ນຶ່ງອາທິດແຫ່ງການດຳລົງຕຳແໜ່ງ ເປັນປະທານາທິບໍດີຂອງທ່ານ, ຜູ້ນຳສະຫະລັດຄົນໃໝ່ທ່ານນີ້ ໄດ້ເອີ້ນການປ່ຽນແປງ ຂອງດິນຟ້າອາກາດວ່າ ເປັນ “ໄພຂົ່ມຂູ່ທີ່ມີຈິງແທ້”.
ປະທານາທິບໍດີ ໂຈ ໄບເດັນ ໄດ້ຊີ້ນຳ DHS ໃຫ້ເພັ່ງເລັງໃສ່ໄພຂົ່ມຂູ່ ຕໍ່ຄວາມປອດໄພຂອງມະຫາຊົນ ຄວາມໝັ້ນຄົງແຫ່ງຊາດແລະຜູ້ໃດກໍຕາມທີ່ຖືກຄຸມໂຕຂະນະທີ່ເຂົ້າມາໃນສະຫະລັດຢ່າງຜິດກົດໝາຍຫຼັງຈາກວັນທີ 1 ພະຈິກ.
ທ່ານນາງໂຣແຊລ ວາເລັນສກີ ຫົວໜ້າຄົນໃໝ່ ຂອງສູນກາງຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດ ທຳ ນາຍວ່າ ຈະມີຜູ້ເສຍຊີວິດຍ້ອນໂຄວິດ-19 ຢູ່ໃນສະຫະລັດ ເພີ້ມຂຶ້ນກາຍ 500,000 ຄົນ ໃນວັນທີ 20 ກຸມພານີ້.
ປະທານາທິບໍດີສະຫະລັດ ໄບເດັນກ່າວວ່າ "ສິ່ງທີ່ຂ້າພະເຈົ້າກຳລັງເຮັດຢູ່ແມ່ນການເຮັດໃຫ້ຊາວອາເມຣິກັນທີ່ມີຄຸນນະວຸດທິເໝາະສົມທັງໝົດ ໄດ້ເຂົ້າຮັບໃຊ້ປະເທດຂອງພວກເຂົາເຈົ້າຢູ່ໃນເຄື່ອງແບບ."
ຖ້າທ່ານ ທຣຳ ຖືກຕັດສິນມີຄວາມຜິດ, ການລົງຄະແນນສຽງສ່ວນຫຼາຍຕ່າງຫາກ ແມ່ນສາມາດຫ້າມທ່ານ ທຣຳ ຈາກການເຂົ້າຮັບຕຳແໜ່ງລັດຖະການຕະຫຼອດໄປ.
ມີຫຼາຍກວ່າ 135 ຄົນ ໄດ້ຖືກຈັບ ໃນການພົວພັນ ກັບເຫດການຢູ່ຫໍລັດຖະສະພາ ໃນວັນທີ 6 ມັງກອນຜ່ານມາ ຊຶ່ງເຮັດໃຫ້ 5 ຄົນເສຍຊີວິດ ແລະບັງຄັບໃຫ້ສະມາຊິກສະພາຕ້ອງໄດ້ພາກັນໄປຊອກຫາບ່ອນລີ້ທີ່ປອດໄພ.
ຫ້າຄົນໄດ້ເສຍຊີວິດໃນການໂຈມຕີນັ້ນ, ລວມທັງເຈົ້າໜ້າທີ່ຕຳຫຼວດລັດຖະສະພາ, ທ່ານ ບຣາຍອັນ ຊິກນິກ, ຜູ້ທີ່ຖືກໂຍນຖັງດັບເພີງໃສ່ຫົວໂດຍພວກຈະລາຈົນ.
ຢູ່ໃນການຮັບຟັງຄຳໃຫ້ການ ເພື່ອຮັບຮອງເອົາທ່ານ ໃນອາທິດຜ່ານມານັ້ນ ທ່ານ ບລິນເຄນ ກ່າວວ່າ ທ່ານພ້ອມແລ້ວ ທີ່ຈະປະເຊີນໜ້າກັບສິ່ງທ້າທາຍ ທີ່ກໍ່ໃຫ້ເກີດຂຶ້ນມາໂດຍຈີນ, ອີຣ່ານ, ຣັດເຊຍ ແລະເກົາຫຼີເໜືອ.
ການເລື່ອນເນລະເທດອອກໄປ 100 ວັນ ໄດ້ມີຜົນບັງຄັບໃຊ້ ໃນວັນສຸກທີ່ຜ່ານມາ ແລະໃຊ້ໄດ້ກັບຜູ້ໃດກໍຕາມເກືອບທຸກຄົນ ຜູ້ທີ່ໄດ້ເຂົ້າມາໃນສະຫະລັດໂດຍບໍ່ໄດ້ຮັບອະນຸຍາດກ່ອນເດືອນພະຈິກ.
ທ່ານໄບເດັນໄດ້ກ່າວໄປວ່າ “ຍັງບໍ່ທັນມີຢູ່ໃນມືເທື່ອ ແຕ່ໄດ້ສັ່ງແລ້ວ. ພວກເຮົາ ຄາດໝາຍວ່າ ຢາ 200 ລ້ານໂດສເຫຼົ່ານີ້ ຈະຖືກນຳສົ່ງໃຫ້ ໃນລະດູຮ້ອນນີ້.”
ກົດລະບຽບ ໃນການເກັບເງິນຊ່ວຍສະມາຊິກ ສະມາຄົມຊາປະນາກິດສົບ ທີ່ເສຍຊີວິດຍ້ອນໂຄວິດ-19 ໂດຍທົ່ວໄປແລ້ວ ແມ່ນຂຶ້ນຢູ່ກັບການຕົກລົງກັນໄວ້.
ບໍລິສັດໂມເດີຣນາ ກ່າວວ່າ ຕົນຈະສືບຕໍ່ວາງແຜນຍຸດທະສາດ ດ້ານການທົດລອງຢູ່ຄລີນິກ “ເພື່ອເປັນການຮັບມືກັບໂຣກລະບາດ ຢ່າງຕັ້ງໜ້າ ໃນຂະນະທີ່ໄວຣັສປັບຕົວ ຢູ່ຢ່າງຕໍ່ເນື່ອງ”.
ໂຫລດຕື່ມອີກ
No live streaming currently available