ປ້ຳນ້ຳມັນໃນຫລາຍໆແຫ່ງທົ່ວຂົງເຂດຊາຍຝັ່ງທະເລຕາເວັນອອກ ຈາກພາກໃຕ້ຕະຫຼອດເຖິງພາກເໜືອ ບໍ່ມີນ້ຳມັນຂາຍ ແລະສ່ວນປ້ຳນ້ຳມັນທີ່ຍັງມີນ້ຳມັນເຫຼືອຢູ່ນັ້ນ ກໍມີລົດລຽນແຖວຍາວຢຽດ.
ຜູ້ປົກຄອງລັດເວີຈີເນຍ ທ່ານຣາຟ ນໍແທມ ໄດ້ປະກາດພາວະສຸກເສີນ ໃນວັນອັງຄານວານນີ້ວ່າ “ພວກເຮົາຈະບໍ່ຮັບເອົາການຂຶ້ນລາຄານໍ້າມັນ. ຈະບໍ່ມີເຫດຜົນໃດໆ ຕໍ່ການກັກຕຸນນໍ້າມັນ.”
ໃນການກ່າວຄຳປາໄສຢູ່ສະພາຕ່ຳ ໃນແລງວັນອັງຄານວານນີ້ ທນ. ເຊນນີ ໄດ້ອະທິບາຍເຖິງການພະຍາຍາມ ຂອງ ທ. ທຣຳ ເພື່ອເຮັດໃຫ້ຜົນການເລືອກຕັ້ງ ບໍ່ຖືກຕ້ອງນັ້ນ ຄືກັບວ່າ “ເປັນໄພຂົ່ມຂູ່ ທີ່ອາເມຣິກາ ບໍ່ເຄີຍພົບເຫັນມາກ່ອນ.”
ພວກນາງອາກາດ ຕ້ອງໄດ້ຈັບຕາເບິ່ງຜູ້ໂດຍສານ ໃຫ້ພາກັນໃສ່ໜ້າກາກ ຢູ່ສະເໝີ ແລະໄດ້ເຕືອນ ເວລາໃດທີ່ ເຂົາເຈົ້າໃສ່ບໍ່ຖືກ ແລະສິ່ງນຶ່ງທີ່ສັງເກດ ກໍຄື ບ່ອນນັ່ງຕິດກັນ ບໍ່ຢູ່ຫ່າງກັນ ດັ່ງທີ່ທາງການໄດ້ບອກ.
ທ່ານໄບເດັນ ໄດ້ກ່າວຕື່ມວ່າ ເຖິງຢ່າງໃດກໍຕາມ ດ້ວຍຫລັກຖານທີ່ວ່າ ພວກທີ່ລັກເຈາະຂໍ້ມູນ ດ້ວຍການຮຽກຄ່າໄຖ່ ແມ່ນມີຫ້ອງການ ຕັ້ງຢູ່ໃນຣັດເຊຍ ລັດຖະບານໃນມົສກູ ມີ “ຄວາມຮັບຜິດຊອບບາງສ່ວນເພື່ອແກ້ໄຂກັບເລື້ອງນີ້.”
ອົງການອາຫານ ແລະຢາສະຫະລັດ ກ່າວໃນວັນຈັນວານນີ້ວ່າ ຢາສັກນີ້ ປອດໄພແລະມີປະສິດຕິພາບສຳລັບເດັກນ້ອຍອາຍຸ 12 ຫາ 15 ປີ.
ໃນປີ 2018 ຍານາງໄດ້ເປັນຜູ້ບຸກເບີກ ຂຽນບົດຄວາມນຶ່ງ ລົງໃນວາລະສານກົດໝາຍ ກ່ຽວກັບການປະຕິຮູບກົດໝາຍຄຸ້ມຄອງ ໃນການໃຊ້ກຳລັງທີ່ຮ້າຍແຮງເຖິງຕາຍ ຂອງຕຳຫຼວດ.
ສະມາຊິກສະພາຫຼາຍຄົນໄດ້ຮັບການຂົ່ມຂູ່ ແລະ ເປັນຫ່ວງສຳລັບຄວາມປອດໄພຂອງເຂົາເຈົ້າຫຼັງຈາກຫໍລັດຖະສະພາ ສະຫະລັດ ໄດ້ຖືກໂຈມຕີຢ່າງງ່າຍດາຍໃນວັນທີ 6 ມັງກອນ ທີ່ຜ່ານມາ.
ທ່ານເມັກຄາຣທີ ໄດ້ກ່າວວ່າ ຕຳແໜ່ງຂອງຄະນະຜູ້ນຳ ຕ້ອງສຸມໃສ່ຂໍ້ຄວາມທີ່ວ່າ “ໃນແຕ່ລະມື້” ກ່ຽວກັບອັນທີ່ທ່ານກ່າວວ່າ ເປັນບັນຫາທັງຫຼາຍ ຂອງຄະນະລັດຖະບານທ່ານໄບເດັນ.
ລັດຖະມົນຕີກະຊວງການຄ້າ, ທ່ານນາງ ກີນາ ເຣມມອນໂດ (Gina Raimondo) ກ່າວວ່າ ວໍຊິງຕັນກຳລັງເຮັດວຽກ ເພື່ອຫລີກລ້ຽງການຖືກລົບກວນ ຂອງການສະໜອງນໍ້າມັນເຊື້ອໄຟ ທີ່ຮ້າຍແຮງກວ່າເກົ່າ.
ເຈົ້າເມືອງເລັກຊາລສ໌ ທ່ານນິກ ຮັນເຕີ ກ່າວວ່າ “ທ່ານປະທານາທິບໍດີ ສະມາຊິກສະພາທ່ານໃດທ່ານນຶ່ງ ທີ່ອາດຈະຟັງຢູ່ນັ້ນ ເມືອງເລັກຊາລສ໌ ຕ້ອງການຄວາມຊ່ວຍເຫຼືອດຽວນີ້ ແລະພວກເຮົາກຳລັງຮ້ອງຂໍມັນຢູ່.”
ທ່ານບລິງກັນ ບອກໃຫ້ຮູ້ວ່າ ຣັດເຊຍຍັງມີຄວາມສາມາດ ທີ່ຈະປະຕິບັດການຮຸກຮານ ໂດຍມີການແຈ້ງເຕືອນພາຍໃນເວລາສັ້ນໆ ຖ້າຫາກປະເທດນັ້ນຢາກເຮັດ.
ໂຫລດຕື່ມອີກ
No live streaming currently available