ເມື່ອໄວໆມານີ້ ທ່ານ ດຣ. ບຸນລັດ ໄດ້ເຮັດວີດີໂອ ອອກມາເຜີຍແຜ່ ໃຫ້ແກ່ຊຸມຊົນລາວ ໂດຍສະເພາະ ພວກທີ່ມີອາຍຸສູງແລ້ວ ໃຫ້ເຂົ້າອົກເຂົ້າໃຈ ແລະຢ່າໄດ້ຖືເບົາ ກ່ຽວກັບພະຍາດໂຄວິດ-19.
ທ່ານ ບລິງເກັນ ແມ່ນຜູ້ຖືກສະເໜີຊື່ໃນຄະນະລັດຖະບານທ່ານ ໄບເດັນ ຄົນທີ 4 ທີ່ໄດ້ຮັບການຢັ້ງຢືນ ໃນອາທິດທີ່ຜ່ານມາ.
ທ່ານ ບຣາຍອັນ ດີສ໌ (Brian Deese) ຜູ້ອຳນວຍການສະພາເສດຖະກິດແຫ່ງຊາດ ຂອງທ່ານ ໄບເດັນ ໄດ້ຮຽກຮ້ອງໃຫ້ສະພາ ອະນຸມັດຂໍ້ຕົກລົງການຊ່ວຍເຫຼືອໃໝ່ນັ້ນ ຢ່າງວ່ອງໄວ.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ຕ່າວປິ້ນ ນະໂຍບາຍຫຼາຍໆຢ່າງ ຂອງທ່ານທຣໍາ ໂດຍສະເພາະ ທ່ານໄດ້ເຊັນດຳລັດໃໝ່ ສອງສະບັບ ເພື່ອຂະຫຍາຍການຮັກສາສຸຂະພາບ ໃນວັນພະຫັດວານນີ້.
ມາຮອດວັນຈັນຜ່ານມາ, ຈໍານວນຄົນເປັນພະຍາດນີ້ທີ່ໄດ້ ຮັບການຢືນຢັນແລ້ວຢູ່ໃນລັດດັ່ງກ່າວ ມີຫລາຍກວ່າ 3 ລ້ານ 153 ພັນຄົນ ຊຶ່ງເພີ້ມຂຶ້ນປະມານມື້ລະ 50,000 ຄົນ ນັບແຕ່ທ້າຍເດືອນພະຈິກ.
“ສະພາບແວດລ້ອ ມທີ່ເປັນໄພຂົ່ມຂູ່ສູງຂຶ້ນ” ແມ່ນມີຄວາມເປັນໄປໄດ້ວ່າ ຈະມີໄປ ຈົນຮອດທ້າຍເດືອນເມສາ.
ການຟ້ອງຮ້ອງໃໝ່ນີ້ ໃນຂໍ້ຫາຍຸຍົງໃຫ້ກໍ່ຄວາມວຸ້ນວາຍ ໄດ້ຖືກຮັບຜ່ານ ໂດຍສະພາຕ່ຳໃນວັນທີ 13 ມັງກອນ ນຶ່ງອາທິດກ່ອນທີ່ທ່ານທຣຳ ຈະລົງຈາກຕຳແໜ່ງ.
ນຶ່ງອາທິດແຫ່ງການດຳລົງຕຳແໜ່ງ ເປັນປະທານາທິບໍດີຂອງທ່ານ, ຜູ້ນຳສະຫະລັດຄົນໃໝ່ທ່ານນີ້ ໄດ້ເອີ້ນການປ່ຽນແປງ ຂອງດິນຟ້າອາກາດວ່າ ເປັນ “ໄພຂົ່ມຂູ່ທີ່ມີຈິງແທ້”.
ປະທານາທິບໍດີ ໂຈ ໄບເດັນ ໄດ້ຊີ້ນຳ DHS ໃຫ້ເພັ່ງເລັງໃສ່ໄພຂົ່ມຂູ່ ຕໍ່ຄວາມປອດໄພຂອງມະຫາຊົນ ຄວາມໝັ້ນຄົງແຫ່ງຊາດແລະຜູ້ໃດກໍຕາມທີ່ຖືກຄຸມໂຕຂະນະທີ່ເຂົ້າມາໃນສະຫະລັດຢ່າງຜິດກົດໝາຍຫຼັງຈາກວັນທີ 1 ພະຈິກ.
ທ່ານນາງໂຣແຊລ ວາເລັນສກີ ຫົວໜ້າຄົນໃໝ່ ຂອງສູນກາງຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດ ທຳ ນາຍວ່າ ຈະມີຜູ້ເສຍຊີວິດຍ້ອນໂຄວິດ-19 ຢູ່ໃນສະຫະລັດ ເພີ້ມຂຶ້ນກາຍ 500,000 ຄົນ ໃນວັນທີ 20 ກຸມພານີ້.
ປະທານາທິບໍດີສະຫະລັດ ໄບເດັນກ່າວວ່າ "ສິ່ງທີ່ຂ້າພະເຈົ້າກຳລັງເຮັດຢູ່ແມ່ນການເຮັດໃຫ້ຊາວອາເມຣິກັນທີ່ມີຄຸນນະວຸດທິເໝາະສົມທັງໝົດ ໄດ້ເຂົ້າຮັບໃຊ້ປະເທດຂອງພວກເຂົາເຈົ້າຢູ່ໃນເຄື່ອງແບບ."
ຖ້າທ່ານ ທຣຳ ຖືກຕັດສິນມີຄວາມຜິດ, ການລົງຄະແນນສຽງສ່ວນຫຼາຍຕ່າງຫາກ ແມ່ນສາມາດຫ້າມທ່ານ ທຣຳ ຈາກການເຂົ້າຮັບຕຳແໜ່ງລັດຖະການຕະຫຼອດໄປ.
ໂຫລດຕື່ມອີກ
No live streaming currently available