ການຕາຍຂອງທ້າວຟລອຍດ໌ ແລະ ວີດີໂອຂອງທ້າວຟລອຍດ໌ ທີ່ຂໍຮ້ອງຊີວິດ ຂອງລາວ ແລະພວກທີ່ຢືນເບິ່ງ ພາກັນຮ້ອງໂຮຢ່າງໂກດແຄ້ນ ໃສ່ທ່ານໂຊວິນ ໃຫ້ເຊົາໜີບຄໍທ້າວຟລອຍດ໌.
ເຖິງແມ່ນມີເຫດການຄວາມກຽດຊັງຊາວເອເຊຍ ຢູ່ໃນບາງໂຕເມືອງໃນສະຫະລັດ ທີ່ກາຍເປັນຂ່າວກໍຕາມ ແຕ່ທ່ານຄຳພັນ ປຣະເສີດ ຄົນອາເມຣິດກັນເຊື້ອສາຍລາວ ກໍບໍ່ໄດ້ລົດລະອາສາສະໝັກໃຫ້ການຊ່ວຍເຫຼືອແກ່ທຸກຜິວພັນ.
ທ່ານ ແບລັກແວລ໌ ໄດ້ກ່າວ ກ່ຽວກັບ ທ້າວ ຟລອຍດ໌ ວ່າ “ລາວປ້ອງກັນຕົວບໍ່ໄດ້” ແລະ “ລາວກໍບໍ່ໄດ້ຂັດຂືນ.”
ປະທານາທິບໍດີໄບເດັນໄດ້ຮ້ອງຂໍວ່າ “ກະລຸນາ ນີ້ບໍ່ແມ່ນການເມືອງເດີ້ ຂໍໃຫ້ນຳໃຊ້ຄືນຂໍ້ບັງຄັບ ຖ້າທ່ານຫາກປ່ອຍໃຫ້ມັນລະຫຼວມ” ແລະທ່ານກ່າວຕື່ມວ່າ ທຸລະກິດຕ່າງໆກໍຄວນບັງຄັບ ໃຫ້ໃສ່ໜ້າກາກຄືກັນ.
ທ້າວຈີມມີ ບຸນແພງສີ, ຄົນຂັບລົດບັນທຸກສິນຄ້າ ທີ່ເມືອງແຊນໂຮເຊ, ລັດຄາລິຟໍເນຍ ໄດ້ຕັດສິນໃຈຂໍພັກການ ເພື່ອໄປເຄື່ອນໄຫວ ຕໍ່ສູ້ຕ້ານກັບການກໍ່ຄວາມຮຸນແຮງ ທີ່ເກີດມາຈາກຄວາມກຽດຊັງຄົນເອເຊຍ.
ທ່ານແອນໂທນີ ບລິງເຄັນ ກ່າວວ່າມັນຈະມີ "ຜົນເສຍຫາຍ ແລະຜົນສະທ້ອນຕາມມາ" ສຳລັບຣັດເຊຍຕໍ່ການເຄື່ອນໄຫວ ທີ່ເປັນການກ່າວຫາ ອັນບໍ່ດີຕໍ່ສະຫະລັດນັ້ນ.
ຄົນອາເມຣິກັນ ເປັນເຈົ້າຂອງປືນ ປະມານ 45 ເປີເຊັນ ຂອງຈຳນວນພົນລະເຮືອນທັງໝົດຂອງໂລກ, ປືນປະມານ 120 ກະບອກສຳລັບປະຊາຊົນທຸກໆ 100 ຄົນ.
ຄວາມພະຍາຍາມທັງຫຼາຍທີ່ຜ່ານມາ ເພື່ອຈະລົບລ້າງການອະນຸຍາດທັງຫຼາຍ ໄດ້ພົບກັບການຄັດຄ້ານ ຈາກປະທານາທິບໍດີ ຂອງທັງສອງພັກການເມືອງ ພ້ອມກັນກັບການຕ້ອງຕິຂອງພັກຣີພັບບລີກັນ.
ຫຼັງຈາກໄດ້ກ່າວເປີດແບບສັ້ນໆ ກ່ຽວກັບການທີ່ລັດຖະບານຂອງທ່ານ ຮັບມືກັບໂຣກລະບາດໄວຣັສໂຄໂຣນາແລ້ວ ທ່ານໄບເດັນ ກໍໄດ້ຕອບຄຳຖາມ ຂອງພວກນັກຂ່າວ 10 ຄົນ.
ທ່ານໄບເດັນ ກ່າວວ່າ ທ່ານຕ້ອງການສົ່ງຢາວັກຊີນ ອອກໄປສັກໃຫ້ຄົນ 150 ລ້ານເຂັມ ໃນ 100 ວັນທຳອິດແຫ່ງການດໍາລົງຕໍາແໜ່ງຂອງທ່ານ, ແຕ່ວ່າຄະນະລັດຖະບານຂອງທ່ານ ໄດ້ຫຼຸດຈໍານວນຄາດຄະເນນັ້ນລົງ.
ມີເຫດການຮຸນແຮງເກີດຂຶ້ນເກືອບທຸກມື້ ຢູ່ໃນເະຄອນແອັດແລນຕາ, ລັດຈໍເຈຍ. ເຫດການເຫລົ່ານີ້ ເຮັດໃຫ້ປະຊາຄົມລາວທີ່ມີຢູ່ປະມານ 10 ພັນຄົນ ໃນນະຄອນດັ່ງກ່າວ ເກີດຄວາມຢ້ານກົວ ແລະອຸກອັ່ງໃຈຫລາຍ.
ທ່ານໄບເດັນກ່າວວ່າ "ຂ້າພະເຈົ້າບໍ່ຄິດເຫັນຜູ້ໃດແລ້ວ ທີ່ຈະມີຄຸນສົມບັດ ເໝາະສົມດີໄປກວ່ານີ້."
ໂຫລດຕື່ມອີກ
No live streaming currently available