ສ່ວນສະມາຊິກສະພາສູງ ທ່ານເບີຣນີ ແຊນເດີສ໌ ຈາກພັກອິດສະລະຜູ້ທີ່ເຂົ້າຮ່ວມໃນກຸ່ມພັກເດໂມແຄຣັດ ໄດ້ມີຄວາມປິຕິຍິນດີ ນຳການເຄື່ອນໄຫວຂອງທ່ານແມັກຄອນແນລ.
ທ່ານນາງ ຮໍເກັນ ຜູ້ທີ່ໄດ້ເຮັດວຽກ ເປັນຜູ້ບໍລິຫານໂຄງການຂອງ Facebook ສອງປີກວ່າ, ໄດ້ຖິ້ມຄວາມຮັບຜິດຊອບ ໃສ່ຜູ້ບໍລິຫານໃຫຍ່ Facebook ທ່ານ ມາກ ຊັກເຄີເບີກ.
ທ່ານບລິງເກັນ ຍົກໃຫ້ເຫັນສິ່ງທ້າທາຍຫຼາຍຢ່າງ ໃນຂະນະທີ່ທ່ານກ່າວ ຢູ່ໃນການເປີດກອງປະຊຸມໃນວັນອັງຄາວານນີ້, ລວມທັງການລະບາດຂອງໄວຣັສໂຄໂຣນາ, ວິກິດການດ້ານດິນຟ້າອາກາດ, ຄວາມບໍ່ສະເໝີພາບ.
ຜົນການສຶກສາຄົ້ນຄວ້າ ຍັງເປີດເຜີຍວ່າ ຢາວັກຊີນແມ່ນມີປະສິດທິພາບເຖິງ 93 ເປີເຊັນ ໃນການຕໍ່ຕ້ານໄວຣັສສາຍພັນໃໝ່ເດລຕ້າ ທີ່ມີການແຜ່ເຊື້ອໄດ້ສູງ ເປັນເວລາຢ່າງໜ້ອຍ 6 ເດືອນ ຫຼັງຈາກການສັກຢາເຂັມທີສອງແລ້ວ.
ປັດຈຸບັນແມ່ນລະດູລ່າສັດ ໃນແຕ່ລະປີ ມີຫຼາຍພັນຄົນພາກັນໄປລົງທະບຽນ ຂໍອະນຸຍາດລ່າກວາງ ເພາະສະນັ້ນ ທາງການໄດ້ຈັດລະບົບການຈົກສະຫຼາກ ເພື່ອໃຫ້ຜູ້ໂຊກດີ ສາມາດຍິງກວາງໄດ້.
“ຈີນ ໄດ້ໃຫ້ຄຳໝັ້ນສັນຍາ ທີ່ມີຈຸດປະສົງເພື່ອໃຫ້ຜົນປະໂຫຍດ ແກ່ບາງອຸດສາຫະກຳ ຂອງ ອາເມຣິກາ, ລວມທັງກະສິກຳ, ທີ່ພວກເຮົາຕ້ອງບັງຄັບໃຊ້.”
ປະຊາຊົນຜູ້ທີ່ຢູ່ອາໄສໃນເຂດຮັນທິງຕັນ ບີສ, ລັດຄາລິຟໍເນຍກ່າວວ່າ ເຈົ້າໜ້າທີ່ເລີ້ມປະຕິບັດງານຊ້າຫຼາຍ ໃນການຮັບມື ຕໍ່ການຮົ່ວໄຫຼຂະໜາດໃຫຍ່ ຂອງນໍ້າມັນ ຢູ່ບໍລິເວນນອກຊາຍຝັ່ງດັ່ງກ່າວ.
ຍານາງວິສາຂະ ກ່າວຝາກຄຳເຕືອນວ່າ “ຢາກເຕືອນໃຫ້ພີ່ນ້ອງປະຊາຊົນພົນລະເມືອງເຮົາໝົດຊູ່ຄົນ ຄົນລາວນີ້ແຫຼະ ບໍ່ວ່າຄົນໃດກະຢ່າ ຢ່າສຸຢ້ານເດີ້ ຢ່າສຸໄປຟັງຄວາມວ່າ ສັກແລ້ວມັນມີບັນຫາບໍ່ ບໍ່ມີດອກ."
ສະມາຊິກສະພາສູງຫົວກ້າວໜ້າ ທ່ານເບີນີ ແຊນເດີສ໌ ສະມາຊິກທີ່ບໍ່ສັງກັດພັກ, ຍອມຮັບວ່າ ຈະມີການ 'ໃຫ້ ແລະຮັບ' ໃນການໃຊ້ຈ່າຍທັງໝົດ ສໍາລັບກົດໝາຍກ່ຽວກັບຕາໜ່າງຄວາມປອດໄພທາງສັງຄົມ.
"ມັນເຂົ້າປອດລະຍາກ ທ່ານໝໍລາວບອກວ່າ ຂ້ອຍມາເຫັນເຈົ້ານີ້ ຜ່າຕັດຄົນມານີ້ ຕາມທີ່ເຫັນຄົນເປັນແຮງຊໍ່າເຈົ້ານີ້ບໍ່ຄ່ອຍຢາກລອດ."
ສະພາສູງໄດ້ລົງຄະແນນສຽງ 65 ຕໍ່ 35 ແລະຕິດຕາມດ້ວຍການລົງຄະແນນສຽງຂອງສະພາຕ່ຳ 254 ຕໍ່ 175. ປະທານາທິບໍດີໂຈ ໄບເດັນ ໄດ້ເຊັນຮ່າງກົດໝາຍດັ່ງກ່າວ ໃນຕອນກາງຄືນ ຂອງວັນພະຫັດວານນີ້ ຢູ່ທີ່ທຳນຽບຂາວ.
ຄຳແນະນຳໃໝ່ ທີ່ໄດ້ນຳອອກເຜີິຍແຜ່ ໃນວັນວັນພະຫັດວານນີ້ ອະນຸຍາດໃຫ້ບັນດາເຈົ້າໜ້າທີ່ກວດຄົນເຂົ້າເມືອງ ມີເສລີພາບຫຼາຍຂຶ້ນ ໃນການຕັດສິນໃຈ ແຕ່ລະກໍລະນີ.
ໂຫລດຕື່ມອີກ
No live streaming currently available