ທ່ານຄຣິສໂຕເຟ ໂບຈານ ເຈົ້າໜ້າທີ່ອະວຸໂສ ຂອງອົງການຂ້າຫຼວງໃຫຍ່ອົບພະຍົບ ສະຫະປະຊາຊາດ ກ່າວວ່າ ອຸບປະສັກທີ່ສຳຄັນອີກອັນນຶ່ງ ໃນການຊ່ວຍເຫຼືອພວກອົບພະຍົບ ກໍຄືໄວຣັສໂຄໂຣນາ
ທ່ານອອສຕິນ “ແທ້ຈິງແລ້ວ ແມ່ນຊຸມໃສ່ການພະຍາຍາມຟື້ນຟູ ສາຍສຳພັນຂອງພວກເຮົາ ກັບກຸ່ມພັນທະມິດ” ເຈົ້າໜ້າທີ່ອະວຸໂສກະຊວງປ້ອງກັນປະເທດ ໄດ້ກ່າວໄປ.
ຄອບຄົວທ່ານບຸນ ອຸດທະວົງ ແມ່ນຜູ້ນຶ່ງທີ່ປະສົບກັບພາວະສຸກເສີນ ບໍ່ມີໄຟຟ້າໃຊ້ ທໍ່ນໍ້າກ້າມ ແລະບໍ່ມີອາຍຮ້ອນ. ທຸກຄົນຕ້ອງໄດ້ເຂົ້າໄປນອນໂຮມກັນ ຢູ່ຫ້ອງດຽວ ເພື່ອຄວາມອົບອຸ່ນ.
ການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ທຸກສິ່ງທຸກຢ່າງທີ່ກ່າວມານີ້ຢຸດສະງັກລົງ, ຊຶ່ງເປັນຄວາມເສົ້າໃຈຂອງຄົນທ້ອງຖິ່ນຢ່າງນັບບໍ່ຖ້ວນ.
ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງເທີກີ ທ່ານຮູລູຊີ ອາຄາຣ ໄດ້ກ່າວເມື່ອຕອນເຊົ້າວັນອາທິດວານນີ້ ວ່າ ພວກຜູ້ເຄາະຮ້າຍ ໄດ້ຖືກລັກພາຕົວໄປ ແລະຖືກສັງຫານ ໂດຍພວກສະມາຊິກພັກກຳມະກອນເຄີດິສຖານ.
ທ່ານ ທຣຳ ໄດ້ຖອນ ສະຫະລັດ ອອກຈາກອົງການອະນາໄມໂລກ ແລະ ຂໍ້ຕົກລົງສະພາບອາກາດ ປາຣີ ແລະ ໄດ້ເຍາະເຍີ້ຍບັນດາອົງການຈັດຕັ້ງຫຼາຍຝ່າຍ ແລະ ກຸ່ມເປັນສ່ວນໃຫຍ່.
ສະພາສູງໄດ້ລົງຄະແນນສຽງ 57 ຕໍ່ 43 ຕັດສິນ ການຟ້ອງຮ້ອງຕໍ່ອະດີດຜູ້ນຳສະຫະລັດ ແຕ່ຍັງຂາດຢູູ່ 10 ສຽງ ທີ່ຕ້ອງການ 67 ສຽງ ເພື່ອໃຫ້ທ່ານມີຄວາມຜິດ ຊຶ່ງເປັນຈຳນວນ 2 ສ່ວນ 3 ຂອງສະພາສູງ.
ໃນຊ່ວງເວລາ ທີ່ສະພາສູງໄດ້ລົງຄະແນນສຽງ 57 ຕໍ່ 43 ໃນວັນເສົາຜ່ານມາ ເພື່ອຕັດສິນລົງໂທດທ່ານທຣໍາ ແຕ່ວ່າບໍ່ໄດ້ຮັບຄະແນນສຽງ 67 ຄະແນນ ເພື່ອໃຫ້ພຽງພໍຕາມກໍານົດທີ່ຈະເຮັດເຊັ່ນນັ້ນໄດ້.
ສະຫະລັດມີລາຍງານການເສຍຊີວິດ ແລະຕິດເຊື້ອໂຄວິດ-19 ຫຼາຍກວ່າປະເທດອື່ນໃດທັງໝົດ ຊຶ່ງໄດ້ມີການຈົດບັນທຶກ ຫຼາຍກວ່າ 200,000 ກໍລະນີໃໝ່ ຕໍ່ມື້ ໃນເດືອນທັນວາທີ່ຜ່ານມາ.
ຊາວອາເມຣິກັນ ສະຫຼອງວັນປະທານາທິບໍດີ ໃນວັນຈັນມື້ນີ້, ເຊິ່ງເປັນວັນພັຂອງ ລັດຖະບານກາງເພື່ອ ໃຫ້ກຽດແກ່ປະທານາທິບໍດີສະຫະລັດທຸກຄົນ.
ທ່ານຣາສກິນ ກ່າວວ່າ “ມັນເປັນຫຼັກການພື້ນຖານທີ່ວ່າ ບໍ່ມີຜູ້ໃດສາມາດຍຸແຍ່ໃຫ້ເກີດການຈະລາຈົນ” ຢູ່ໃນລະບອບປະຊາທິປະໄຕຂອງອາເມຣິກັນໄດ້.
ຖະແຫລງການສະບັບນຶ່ງ ຈາກກະຊວງການເງິນສະຫະລັດ ໄດ້ກ່າວວ່າ “ມາດຕະການລົງໂທດເຫຼົ່ານີ້ ບໍ່ໄດ້ແນໃສ່ປະຊາຊົນມຽນມາ.”
ໂຫລດຕື່ມອີກ
No live streaming currently available