ໃນຂໍ້ຄວາມນຶ່ງ, ທ່ານ ທຣຳ ໄດ້ກ່າວ ກ່ຽວກັບ ທ່ານ ໄບເດັນ ວ່າ, “ລາວໄດ້ ຊະນະຍ້ອນການເລືອກຕັ້ງ ມີການສໍ້ໂກງ.”
ນຶ່ງໃນບັນດາທີ່ປຶກສາດ້ານໂຄວິດ-19 ຂອງທ່ານໄບເດັນ ກໍຄື ທ່ານໝໍ ອາທູລ ກາວອນດີ ໄດ້ກ່າວຕື່ມວ່າ “ມັນມີຂໍ້ມູນອີກຫຼາຍທີ່ຕ້ອງໄດ້ສົ່ງຕໍ່ ມັນບໍ່ສາມາດລໍຖ້າໄດ້ຈົນຮອດນາທີສຸດທ້າຍ.”
ນັກບິນອະວະກາດ 4 ຄົນ ກຳລັງເດີນທາງໄປ ສະຖານີອະວະກາດນາໆຊາດ ຫລັງຈາກຍານອະວະກາດ Crew Dragon ຂອງບໍລິສັດ SpaceX ໄດ້ຖືກສົ່ງໂດຍຈະຫຼວດ ຢ່າງສຳເລັດຜົນ ຂຶ້ນສູ່ວົງໂຄຈອນ.
ເປັນເວລາແປດປີ ທີ່ທ່ານໄບເດັນ ໄດ້ເປັນຮອງປະທານາທິບໍດີ ຂອງທ່ານບາຣັກ ໂອບາມາ ແລະໄດ້ມີບົດບາດທີ່ສຳຄັນ ໃນລັດຖະບານຂອງທ່ານໂອບາມາ.
ທຳນຽບຂາວໄດ້ປະຕິເສດ ບໍ່ຮັບເອົາການຕ້ອງຕິ ຂອງພັກເດໂມແຄຣັດທີ່ເວົ້າວ່າ ທ່ານທຣຳທີ່ເສຍໄຊໃນການເລືຶອກຕັ້ງ ແມ່ນໄດ້ຢຸດເຊົາ ໃນການປົກຄອງປະເທດກ່ອນກຳນົດ.
ການແຕ່ງຕັ້ງທ່ານ Klain ແມ່ນນຶ່ງ ໃນການແຕ່ງຕັ້ງຫຼາຍອັນ ທີ່ສຳຄັນທີ່ສຸດ ສຳລັບທ່ານໄບເດັນ, ຊຶ່ງການແຕ່ງຕັ້ງສະມາຊິກຂອງຄະນະລັດຖະບານ ອາດຈະມີຂຶ້ນໃນອາທິດໜ້ານີ້.
ບັນດາຜູ້ນຳໄດ້ເວົ້າວ່າ ເຂົາເຈົ້າໄດ້ປຶກສາຫາລື ກ່ຽວກັບ ໂຣກລະບາດໄວຣັສໂຄໂຣນາ, ສະພາບອາກາດປ່ຽນແປງ ແລະ ບັນຫາອື່ນໆ.
ຂົງເຂດເອເຊຍຕາເວັນອອກສຽງໃຕ້ ຮູ້ຈັກທ່ານໄບເດັນດີ ຕັ້ງແຕ່ທີ່ທ່ານເປັນຮອງປະທານາທິບໍດີ ໃນຄະນະລັດຖະບານ ຂອງປະທານາທິບໍດີບາຣັກ ໂອບາມາ.
ອີກ 1,421 ຄົນໄດ້ເສຍຊີວິດ ໃນວັນພຸດຜ່ານມາໂດຍຜັກດັນໃຫ້ອັດຕາສະເລ່ຍ ໃນການເສຍຊີວິດ ໃນຮອບ 7 ວັນ ມີຫຼາຍເກີນກວ່າ 1,000 ຄົນຕໍ່ມື້.
ປະທານາທິບໍດີ ດໍໂນລ ທຣຳ ຍັງບໍ່ໄດ້ຍອມຮັບສິ່ງທີ່ປາກົດວ່າ ເປັນການຜ່າຍແພ້ ໃຫ້ທ່ານ ໄບເດັນ ໃນການເລືອກຕັ້ງແຫ່ງຊາດຂອງອາທິດແລ້ວນີ້.
ທ່ານລາຟເຟັນສເປີເກີ ໄດ້ກ່າວວ່າ “ວຽກຂອງພວກເຂົາເຈົ້າແມ່ນຍາກ ພວກເຂົາເຈົ້າໄດ້ປະຕິບັດຄວາມຮັບຜິດຊອບທຸກຢ່າງ ແລະພວກເຂົາເຈົ້າເຮັດໜ້າທີ່ ຂອງພວກເຂົາເຈົ້າ.”
ສະມາຊິກສະພາສູງ ສະຫະລັດ ສັງກັດພັກຣພັບບລີກັນ ທ່ານ ແດນ ຊຸລລີວານ ຈາກລັດອາລາສກາ ໄດ້ຊະນະການເລືອກຕັ້ງ ເອົາຕຳແໜ່ງຄືນ ໃນວັນພຸດວານນີ້.
ໂຫລດຕື່ມອີກ
No live streaming currently available