ລັດຖະບານສະຫະລັດ ພວມກຳລັງເຮັດວຽກ ກ່ຽວກັບແຜນການຂອງຕົນ ທີ່ຈະແຈກຢາຍຢາວັກຊີນປ້ອງກັນໄວຣັສໂຄໂຣນາ ຮອບທຳອິດ ເມື່ອໃດທີ່ພວກເຂົາເຈົ້າ ໄດ້ຮັບການອະນຸມັດ ດ້ານລະບຽບການ.
ໄກ່ງວງສອງໂຕ ຊຶ່ງໄດ້ຖືກລ້ຽງດູມາ ເພື່ອໃຫ້ໄດ້ຂະໜາດ ໂດຍທ່ານ ຣອນ ຄາຣແດລ ປະທານສະຫະພັນໄກ່ງວງແຫ່ງຊາດ ແລະເປັນຊາວກະສິກອນລ້ຽງໄກ່ງວງ ປູກໝາກສາລີ ແລະໝາກຖົ່ວເຫຼືອງ ລຸ້ນທີ 6 ຈາກລັດໄອໂອວາ.
ການເລືອກໄກ່ງວງຈະໃຊ້ເວລາຫຼາຍເດືອນ, ເປັນຂັ້ນຕອນທີ່ດຳເນີນໂດຍສະຫະພັນໄກ່ງວງແຫ່ງ ຊາດ.
ນຶ່ງໃນກຸ່ມຄົນດັ່ງກ່າວ ປະກອບດ້ວຍ ທ່ານແອນໂທນີ ບລິງເກັນ ຜູ້ເປັນທີ່ປຶກສາຮັບຜິດຊອບ ດ້ານການຕ່າງປະເທດ ທີ່ໃກ້ຊິດທີ່ສຸດກັບທ່ານໄບເດັນ ໄດ້ຖືກເລືອກໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດ.
ທ່ານນາງ ໂທມມັສ-ກຣີນຟຽວ ເຄີຍເຮັດວຽກທັງຢູ່ໃນຄະນະລັດຖະບານຂອງພັກເດໂມແຄຣັດ ແລະພັກຣີພັບບລິກັນ ໃນໄລຍະທີ່ທ່ານນາງເຮັດວຽກ ຢູ່ໃນກະຊວງການຕ່າງປະເທດເປັນເວລາ 35 ປີ.
ທ່ານບລິງເກັນ ໄດ້ກ່າວຕໍ່ອົງການຂ່າວເອພີ ວ່າ “ປະຊາທິປະ ໄຕ ແມ່ນຢູ່ໃນທ່າທົດຖອຍຢູ່ທົ່ວໂລກແລະເປັນທີ່ໜ້າ ເສຍດາຍ ມັນຍັງຢູ່ໃນທ່າທົດຖອຍຢູ່ໃນປະເທດ ຍ້ອນປະທານາທິບໍດີເອົາໄມ້ສອງຄູນສີ່ທັບມ້າງສະຖາບັນຂອງຕົນ
ເຈົ້າໜ້າທີ່ເລືອກຕັ້ງ ໃນລັດມີຊິແກນ ທີ່ຢູ່ພາກຕາເວັນຕົກຕອນກາງຂອງປະເທດ ໄດ້ຢັ້ງຢືນການໄດ້ຮັບໄຊຊະນະໃນການເລືອກຕັ້ງ ປະທານາທິບໍດີຢູ່ໃນລັດນັ້ນ ຂອງທ່ານໂຈ ໄບເດັນ ທີ່ມາຈາກພັກເດໂມແຄຣັດ.
ມີຊາວອາເມຣິກັນຫຼາຍລ້ານຄົນ ພາກັນເດີນທາງ ເນື່ອງໃນວັນສະຫຼອງບຸນຂອບຄຸນພະເຈົ້າ ເຖິງແມ່ນມີການເຕືອນ ຈາກເຈົ້າໜ້າທີ່ການແພດ ໃຫ້ຫຼີກຫຼ່ຽງ ເພື່ອປ້ອງກັນການແຜ່ລະບາດ ຂອງໂຄວິດ-19.
ໃນຂະນະທີ່ທ່ານ ໄບເດັນ ກຳລັງຢູ່ໃນຂັ້ນຕອນການໂອນອຳນາດ ເພື່ອເປັນປະທານາທິບໍດີຄົນທີ 46 ຂອງປະເທດໃນສາບານຕົວເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນນີ້, ທ່ານທຣຳ ຍັງປະຕິເສດທີ່ຈະຍອມແພ້ໃນການເລືອກຕັ້ງ.
ແຕ່ການຢັ່ງຫາງສຽງ ໃນທົ່ວສະຫະລັດ ສະແດງໃຫ້ເຫັນວ່າ ປະມານສີ່ໃນສິບຄົນໃດ ຂອງຊາວອາເມຣິກັນ ຍັງຄົງບໍ່ເຊື່ອໝັ້ນ ກ່ຽວກັບການຮັບສັກຢາວັກຊີນດັ່ງກ່າວ.
ບັນດານັກຊ່ຽວຊານ ກ່າວວ່າ ມີຄວາມເປັນໄປໄດ້ສູງ ກົດໝາຍໃໝ່ໃດໆ ທີ່ຈະຮຽກຮ້ອງຕໍ່ພວກບໍລິສັດເທັກໂນໂລຈີ ໃຫ້ມີຄວາມໂປ່ງໃສຫຼາຍຂຶ້ນ ໃນວິທີທີ່ພວກເພິ່ນຕັດສິນໃຈ ກ່ຽວກັບເນື້ອຫາເພື່ອໃຫ້ກຳນົດເຄື່ອງໝາຍ ຫຼື ກີດກັນ.
ອົງການຂ່າວເອພີ ປະກາດໃຫ້ທ່ານໄບເດັນ ເປັນປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຫຼັງຈາກທ່ານໄດ້ຮັບຄະແນນຜູ້ແທນລັດ ກາຍ 272 ສຽງ ຕາມທີ່ຕ້ອງການ ເພື່ອຈະໄດ້ເປັນປະທານາທິບໍດີ.
ໂຫລດຕື່ມອີກ
No live streaming currently available