ປະທານາທິບໍດີໄບເດັນໃນວັນຈັນວານນີ້ ໄດ້ສັ່ງໃຫ້ຊັກທຸງຊາດ ຢູ່ຕາມໂຮງການແຫ່ງຕ່າງໆຂອງລັດຖະບານກາງ ລົງເຄິ່ງເສົາ ເປັນເວລາ 5 ມື້.
ທ່ານ ກາແລນ ໄດ້ປະຕິຍານວ່າ ຈະແຍກການພິຈາລະນາ ທາງການເມືອງ ຈາກການທຳການຕັດສິນໃຈ ຢູ່ທີ່ກະຊວງຍຸຕິທຳ.
ທ່ານໄບເດັນ ໄດ້ກ່າວໃນວັນສຸກຜ່ານມາວ່າ ສະຫະລັດ ຂັບດັນໃຫ້ “ພົວພັນ ຄືນໃໝ່ ໃນການເຈລະຈາ” ເພື່ອຟື້ນຟູສົນທິສັນຍາດັ່ງກ່າວທີ່ອະດີດປະທານາ ທິບໍດີ ດໍໂນລ ທຣຳ ໄດ້ຖອນໂຕອອກໃນປີ 2018.
ອົງການຄຸ້ມຄອງຄວາມປອດໄພດ້ານການຂົນສົ່ງແຫ່ງຊາດ ຫຼື NTSB ໄດ້ກ່າວວ່າ ການກວດສອບໃນເບື້ອງຕົ້ນຂອງເຮືອບິນໄດ້ບົ່ງບອກວ່າ ຄວາມເສຍຫາຍໂດຍສ່ວນໃຫຍ່ແມ່ນຢູ່ໃນບໍລິເວນຂອງເຄື່ອງຈັກເບື້ອງຂວາ.
ທ່ານກາແລນ ອາຍຸ 68 ປີ ຊຶ່ງໃນປັດຈຸບັນນີ້ ເປັນຜູ້ພິພາກສາສານອຸທອນ ຂອງລັດຖະບານກາງ ແລະຜູ້ທີ່ເຄີຍຖືກສະເໜີແຕ່ງຕັ້ງ ໃຫ້ເປັນຜູ້ພິພາກສາສານສູງສຸດ ໃນປີ 2016.
ທ່ານ ໄບເດັນ ກ່າວໃນຄຳປາໄສຮັບຕຳແໜ່ງວ່າ “ຂ້າພະເຈົ້າຮູ້ສຶກນອບນ້ອມຖ່ອມຕົວດ້ວຍຄວາມເຊື່ອຖື ແລະ ຄວາມໝັ້ນໃຈທີ່ພວກທ່ານມີຕໍ່ຂ້າພະເຈົ້າ.”
ຕຳຫຼວດເມືອງ ໂອກແລນ ໄດ້ຕອບສະໜອງດ້ວຍການຍ້າຍແຫຼ່ງກຳລັງເຂົ້າໄປໃນເຂດເມືອງຈີນ ຂອງເມືອງດັ່ງກ່າວ.
ຄວາມພະຍາຍາມດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນ ໂດຍພວກສະໜັບສະໜູນທ່ານບາງຄົນ ໃນຫໍລັດຖະສະພາ.
ມາດຕະການດັ່ງກ່າວ ຈະອະນຸຍາດໃຫ້ພວກທີ່ອາໄສ ຢູ່ໃນສະຫະລັດປະມານ 11 ລ້ານຄົນ ໃນເວລານີ້ ໄດ້ຮັບສັນຊາດພາຍໃນເວລາ 8 ປີ.
ອຸນຫະພູມໜາວຍັງໄດ້ເຮັດໃຫ້ທໍ່ນໍ້າໃນເຮືອນແຕກ. ສຳລັບຫຼາຍຄົນຜູ້ທີ່ຍັງມີລະບົບນໍ້າເຮັດວຽກຢູ່ນັ້ນ, ນໍ້າແມ່ນບໍ່ປອດໄພ ສຳລັບການດື່ມ.
ຊາວລາວອາເມຣິກັນຫຼາຍໆກຸ່ມ ຮວມທັງ ລາວລຸ່ມ ກຶມມຸ ມ້ຽນ ລື້ ໄທດຳ ຖືກຮ້ອງເປັນພິເສດ ໃຫ້ໄປສັກຢາວັກຊີນປ້ອງກັນໂຄວິດ-19 ໃນເມືອງກົງຕຣາ ກົສຣາ ເຂດເບເອເຣຍ ລັດຄາລີເນຍ.
ອົງການ NASA ດຽວນີ້ ໄດ້ສົ່ງຍານສໍາຫຼວດ ໄປລົງຈອດຢູ່ດາວອັງຄານຫຼື ດາວແດງ (Red Planet) ເປັນທີ່ສໍາເລັດຜົນມາແລ້ວ 9 ໃນທັງໝົດ 10 ຄັ້ງ.
ໂຫລດຕື່ມອີກ
No live streaming currently available