ຄວາມກ້າວໜ້າຂອງບັນດາແມ່ຍິງອາເມຣິກັນເຊື້ອສາຍລາວ ໄດ້ພິສູດໃຫ້ເຫັນໃນຫຼາຍໆດ້ານ ເຊັ່ນດ້ານການສຶກສາ, ອາຊີບ ວຽກງານທີ່ດີ ທຽບເທົ່າກັບເພດຊາຍ ແລະຄົນອາເມຣິກັນເຊື້ອສາຍອື່ນໆ.
ເຈົ້າໜ້າທີ່ປ້ອງກັນປະເທດ ກ່າວຕໍ່ວີໂອເອວ່າ ການຮ້ອງຂໍດັ່ງກ່າວ ແມ່ນກຳລັງໄດ້ຮັບການພິຈາລະນາຢູ່ ທະຫານພວກນີ້ ມີກໍານົດວ່າ ຈະຖອນອອກໄປ ຈາກພື້ນທີ່ຫໍລັດຖະສະພາ ໃນວັນທີ 12 ມີນາຈະມາເຖິງນີ້.
ນາງບອກວ່າ ມີລູກຄ້າສັ່ງອາຫານຂອງນາງ ເພີ້ມຂຶ້ນເທົ່າໂຕ ເມື່ອທຽບໃສ່ກັບແຕ່ກ່ອນ ລູກຄ້າຂອງນາງສ່ວນໃຫຍ່ ນອກຈາກຄົນເຊື້ອສາຍລາວແລ້ວ ກໍຍັງມີຊາວກໍາປູເຈຍ, ຫວຽດນາມ ແລະໄທ ອີກດ້ວຍ.
ພະນັກງານສັນຍາຈ້າງ ທີ່ເປັນພົນລະເຮືອນ ຂອງສະຫະລັດຄົນນຶ່ງ ໄດ້ເສຍຊີວິດ ຫຼັງຈາກທີ່ໄດ້ເປັນຫົວໃຈວາຍ ໃນຂະນະທີ່ໄດ້ໄປຫລົບລີ້ ຢູ່ສະຖານທີ່ລີ້ໄພຈາກການໂຈມຕີຢູ່ນັ້ນ.
ນາຍພົນ ວິລລຽມ ວອກເກີ ກ່າວຕໍ່ 2 ຄະນະກຳມະການ ຂອງສະພາສູງວ່າ ທ່ານບໍ່ໄດ້ຮັບການອະນຸມັດຈາກກະຊວງປ້ອງກັນປະເທດ ໃຫ້ສົ່ງທະຫານຫຼາຍຮ້ອຍຄົນ ໄປທີ່ນັ້ນ ຈົນເທົ່າ 5 ໂມງແລງ.
ມັນມີຫຼາຍເຫດການ ຕໍ່ຕ້ານຄົນເອເຊຍເກີດຂຶ້ນ ໃນ ສະຫະລັດ ທີ່ບໍ່ໄດ້ຖືກລາຍງານ ຍ້ອນຄວາມເປັນຫ່ວງວ່າ ຈະບໍ່ໄດ້ຮັບຄວາມສົນໃຈ ຫຼື ຖືກລຳອຽງ ໂດຍພວກເຈົ້າໜ້າທີ່ຕຳຫຼວດ.
ສະພາສູງ ຈະຊັກຊ້າໃນເລີ່ມຕົ້ນການໂຕ້ວາທີ ກ່ຽວກັບຮ່າງກົດໝາຍດ້ານເງິນຊ່ວຍເຫລືອປະມານ 1 ພັນ 900 ຕື້ໂດລາ ຂອງທ່ານ ໄບເດັນ
ບັນດາເຈົ້າໜ້າທີ່ ສະຫະລັດ ໃນວັນອັງຄານວານນີ້ ຍັງໄດ້ເປີດເຜີຍການຄົ້ນພົບຄວາມລັບ ທີ່ຖິ້ມໂທດການວາງຢາພິດ ໃສ່ອົງການສືບລັບ FSB ທີ່ນຳໜ້າຂອງ ຣັດເຊຍ.
ຜູ້ອຳນວຍການອົງການສັນຕິບານກາງ ຫຼື FBI ຂອງສະຫະລັດ ທ່ານຄຣິສໂຕເຟີ ເວຣໄດ້ກ່າວປ້ອງກັນການຕ້ອງ ຕິອົງການຂອງທ່ານ ທີ່ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ການເຕືອນ ກ່ຽວກັບການໂຈມຕີ ລັດຖະສະພາສະຫະລັດ.
ບັນດາເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ ເວົ້າວ່າ ປັກກິ່ງ ນັບມື້ນັບເບັ່ງອິດທິພົນ ທາງທະຫານຂອງຕົນ ອອກໄປໄກຈາກປະເທດ ຢ່າງບໍ່ເກງໃຈໃຜ.
ທ່ານ ໂຈ ໄບເດັນ ໄດ້ກ່າວວ່າ ສະຫະລັດຈະມີຢາວັກຊີນພຽງພໍ ສຳລັບຊາວອາເມຣິກັນທັງໝົດ ໃນເດືອນພຶດສະພາ ໂດຍເອີ້ນການຕົກລົງ ລະຫວ່າງສອງບໍລິສັດຜະລິດຢານັ້ນວ່າ ເປັນ “ບາດກ້າວໄປໜ້າທີ່ສຳຄັນ.”
ບັນດານັກຊ່ຽວຊານເປັນຫ່ວງວ່າ ໄວຣັສສາຍພັນໃໝ່ໆ ເປັນສາຍພັນຂອງໂຄໂຣນາໄວຣັສທີ່ຕິດແປດໄດ້ງ່າຍຂຶ້ນກວ່າເກົ່າ ທີ່ກໍ່ໃຫ້ເກີດພະຍາດໂຄວິດ-19 ນັ້ນ ອາດເຂົ້າມາແຜ່ລະບາດກໍເປັນໄດ້.
ໂຫລດຕື່ມອີກ
No live streaming currently available