ທ່ານ ທຣຳ ຖືກຕັ້ງຂໍ້ກ່າວຫາ ກ່ຽວກັບ ການຍຸແຍ່ຜູ້ສະໜັບສະໜູນກໍ່ຈະລາຈົນທີ່ໄດ້ບຸກເຂົ້າໄປໃນລັດຖະສະພາ ສະຫະລັດ ເມື່ອວັນທີ 6 ມັງກອນທີ່ຜ່ານມາ.
ບັນດາເຈົ້າໜ້າທີ່ແມ່ນບໍ່ແນ່ໃຈ ກ່ຽວກັບ ການເຜີຍແຜ່ຂໍ້ມູນລັບທີ່ສະເພາະເຈາະຈົງ ເຊິ່ງບາງອັນຖືກອະທິບາຍວ່າເປັນການສົນທະນາ ທີ່ສ້າງຄວາມກະທົບກະເທືອນ ໃນສື່ສັງຄົມ.
ທ່ານ ໄພຣສ໌ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ນະໂຍບາຍຂອງພວກເຮົາ ບໍ່ໄດ້ປ່ຽນແປງ, ແລະ ກ່າວຕື່ມວ່ານະໂຍບາຍທີ່ວ່ານັ້ນ ແມ່ນຖືກຊີ້ນຳໂດຍ “ນະໂຍບາຍ ຈີນ ດຽວ” ຂອງ ສະຫະລັດ.
ອີງການສຶກສາຄົ້ນຄວ້າຂອງອົງການ Pew ໃນປີ 2017 ແລ້ວ ຄົນລາວໃນອາເມຣິກາ ໄດ້ສົ່ງເງິນກັບຄືນປະເທດຢ່າງໜ້ອຍ 24 ລ້ານໂດລາ.
ສະພາສູງສະຫະລັດຈະດຳເນີນການໄຕ່ສວນຄະດີຄັ້ງທີສອງ ຢ່າງເປັນປະຫວັດການຕໍ່ອະດີດປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣໍາ ໃນເດືອນນີ້.
ພວກເຂົາເຈົ້າຂຽນວ່າ "ການປະພຶດຂອງປະທານາທິບໍດີທຣໍາ ຕ້ອງຖືກປະກາດວ່າ ບໍ່ສາມາດຍອມຮັບເອົາໄດ້ ຢູ່ໃນຖ້ອຍຄໍາທີ່ຈະແຈ້ງ ແລະຊັດເຈນທີ່ສຸດ".
ທ່ານ ໄບເດັນ ໄດ້ກ່າວໃນຂະນະທີ່ ກຳລັງເຊັນດຳລັດຕ່າງໆວ່າ “ຂ້າພະເຂົ້າບໍ່ໄດ້ເຮັດກົດໝາຍໃໝ່. ຂ້າພະເຈົ້າກຳລັງກຳຈັດນະໂຍບາຍທີ່ບໍ່ດີ.”
ການປະກາດດັ່ງກ່າວ ໄດ້ມີຂຶ້ນໃນຂະນະທີ່ຫຼາຍລັດ ໄດ້ຕຳໜິຕິຕຽນວ່າ ເຂົາເຈົ້າບໍ່ມີຢາວັກຊີນ ພໍທີ່ຈະສັກໃຫ້ປະຊາຊົນ ທີ່ມີຄວາມສ່ຽງ.
ທ່ານກອງສະມິດ ເຄີຍມີຮ້ານຂາຍກາເຟ ທີ່ຖືກປິດລົງ ຍ້ອນການລະບາດຂອງໂຄວິດ-19 ກຳລັງພິຈາລະນາ ຈະເຮັດທຸລະກິດແບບໃໝ່ ເພື່ອໃຫ້ລູກຄ້າ ຂັບລົດຜ່ານ ຫຼື drive through ມາຮັບເອົາກາເຟເຂົາເຈົ້າ.
ໂດຍຖືວ່າ ມັນເປັນຄຳເວົ້າທີ່ “ດູຖູກ” ທາງລັດຄາລີຟໍເນຍຈຶ່ງໄດ້ຫ້າມບໍ່ໃຫ້ໃຊ້ຄຳເວົ້າດັ່ງກ່າວນີ້ ຢູ່ໃນກົດໝາຍແຮງງານ ສະບັບປີ 2015.
ປະທານາທິບໍດີໂຈ ໄບເດັນ ກ່າວໃນວັນຈັນວານນີ້ວ່າ ສະຫະລັດຈະທົບທວນ ຄືນ ກົດໝາຍການລົງໂທດແລະການ “ເອົາບາດກ້າວທີ່ເໝາະສົມ” ຕໍ່ມຽນມາ ຫຼັງຈາກທະຫານ ໄດ້ຍຶດອຳນາດ ໃນປະເທດດັ່ງກ່າວ.
ທຳນຽບຂາວແລະສະມາຊິກສະພາສູງກຸ່ມນຶ່ງ ໄດ້ມີການເຈລະຈາ ກ່ຽວກັບການບັນເທົາທຸກ ດ້ານເສດຖະກິດຈາກໄວຣັສໂຄໂຣນາຮອບໃໝ່.
ໂຫລດຕື່ມອີກ
No live streaming currently available