ນາງອາລີເນຈາດ (Alinejad), ຜູ້ທີ່ອາໄສຢູ່ໃນເຂດບຣຸກຄລິນ (Brooklyn) ຂອງນະຄອນນິວຢອກ, ຕໍ່ມາໄດ້ຢືນຢັນ ໃນບັນຊີສື່ສັງຄົມຂອງນາງວ່າ ນາງແມ່ນບຸກຄົນ ທີ່ຖືກແນເປົ້າໝາຍໃສ່ນັ້ນ.
ຄວາມພະຍາຍາມທີ່ຈະວັດແທກ ວ່າກອງກຳລັງອັຟການິສຖານ ຈະຮັກສາຄວາມປອດໄພໄວ້ໄດ້ດົນຊ່ຳໃດ ໃນຂະນະທີ່ ສະຫະລັດແລະທະຫານຂອງພັນທະມິດ ຖອນກຳລັງອອກໄປນັ້ນ ກໍເປັນເລື້ອງທີ່ວິຕົກກັງວົນເຊັ່ນກັນ.
ເຂົາເຈົ້າໄດ້ພົບວ່າ ຕົວເລກໂດຍສະເລ່ຍຂອງກໍລະນີຕ່າງໆ ໄດ້ເພີ່ມຂຶ້ນຈາກ 6 ຕໍ່ປີຈາກປີ 1990 ຫາ 2010, ເປັນເກືອບ 21 ກໍລະນີຕໍ່ປີ ໃນສິບປີທີ່ຜ່ານມາ.
ຄະນະຜູ້ແທນສະຫະລັດ ໄດ້ພົບປະກັບຜູ້ຮັກສາການ ນາຍົກລັດຖະມົນຕີຂອງເຮຕີ ທ່ານຄລອດ ໂຈເຊັບ ນາຍົກລັດຖະມົນຕີ ທີ່ໄດ້ຖືກແຕ່ງຕັ້ງ ທ່ານອາຣີໂອ ອອງຣີ ແລະສະມາຊິກສະພາສູງ ທ່ານໂຈເຊັບ ແລມເບີດ.
ນອກຈາກວ່າ ຫລາຍຄົນຍັງລັ່ງເລໃຈບໍ່ຢາກວັນຊີນນີ້ແລ້ວ ກໍມີເຫດຜົນອື່ນ ເຊັ່ນການບໍ່ຮູ້ຈັກຈົດຊື່ລົງທະບຽນ, ບໍ່ມີພາຫະນະໄປ ຫລືບໍ່ຮູ້ບ່ອນໄປສັກຢາ ທີ່ເຮັດໃຫ້ຄົນຈໍານວນນຶ່ງປະສົບຄວາມຫຍຸ້ງຍາກ ໃນການໄປສັກຢານີ້.
ນາງເວົ້າວ່າ “ເຂົາເຈົ້າໄດ້ສະແດງໃຫ້ຂ້າພະເຈົ້າເຫັນວ່າ ສາທາລະນະລັດ ອິສລາມ ໄດ້ເຂົ້າມາຢູ່ໃກ້ຫຼາຍ.”
ທ່ານປະກາດວ່າ "ນີ້ແມ່ນການລົ້ມລ້າງການເລືອກຕັ້ງ." "ມັນເປັນເລື້ອງໄຮ້ສາມັນສໍານຶກເທົ່ານັ້ນ."
ທ່ານໄບເດັນ ກ່າວຢູ່ໃນຫ້ອງຣຸສແວລ ຂອງທຳນຽບຂາວວ່າ "ປະຊາຊົນຄິວບາ ກຳລັງຮຽກຮ້ອງໃຫ້ມີເສລີພາບ ຈາກລະບອບປົກຄອງແບບຜະເດັດການ.”
ທ່ານໄບເດັນ ເອີ້ນການກໍ່ຄວາມຮຸນແຮງດ້ວຍການໃຊ້ປືນຢູ່ໃນສະຫະລັດອວ່າເປັນ "ການລະບາດ" ແລະ "ຄວາມໜ້າອັບອາຍໃນລະດັບສາກົນ", ແຕ່ທ່ານກໍບໍ່ມີອຳນາດທີ່ຈະເຮັດໃຫ້ມັນຍຸຕິໄດ້.
ທ່ານ ມິລເລີ ໄດ້ກ່າວໃນລະຫວ່າງພິທີ ຢູ່ກອງບັນຊາການໃຫຍ່ ຂອງກອງທັບ ສະຫະລັດ ໃນນະຄອນຫຼວງ ກາບູລ ວ່າ “ປະຊາຊົນ ອັຟການິສຖານ ຈະຢູ່ໃນໃຈ ແລະ ຄວາມຄິດຂອງຂ້າພະເຈົ້າຕະຫຼອດຊີວິດ.”
ທ່ານລິດ ກ່າວວ່າ ພາຍໃນເດືອນພຶດສະພາຫາ ກໍລະກົດ ເລີ້ມເຂົ້າເດືອນສິງຫາ)ໄປແລ້ວ ມັນກະຮີວມິດລະບາດນັ້ນນະ ເພາະວ່າ ພາຍຸມາເດະ ຄັນມື້ໃດມັນສະຕອມເຂົ້າມາທາງເຂດພາກໃຕ້ ນີ້ລະມັນກະໂອ້ເຮັດໃຫ້ມັນອົບເອົ້າ ມັນຢູ່ບໍ່ໄດ້ ມັນຢູ່ຍາກລະ.
ໃນອາທິດແລ້ວນີ້ທ່ານ ໄບເດັນ ໄດ້ກ່າວປ້ອງກັນ ການຖອນກອງກຳລັງ ສະຫະລັດ ຢ່າງແຂງຂັນ, ແມ່ນກະທັ້ງທີ່ພວກຕາລີບານ ໄດ້ທຳການບຸກຄືບໜ້າກະຕາມ.
ໂຫລດຕື່ມອີກ
No live streaming currently available