫຍ່ທີ່ກ່ຽວຂ້ອງກັບສິດທິໃນການຖືອາວຸດຕາມລັດຖະທຳມະນູນສະບັບປັບປຸງຄັ້ງທີສອງ.
ຕ່າງຝ່າຍກໍບໍ່ໄດ້ໃຫ້ລາຍລະອຽດໃດໆກ່ຽວກັບການສົນທະນາກັນ ແຕ່ໃນດ້ານຄວາມໝັ້ນຄົງແລ້ວ ກໍຍັງຄົງເປັນບັນຫາຂະໜາດໃຫຍ່ ໃນສາຍສຳພັນຂອງພວກເຂົາເຈົ້າຢູ່.
ການແຂ່ງຂັນຕ່າງໆ ແມ່ນມີການຕິດຕາມຢ່າງໃກ້ຊິດ ເພື່ອມອງຫາການສະໜັບສະໜຸນພັກເດໂມແຄຣັດ ແລະຣີພັບບຣິກັນ ກ່ອນການເລືອກຕັ້ງສະພາສູງໃນປີໜ້ານີ້.
ຂະນະທີ່ພໍ່ແມ່ຜູ້ປົກຄອງຈຳນວນນຶ່ງຍັງຮູ້ສຶກບໍ່ແນ່ໃຈກ່ຽວກັບເລື້ອງນີ້ ແຕ່ພໍ່ແມ່ອີກຈຳນວນນຶ່ງໄດ້ພາກັນລໍຖ້າ ໂອກາດນີ້ມາເຖິງດ້ວຍໃຈຈົດຈໍ່ ເພື່ອຈະປ້ອງກັນລູກຂອງເຂົາເຈົ້າຈາກການຕິດໂຄວິດ-19.
ໂຫລດຕື່ມອີກ
No live streaming currently available