ຢູ່ໃນຖະແຫຼງການສະບັບນຶ່ງນັ້ນ ຜູ້ບັນຊາການຕຳຫຼວດມິນນີອາໂປລິສ ທ່ານເມດາເຣຍ ອາຣາດອນໂດ ກ່າວວ່າ ທ່ານຍິນດີນຳການສືບສວນດັ່ງກ່າວ ແລະທ່ານເອງ ແລະກົມຕຳຫຼວດຂອງທ່ານ “ຈະໃຫ້ການຮ່ວມມືຢ່າງເຕັມທີ່.”
ທ່ານໄບເດັນ ໄດ້ກ່າວວ່າ ການຈຳແນກຜິວພັນຢ່າງເປັນລະບົບ ຢູ່ໃນສະຫະລັດ ເປັນ “ຮອຍດ່າງແກ່ຈິດວິນຍານຂອງຊາດເຮົາ” ທ່ານເວົ້າວ່າ ຄຳຕັດສິນນັ້ນ “ສາມາດເປັນບາດກ້າວທີ່ຍິ່ງໃຫຍ່ໃນການກ້າວເດີນໄປສູ່ຄວາມຍຸຕິທຳ.”
ທ່ານບຸນ ກ່າວອີກວ່າ ຕ້ອງໄດ້ໃຊ້ເວລາປະມານນຶ່ງຫາສອງອາທິດ ເພື່ອສ້ອມ ແປງປະຕູແກ້ວທາງເຂົ້າຮ້ານອາຫານແລະຊື້ເຄື່ອງຂອງທີ່ໄດ້ຖືກລັກຂະໂມຍໄປນັ້ນເຂົ້າມາຮ້ານຄືນເໝືອນເດີມ.
ການຕັດສິນໂທດ ໃນຄະດີດັ່ງກ່າວ ຈະຖືກຈັດຂຶ້ນໃນອີກສອງເດືອນ, ອີິງຕາມການກ່າວຂອງບັນດາເຈົ້າໜ້າທີ່.
ການຕາຍຂອງທ້າວຟລອຍດ໌ ທີ່ຢູ່ໃນກຳມືຂອງຕຳຫຼວດ ເດເຣັກ ໂຊວິນ ໃນການຄາດຕະກຳ ໄດ້ກາຍມາເປັນສັນຍາລັກ ໃນການທາລຸນຂອງຕຳຫຼວດ ແລະກໍ່ໃຫ້ເກີດມີການປະທ້ວງ ຢູ່ທົ່ວໂລກ ກ່ຽວກັບຜິວພັນ.
ໃນບາງໝູ່ບ້ານ ແລະ ຢູ່ຕາມທາງດ່ວນ, ປະຊາຊົນໄດ້ຍົກປ້າຍຂຶ້ນ ເພື່ອສະເຫຼີມສະຫຼອງຄຳຕັດສິນ ໃນສາມຂໍ້ກ່າວຫາ ທີ່ເຊື່ອມໂຍງກັບການຕາຍຂອງ ທ້າວ ຟລອຍດ໌.
ທ່ານນາງຫົວ ຈຸນຢິງ ໂຄສົກກະຊວງການຕ່າງປະເທດຂອງຈີນ ໄດ້ກ່າວໃນຖະແຫລງການ ທີ່ຂຽນໃນວັນພຸດມື້ນີ້ວ່າ ປະທານປະເທດ ສີ ຈະກ່າວ “ຄຳປາໄສທີ່ສໍາຄັນ” ໃນລະຫວ່າງກອງປະຊຸມ ທາງອອນໄລນ໌.
ການລະບາດຂອງໄວຣັສໂຄວິດ-19 ອາດຫັນປ່ຽນແນວຄິດ ໃນຄວາມລະມັດລະວັງແກ່ຊາວອາເມຣິກັນ ແລະຊາວໂລກ ຈຳນວນນຶ່ງໃນການໃສ່ໜ້າກາກປ້ອງກັນພະຍາດຕ່າງໆຕະຫຼອດໄປ.
ທ່ານ ແນລສັນ ໄດ້ໂຕ້ຖຽງວ່າ “ມັນບໍ່ໄດ້ມີການກໍ່ອາຊະຍະກຳໃດໆ ຖ້າມັນຖືກອະນຸຍາດ ໃຫ້ໃຊ້ກຳລັງ.”
ໃນວັນຈັນວານນີ້ ທ່ານແອນໂທນີ ບລິງເກັນ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວເຕືອນວ່າ ສະຫະລັດແມ່ນຍັງນຳຫຼັງຈີນ ໃນດ້ານການພັດທະນາ ນະວັດຕະກຳຕ່າງໆ ກ່ຽວກັບພະລັງງານໝຸນວຽນ.
ການພົບເຫັນດັ່ງກ່າວ ໝາຍຄວາມວ່າ ມັນຈະເປັນການຍາກ ທີ່ບັນດາໄອຍະການ ຈະກ່າວຟ້ອງເອົາຜິດ ໃນຂໍ້ຫາຄາດຕະກຳ ທີ່ພົວພັນກັບການຕາຍ ຂອງທ່ານຊິກນິກນັ້ນ.
ສະມາຊິກພັກຣີພັບບລີກັນບາງຄົນ ຕ້ອງຕິແຜນການສ້າງວຽກການ ໃຫ້ແກ່ຊາວອາເມຣິີກັນ ຂອງປະທານາທິບໍດີ ນັ້ນວ່າ ແພງແລະກວ້າງເກີນໄປ ແລະກາຍຂໍ້ຈຳກັດ ທີ່ເຄີຍມີມາໃນອະດີດ ສຳລັບພື້ນຖານໂຄງລ່າງ.
ໂຫລດຕື່ມອີກ
No live streaming currently available