ທ່ານກ່າວອີກວ່າ “ຂ້າພະເຈົ້າເຮັດແນວນີ້ກໍເພື່ອສະແດງໃຫ້ເຫັນວ່າ ປະຊາຊົນຄວນກຽມພ້ອມ ສັກຢາເມື່ອມີຢາໄວ້ໃຫ້ສັກແລ້ວ. ບໍ່ມີຫຍັງທີ່ຈະຕ້ອງເປັນຫ່ວງ.”
ປະທານາທິບໍດີ ດໍໂນລ ທຣຳ ແມ່ນຄາດວ່າ ຈະເຊັນກົດໝາຍດັ່ງກ່າວ ໃນບໍ່ເທົ່າໃດວັນ ຫຼັງຈາກນັ້ນ.
ຮ່າງກົດໝາຍງົບປະມານໃໝ່ນີ້ ຍັງລວມມີ ໂຄງການປົກປ້ອງເງິນເດືອນ ຂອງພວກຄົນງານ ຫຼື PPP ມູນຄ່າ 284 ພັນລ້ານໂດລາ ອັນເປັນໂຄງການລິເລີ້ມ ທີ່ມີຈຸດປະສົງ ເພື່ອຊ່ອຍພວກທຸລະກິດ ຮັກສາພວກຄົນງານທັງຫຼາຍ.
ນາຍພົນ ກຸສຕາບວ໌ ເປີນາ ຜູ້ເປັນນາຍພົນ ຂອງກອງທັບບົກ ຮັບຜິດຊອບນຳການແຈກຢາຍ ຢາວັກຊີນປ້ອງກັນໂຄວິດ-19 ໃນທົ່ວສະຫະລັດ ໄດ້ອອກມາຂໍຂະມາໂທດ ຕໍ່ບັນດາຜູ້ປົກຄອງລັດ ຈຳນວນ 10 ກວ່າລັດ.
ຜູ້ທີ່ມີອາຍຸ 75 ປີຂຶ້ນໄປ ແລະຜູ້ອອກແຮງງານ ທີ່ມີຄວາມຈຳເປັນ ເຊັ່ນ ເຈົ້າໜ້າທີ່ດັບເພີງ, ຄູອາຈານ ແລະ ພະນັກ ງານຮ້ານຂາຍເຄື່ອງກິນເຄື່ອງໃຊ້ທົ່ວໄປ ເປັນກຸ່ມຈະໄດ້ຮັບການສັກຢາ ປ້ອງກັນພະຍາດໂຄວິດ-19 ໃນຂັ້ນຕໍ່ໄປ.
ສຳພັນທະໄມຕີຂອງປະທານາທິບໍດີ ດໍໂນລ ທຣຳ ກັບປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ແລະການປະຕິເສດ ທີ່ຈະຕ້ອງຕິທ່ານປູຕິນນັ້ນ ໄດ້ເຮັດໃຫ້ບັນດາຜູ້ສັງເກດການ ມີຄວາມສັບສົນມາເປັນເວລາຍາວນານ.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຫົວກ້າວໜ້າຫຼາຍຄົນໄດ້ແຂ່ງຂັນ ເພື່ອການສະເໜີຊື່ ຂອງພັກເດໂມແຄຣັດໃນປີນີ້ ແລະ ບາງຄັ້ງກໍໄດ້ຕຳໜິຕິຕຽນພັກ.
ບໍ່ວ່າ ຈະກັບເຂົ້າຮ່ວມ ຂໍ້ຕົກລົງນິວເຄລຍອີຣ່ານ ຄືນອີກຫຼືບໍ່ນັ້ນ ຈະເປັນການທົດສອບລັດຖະບານຊຸດໃໝ່ ຢ່າງໄວວາ.
ໃນວັນພະຫັດວານນີ້ ຄະນະກຳມະການຂອງສະຫະລັດ ໄດ້ໃຫ້ການຮັບຮອງ ແບບສຸກເສີນ ໃຫ້ການນຳໃຊ້ຢາວັກຊິນປ້ອງກັນໂຄວິດ-19 ອັນທີສອງ.
ຊຸດການຊ່ອຍເຫຼືອດັ່ງກ່າວ ເປັນພື້ນຖານຂອງຂໍ້ສະເໜີມູນຄ່າ 908 ພັນລ້ານໂດລາ ທີ່ໄດ້ຖືກເປີດເຜີຍໂດຍກຸ່ມສະມາຊິກສະພາສູງ ຈາກທັງສອງພັກການເມືອງ ເມື່ອວັນຈັນຜ່ານມາ
ທ່ານໄບເດັນ ສະເໜີໃຫ້ ທ່ານບູຕີເຈຈ ອາຍຸ 38 ປີ ທີ່ເປີດເຜີຍວ່າ ເປັນກະເທີຍ ອະດີດເຈົ້າເມືອງຊ້າວເບັນ ລັດອິນເດຍນາ ເປັນລັດຖະມົນຕີຂົນສົ່ງ ໃນຄະນະລັດຖະບານໃໝ່ຂອງທ່ານ.
ບັນດາໄອຍະການ ກ່າວວ່າ ແຜນການທີ່ຖືກກ່າວອ້າງນັ້ນ ເປັນພາກສ່ວນນຶ່ງ ຂອງຄວາມພະຍາຍາມທີ່ໃຫຍ່ກວ່າ ໂດຍກຸ່ມອາລ-ຊາບາບ ເພື່ອແນເປົ້າໝາຍໃສ່ຊາວອາເມຣິກັນ.
ໂຫລດຕື່ມອີກ
No live streaming currently available