ຜູ້ກວດກາໃຫຍ່ພິເສດຂຽນໃນບົດລາຍງານວ່າ, "ແນວໂນ້ມໂດຍລວມແມ່ນບໍ່ຄ່ອຍດີສໍາລັບລັດຖະບານອັຟການິສຖານ, ເຊິ່ງອາດຈະປະເຊີນກັບວິກິດການທີ່ມີຢູ່ຖ້າມັນບໍ່ໄດ້ຮັບການແກ້ໄຂ ແລະປີ້ນກັບ".
ຖະແຫຼງການນັ້ນໄດ້ກ່າວວ່າ ນາງ ໄບລສ໌ ຈະສືບຕໍ່ຖືກປະເມີນຜົນ ໃນແຕ່ລະວັນ “ເພື່ອພິຈາລະນາວ່າ ຈະເຂົ້າຮ່ວມໃນການແຂ່ງຂັນດ່ຽວ ຮອບຊິງຊະນະເລີດ ໃນອາທິດໜ້າຫຼືບໍ່.”
ທ່ານ ໂກແນລ ໄດ້ກ່າວວ່າ ໃນຈຸດນຶ່ງລາວໄດ້ຖືກອັດໜີບ ໂດຍພວກຈະລາຈົນ ທີ່ບຸກເຂົ້າໂຈມຕີ.
ຈາກລາຍງານລັບປະຈຳວັນ ທີ່ໄດ້ກະກຽມໂດຍປະຊາຄົມລັບ ສຳລັບ ທ່ານນັ້ນ ປະທານາທິບໍດີໄບເດັນ ກ່າວວ່າ “ເບິ່ງດຸ ສິ່ງທີ່ຣັດເຊຍກຳລັງເຮັດໄປ ໃນການເລືອກຕັ້ງປີ 2022 ແລະການບິດເບືອນຂ່າວ.”
ບັນດາເຈົ້າໜ້າທີ່ສາທາລະນະສຸກເວົ້າວ່າ ຢາວັກຊີນຍັງຄົງມີປະສິດທິພາບ ຕໍ່ຜົນທີ່ຮ້າຍແຮງທີ່ສຸດ ຂອງການຕິດໄວຣັສຢູ່, ລວມທັງຜູ້ທີ່ຕິດສາຍພັນ ແດລຕ້າ.
ພໍ່ຂອງນາງ, ທ່ານ ຈອນ ຫລື ຮົວ ລີ ມີຄວາມໝັ້ນໃຈວ່າ ນາງຈະໄດ້ນໍາເອົາຫລຽນອັນໃດອັນນຶ່ງ ກັບບ້ານມາບ້ານຢູ່ສະຫະລັດແນ່ນອນ ເພາະລາວມີຄວາມສາມາດ ທີ່ຈະຊະນະການແຂ່ງຂັນນີ້ໄດ້.
ທ່ານສີສຸກ ອາຍຸ 48 ປີ ຢູ່ທີ່ເມືອງຊາຣາໂຊຕາ (Sarasota) ໃນລັດຟລໍຣິດາ ໄດ້ກ່າວເຖິງປະສົບການ ທີ່ທ່ານໄດ້ຕິດ ເຊື້ອໄວຣັສສາຍພັນໃໝ່ ຢ່າງບໍ່ຮູ້ສຶກໂຕ.
ເຈົ້າຕ້ອງການຊ້ອມ ທັກສະການທະຫານຢູ່ບ້ານບໍ່? ມັນກໍມີພື້ນທີ່ຝຶກຊ້ອມ 200,000 ຕາລາງກິໂລແມັດ ຢູ່ທີ່ນີ້.
ທ່ານ ໂຈ ໄບເດັນປະກາດວ່າ ພາຍໃນບໍ່ເທົ່າໃດເດືອນ ກໍາລັງທະຫານຂອງສະຫະລັດ ຢູ່ໃນອີຣັກ ກໍຈະເສັດສິ້ນໜ້າທີ່ ໃນການສູ້ລົບຂອງເຂົາເຈົ້າແລ້ວ.
ໃນຂະນະທີ່ຈໍານວນໂຕເລກຂອງຜູ້ປ່ວຍ ຍ້ອນໄວຣັສໂຄໂຣນາລາຍໃໝ່ ເພີ້ມຂຶ້ນອີກຄັ້ງ, ກຸ່ມການແພດໃຫຍ່ທີ່ສຳຄັນໆພາຍໃນປະເທດ ຮຽກຮ້ອງໃຫ້ມີການສັກຢາວັກຊີນ ທີ່ຈໍາເປັນແກ່ບັນດາເຈົ້າໜ້າທີ່ການແພດຫລາຍລ້ານຄົນ.
ດຣ. ຟາວຈີ ກ່າວຕໍ່ການອອກອາກາດ ຂອງໂທລະພາບ CNN ວ່າ “ພວກເຮົາກໍາລັງເດີນໄປ ໃນທາງທີ່ບໍ່ຖືກຕ້ອງ, 50 ເປີເຊັນຂອງປະເທດ ບໍ່ໄດ້ຮັບການສັກຢາວັກຊີນ. ນັ້ນແມ່ນບັນຫາ.”
ດ້ວຍເຫດຜົນ ແລະຄວາມເຂົ້າໃຈສ່ວນໂຕ ຂອງພວດເຂົາເອງ, ປະຊາຊົນບາງສ່ວນໃນສະຫະລັດຈຶ່ງບໍ່ຢາກໄປສັກຢາປ້ອງກັນໂຄວິດ-19, ເຖິງແມ່ນ ລັດຖະບານຈະຢັ້ງຢືນ ແລະຮັບປະກັນ ຄຸນະພາບຂອງຢາແລ້ວກໍ່ຕາມ.
ໂຫລດຕື່ມອີກ
No live streaming currently available