ປະເທດສະຫະລັດອາເມຣິກາ ສະເຫລີມສະຫລອງ ວັນປະກາດເອກະລາດ ໃນວັນອາທິດວານນີ້ ເຊິ່ງເປັນວັນຄົບຮອບ 245 ປີ ຂອງການກໍ່ຕັ້ງປະເທດ ແລະໃນປີນີ້ກໍ່ເປັນຂີດໝາຍ ຂອງການເລີ້ມຕົ້ນໃໝ່.
ຕົວເລກຜູ້ເສຍຊີວິດ ທີ່ໄດ້ຮັບການຢືນຢັນຕອນນີ້ ແມ່ນ 18 ຄົນ, ລວມທັງເດັກນ້ອຍ 2 ຄົນ.
ໃນລະຫວ່າງຊ່ວງເວລາດຽວກັນນັ້ນ ຈຳນວນຂອງພວກຊາວເຮຕີ ທີ່ໄດ້ພົບເຫັນນັ້ນ ສູງຂຶ້ນສາມເທົ່າຮອດ 2,807 ຄົນ ໃນຂະນະດຽວກັນ ພວກຊາວໂຣມາເນຍ ກໍໄດ້ເພີ້ມຂຶ້ນຫຼາຍກວ່າຫ້າເທົ່າ ເປັນ 1,203 ຄົນ.
ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນ ໄດ້ກ່າວໃນຕອນແລງວັນພຸດວານນີ້ວ່າ ຕົວເລກຜູ້ເສຍຊີວິດຈາກຕຶກອາຄານພັງດັ່ງກ່າວ ໄດ້ເພີ່ມຂຶ້ນເປັນ 18 ຄົນ, ລວມທັງເດັກນ້ອຍສອງຄົນ.
ກ່ຽວກັບອົງການ WHO ແລ້ວ ທ່ານນາງວໍເລນສ໌ກີ ໄດ້ກ່າວຕໍ່ບັນດາຜູ້ສໍາພາດວ່າ ອົງການນັ້ນ ຕ້ອງໄດ້ແກ້ໄຂນະໂຍບາຍຕ່າງໆຂອງຕົນແລະຄຳແນະນຳດ້ານຄວາມປອດໄພ ແກ່ໂລກທັງມວນ.
ທຳນຽບຫ້າແຈ ບໍ່ໄດ້ຢືນຢັນລາຍງານ ກ່ຽວກັບ ຕົວເລກຂອງກອງກຳລັງທະຫານ ທີ່ສະເພາະເຈາະຈົງທີ່ຈະຍັງຢູ່ ຫຼັງຈາກການຖອນຕົວແມ່ນແລ້ວສຳເລັດ.
ການຈັບກຸມນຂອງນາງເວເອີນັ້ນ ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນ ຂອງອົງການສັນຕິບານກາງ FBI ໃນການຕິດຕາມຊອກຫາໝົດທຸກຄົນ ຜູ້ທີ່ໄດ້ເຂົ້າຮ່ວມ ໃນການໂຈມຕີຫໍລັດຖະສະພາ ໃນວັນທີ 6 ມັງກອນ.
ທຳນຽບຂາວເນັ້ນໜັກວ່າ 90 ເປີເຊັນ ຂອງວຽກທີ່ສ້າງຂຶ້ນມາ ໂດຍການໃຊ້ຈ່າຍດ້ານພື້ນຖານໂຄງລ່າງ ສາມາດໄປເຖິງຄົນງານ ທີ່ບໍ່ມີປະລິນຍາຕີ ຫລືຈົບມະຫາວິທະຍາໄລ.
ໃນລະຫວ່າງການພົບປະຂອງທ່ານ ກັບທ່ານຣີວລິນ ຢູ່ນັ້ນ ທ່ານໄບເດັນ ໄດ້ກ່າວປົກປ້ອງ ຄຳສັ່ງຂອງທ່ານ ສຳລັບການຕອບໂຕ້ ທາງການທະຫານ.
ກອງທັບສະຫະລັດໃນຊີເຣຍ ໄດ້ຍິງໂຕ້ຕອບຄືນ ຫຼັງຈາກໄດ້ມີການໂຈມຕີດ້ວຍລູກສອນໄຟ ຕໍ່ກອງກຳລັງທະຫານອາເມຣິກັນຢູ່ທີ່ນັ້ນໃນວັນຈັນວານນີ້, ອີງຕາມຄຳເວົ້າຂອງໂຄສົກປະຈໍາກອງທັບ.
ມີການພົບສົບ ເພີ້ມອີກສອງສົບ ຈາກຊາກຫັກພັງຂອງອາຄານ 12 ຊັ້ນແຄມທະເລ ເຊິ່ງໄດ້ພັງລົງມາບາງສ່ວນ ເມື່ອອາທິດທີ່ຜ່ານມາ ທີ່ເມືອງເຊີຟຊາຍ, ລັດຟລໍຣິດາ.
ສານສູງສຸດຂອງສະຫະລັດ ໄດ້ປະຕິເສດອີກຄັ້ງ ໃນວັນຈັນວານນີ້ ກ່ຽວກັບການພິຈາລະນາຄືນ ສິດທິຂອງຜູ້ທີ່ປ່ຽນເພດ ໃນການໃຊ້ຫ້ອງນ້ຳຢູ່ໂຮງຮຽນມັດທະຍົມປາຍ.
ໂຫລດຕື່ມອີກ
No live streaming currently available