ສະຫະລັດໄດ້ປະກາດວ່າຕົນ ກຳລັງຂະຫຍາຍສິດໃນການຍົກຍ້າຍຊາວອົບພະຍົບຈາກອັຟການິສຖານຜູ້ທີ່ອາດຈະມີຄວາມສ່ຽງຕໍ່ການແກ້ແຄ້ນຂອງພວກຕາລີບານຍ້ອນມີການພົວພັນກັບໜ່ວຍງານຂອງສະຫະລັດ.
ເວລາທີ່ນາງສຸນິສາ ນໍາເອົາຫລຽນຄໍາ ແລະຫລຽນຕ່າງໆກັບມາບ້ານທາງການ ແລະປະຊາຄົມໃນລັດເມນິໂຊຕາກໍຈະພາກັນຈັດຂະບວນແຫ່ນາງນັບແຕ່ເວລານາງລົງເຮືອບິນມາຈົນຮອດໃຈກາງເມືອງ
ທ່ານນາງ ດີນາ ໄພຣສ໌ ຜູ້ເປັນນາຍຄູສອນຊັ້ນອະນຸບານ ທ່ານນາງກ່າວວ່າ “ຂ້ອຍສອນຊັ້ນອະນຸບານ ອາຍຸ 5 ຫຼື 6 ປີ ສອນມາໄດ້ 17 ປີແລ້ວ ຢູ່ລັດມິຊິແກັນ ຂ້ອຍສອນເຂົາອ່ານ ແລະຂຽນໜັງສື ກັບຮຽນເລກຄືກັນ.”
ຂໍ້ສະເໜີງົບປະມານດັ່ງກ່າວໄດ້ເກີດຂຶ້ນມາຈາກການເຈລະຈາກັນລະຫວ່າງບັນດາສະມາຊິກສະພາສູງຈາກພັກເດໂມແຄຣັດແລະພັກຣີພັບບລີກັນ ພ້ອມດ້ວຍທຳນຽບຂາວ ມາເປັນເວລາຫຼາຍອາທິດແລ້ວ.
“ວຽກງານຂອງໂບ ຢູ່ໃນໂກໂຊໂວ ແມ່ນປ່ຽມລົ້ນດ້ວຍຄວາມຈິງໃຈ; ທ່ານມີຄວາມຮັກຕໍ່ປະເທດນັ້ນ,” ນັ້ນຄືຄໍາເວົ້າຂອງປະທານາທິບໍດີ ໄບເດັນ.”
ຢູ່ໃນບາງເຂດຂອງສະຫະລັດ ກໍາລັງກະກຽມການເປີດສົກຮຽນໃໝ່ ທັງຄູ-ອາ ຈານ ແລະນັກຮຽນຕ່າງກໍ່ພາກັນກຽມພ້ອມໃນການຮໍ່າຮຽນ ແລະຄວາມພ້ອມໃນການປ້ອງກັນການລະບາດຂອງພະຍາດໂຄວິດ-19.
ທ່ານຊອບໂກ ກ່າວວ່າ ຜູ້ນຳທາງທະຫານຂັ້ນສູງຂອງສະຫະລັດ “ຮູ້ດີ ກ່ຽວກັບສະພາບ ການຂອງກອງທັບອັຟການິສຖານເປັນຈັ່ງໃດ” ຊຶ່ງທ່ານກ່າວຕື່ມວ່າ ພວກເຂົາເຈົ້າພະຍາຍາມທີ່ປົກປິດບັນຫາໃນທຳນອງນີ້ ບໍ່ໃຫ້ໃຜຮູ້.
ປະທານາທິບໍດີກ່າວຢູ່ໃນຄຳປາໄສທີ່ ທຳນຽບຂາວວ່າ “ພະນັກງານລັດຖະບານກາງທຸກໆຄົນຈະຖືກຖາມກ່ຽວກັບຖານະໃນການສັກຢາວັກຊີນ ຜູ້ໃດທີ່ບໍ່ໄດ້ໃຫ້ການຢັ້ງ ຢືນໃນການສັກຢາວັກຊີນຈະຕ້ອງການໃຫ້ໃສ່ໜ້າກາກ.
ຄົນຕ່າງປະເທດທີ່ອາໄສຢູ່ໃນ ສະຫະລັດ ໂດຍສະເພາະຄົນເອເຊຍໃນເວລານີ້ ແມ່ນໄດ້ຕົກເປັນຜູ້ເຄາະຮ້າຍຢ່າງຫຼວງຫຼາຍ ຍ້ອນຖືກກ່າວຫາບໍ່ດີສຳລັບການລະບາດຂອງໄວຣັສໂຄໂຣນາ.
ນາງສຸນິສາ ລີ (Sunisa Lee) ໄດ້ກາຍເປັນຜູ້ທີ່ເຮັດໃຫ້ກິລາຍິງຂອງອາເມຣິກາ ຄວ້າເອົານາມມະຍົດໂອລິມປິກໃນກິລາກາຍະກໍາທຸກທ່າເພດຍິງມາຄອງເປັນປີທີ 5 ປີລຽນກັນແລ້ວ.
ເຖິງແມ່ນນວ່າຈະບໍ່ໄດ້ມີການຝຶກຊ້ອມກ່ອນການແຂ່ງຂັນກໍຕາມ ນາງລີ ກໍ່ໄດ້ເຂົ້າໄປແທນທີ່ນາງໄບລສ໌ ໃນການເຮັດທ່າຕີລັງກາຢູ່ພື້ນ ແລະເຮັດໃຫ້ຫລິ້ນໄດ້ຢ່າງດີຢ້ຽມ ຈຶ່ງຊ່ວຍໃຫ້ຊາວອາເມລິກັນໄດ້ຮັບຫລຽນເງິນໄປ.
ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ ທ່ານຈະເວົ້າກ່ຽວກັບບັນຫາທີ່ກ່ຽວຂ້ອງກັບໄວຣັສໂຄໂຣນາໃນວັນພະຫັດມື້ນີ້.
ໂຫລດຕື່ມອີກ
No live streaming currently available