ໃນບາງໝູ່ບ້ານ ແລະ ຢູ່ຕາມທາງດ່ວນ, ປະຊາຊົນໄດ້ຍົກປ້າຍຂຶ້ນ ເພື່ອສະເຫຼີມສະຫຼອງຄຳຕັດສິນ ໃນສາມຂໍ້ກ່າວຫາ ທີ່ເຊື່ອມໂຍງກັບການຕາຍຂອງ ທ້າວ ຟລອຍດ໌.
ທ່ານນາງຫົວ ຈຸນຢິງ ໂຄສົກກະຊວງການຕ່າງປະເທດຂອງຈີນ ໄດ້ກ່າວໃນຖະແຫລງການ ທີ່ຂຽນໃນວັນພຸດມື້ນີ້ວ່າ ປະທານປະເທດ ສີ ຈະກ່າວ “ຄຳປາໄສທີ່ສໍາຄັນ” ໃນລະຫວ່າງກອງປະຊຸມ ທາງອອນໄລນ໌.
ການລະບາດຂອງໄວຣັສໂຄວິດ-19 ອາດຫັນປ່ຽນແນວຄິດ ໃນຄວາມລະມັດລະວັງແກ່ຊາວອາເມຣິກັນ ແລະຊາວໂລກ ຈຳນວນນຶ່ງໃນການໃສ່ໜ້າກາກປ້ອງກັນພະຍາດຕ່າງໆຕະຫຼອດໄປ.
ທ່ານ ແນລສັນ ໄດ້ໂຕ້ຖຽງວ່າ “ມັນບໍ່ໄດ້ມີການກໍ່ອາຊະຍະກຳໃດໆ ຖ້າມັນຖືກອະນຸຍາດ ໃຫ້ໃຊ້ກຳລັງ.”
ໃນວັນຈັນວານນີ້ ທ່ານແອນໂທນີ ບລິງເກັນ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວເຕືອນວ່າ ສະຫະລັດແມ່ນຍັງນຳຫຼັງຈີນ ໃນດ້ານການພັດທະນາ ນະວັດຕະກຳຕ່າງໆ ກ່ຽວກັບພະລັງງານໝຸນວຽນ.
ການພົບເຫັນດັ່ງກ່າວ ໝາຍຄວາມວ່າ ມັນຈະເປັນການຍາກ ທີ່ບັນດາໄອຍະການ ຈະກ່າວຟ້ອງເອົາຜິດ ໃນຂໍ້ຫາຄາດຕະກຳ ທີ່ພົວພັນກັບການຕາຍ ຂອງທ່ານຊິກນິກນັ້ນ.
ສະມາຊິກພັກຣີພັບບລີກັນບາງຄົນ ຕ້ອງຕິແຜນການສ້າງວຽກການ ໃຫ້ແກ່ຊາວອາເມຣິີກັນ ຂອງປະທານາທິບໍດີ ນັ້ນວ່າ ແພງແລະກວ້າງເກີນໄປ ແລະກາຍຂໍ້ຈຳກັດ ທີ່ເຄີຍມີມາໃນອະດີດ ສຳລັບພື້ນຖານໂຄງລ່າງ.
ປະມານ 90 ເປີເຊັນຂອງພວກຄົນງານ ທີ່ສາງເກັບເຄື່ອງບໍລິສັດເຟດເດັກ ໃກ້ໆສະໜາມບິນສາກົນນະຄອນນະຄອນອິນເດຍນາໂພລິສນັ້ນ ເປັນສະມາຊິກຂອງປະຊາຄົມຊາວຊິກໃນເຂດທ້ອງຖິ່ນ.
ທ່ານແຄຣີ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ໃນນະຄອນຫຼວງໂຊລ ເມື່ອວັນອາທິດວານນີ້ ວ່າ ທ່ານພິຈາລະນາເບິ່ງຄຳເວົ້າຂອງເອກະສານຂໍ້ຕົກລົງ ແລ້ວເຫັນວ່າ “ໜັກແໜ້ນ”.
“ຂ້າພະເຈົ້າບໍ່ສາມາດຮັບປະກັນໃດໆໄດ້ ກ່ຽວກັບວ່າ ແມ່ນຫຍັງຈະເກີດຂຶ້ນຢູ່ພາຍໃນປະເທດນັ້ນ. ບໍ່ມີໃຜສາດມາດເວົ້າໄດ້” ນັ້ນແມ່ນຄຳເວົ້າຂອງທ່ານເຈັກ ຊູລລີວັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ.
ທ້າວໂບຣເດຣິກ ອະດີດເຈົ້າໜ້າທີ່ຕຳຫຼວດ ຈາກຫ້ອງການເມືອງທຣາວິສ ທີ່ຕັ້ງຢູ່ໃນນະຄອນອັອສຕິນ ກຳລັງຖືກຕາມລ່າຫາໂຕ ໃນຂໍ້ຫາຍິງຄົນຕາຍ 3 ຄົນໃນນະຄອນອັອສຕິນ ລັດເທັກຊັສ.
ກົດໝາຍລະບຸໃຫ້ລົງໂທດທາງອາຍາຕໍ່ເຂົ້າໜ້າທີ່ສໍ້ລາດບັງຫຼວງ ແລະລັດຖະບານກໍມີຄວາມຄືບໜ້າບາງຢ່າງໃນດ້ານນີ້ ແຕ່ເຈົ້າໜ້າທີ່ບາງຄົນກໍຍັງສືບຕໍ່ປະຕິບັດການສໍ້ລາດບັງຫຼວງໂດຍບໍ່ຖືກລົງໂທດຢູ່.
ໂຫລດຕື່ມອີກ
No live streaming currently available