ທ່ານ ບລິງເຄັນ ໄດ້ຍົກຍ້ອງການປະຕິບັດການອົບພະຍົບຂອງກະຊວງການຕ່າງປະເທດ ແຕ່ໄດ້ກ່າວວ່າ ກະຊວງດັ່ງກ່າວຕ້ອງຮຽນຈາກມັນເຊັ່ນກັນ, ໃນກໍລະນີທີ່ ສະຫະລັດປະເຊີນກັບສະຖານະການທີ່ຄ້າຍຄືກັນ.
ສະຫະລັດບໍລິຈາກວັກຊີນຟາຍເຊີຣ (Pfizer) 4 ລ້ານ 8 ແສນໂດສໄປໃຫ້ສີ່ປະເທດໃນອາຟຣິກາທີ່ຈະໄປເຖິງໃນ ວັນສຸກມື້ອື່ນຫຼືວັນເສົາຈະມາເຖິງນີ້ ອີງຕາມເຈົ້າໜ້າທີທຳນຽບຂາວ.
ສະພາສູງໄດ້ຢັ້ງຢືນໃຫ້ສະມາຊິກພັກຣີພັບບລິ ກັນສອງທ່ານ ທີ່ຕໍ່ຕ້ານອະດີດປະທານາທິບໍດີ ທຣໍາ ຮັບໃຊ້ ໜ້າທີ່ຢູ່ໃນລັດຖະບານ ທ່ານໄບເດັນໃນວັນອັງຄານວານນີ້.
ທ່ານວັນດີ ປັນຍາວົງ ກໍເປັນຜູ້ຄົນຂັບລົດໂດຍສານລິຟຄົນນຶ່ງ ຢູ່ໃນເຂດ ນະຄອນຫຼວງວໍຊິງຕັນທີ່ສ້າງລາຍໄດ້ ສູງສົມຄວນຈາກການປະກອບອາຊີບດັ່ງກາ່ວນີ້.
ກົດຂໍ້ໃໝ່ນີ້ ຈະມີຜົນບັງຄັບໃຊ້ໃນວັນທີ 8 ພະຈິກ, ແລະ “ມີຂໍ້ຍົກເວັ້ນຢ່າງຈໍາກັດ” ທີ່ຈະອະນຸຍາດໄດ້.
ເມື່ອຈີນເຂົ້າເປັນສະມາຊິກ WTO ໃນ 20 ປີກ່ອນ, ບັນດາສະມາຊິກຂອງ WTO ຄາດວ່າ ຂໍ້ກຳນົດທີ່ວາງອອກໃນການເຂົ້າເປັນສະມາຊິກຂອງຈີນຈະທັງມ້າງບັນດານະໂຍບາຍຂອງຈີນທີ່ບໍ່ສອດຄ່ອງກັບລະບົບການຄ້າສາກົນ.
ໂຄສົກກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ ໄດ້ກ່າວວ່າ ເອກອັກຄະລັດຖະທູດທີ່ໄດ້ຮັບການຢືນຢັນຈາກສະພາສູງ ຈະເປັນຫົວໜ້າກົມດັ່ງກ່າວນັ້ນ.
ທັງສາມທ່ານ “ໄດ້ສືບຕໍ່ທີ່ຈະທຳຄວາມກ້າວໜ້າ” ແລະ ໄດ້ຕົກລົງທີ່ຈະ “ຕິດຕໍ່ກັນຢ່າງໃກ້ຊິດ ແລະ ສະມາຊິກຄົນອື່ນໆຜູ້ທີ່ໄດ້ເຮັດວຽກຢ່າງໜັກ ກ່ຽວກັບ ການເຈລະ ຈາດັ່ງກ່າວນີ້.”
ລັດຖະບານໄດ້ກ່າວຊົມເຊີຍ ການເປີດຊາຍແດນຄືນ ຂອງສະຫະລັດກັບເມັກຊິໂກ ແລະສະຫະລັດ ກັບການາດາ ທີ່ເປັນຊາຍແດນທາງບົກ ຊຶ່ງສ່ວນໃຫຍ່ໄດ້ປິດບໍ່ໃຫ້ມີການເດີນທາງນັບແຕ່ເດືອນກຸມພາປີ 2020 ເປັນຕົ້ນມາ
ທ່ານ ໄບເດັນ ໄດ້ກ່າວວ່າ “ເຈົ້າຮູ້ວ່າ ຈີນ ຕອນນີ້ແມ່ນກຳລັງສ້າງເສັ້ນທາງລົດໄຟອີກ ທີ່ຈະໄວຂຶ້ນເຖິງ 300 ກິໂລແມັດຕໍ່ຊົ່ວໂມງ.
ຜູ້ປະສານງານໄວຣັສໂຄໂຣນາ ຂອງທຳນຽບຂາວ ທ່ານເຈັຟ ຊຽນສ໌ (Jeff Zients) ໄດ້ກ່າວວ່າ ລັດຖະບານທ່ານ ໄບເດັນ ໄດ້ເຮັດວຽກກັບລັດຕ່າງໆ ແລະພວກເຈົ້າໜ້າທີ່ທ້ອງຖິ່ນ ເພື່ອຄໍ້າປະກັນການສັກຢາໃຫ້ແກ່ພວເດັກນ້ອຍ.
ທ່ານໂຄລິນ ພາວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທີ່ເປັນຄົນຜິວດຳຜູ້ທຳອິດ ແລະເຈົ້າໜ້າທີ່ທະຫານລະດັບສູງ ຂອງສະຫະລັດ ໄດ້ເສຍຊີວິດໄປ ໃນວັນຈັນຜ່ານມາ ລວມອາຍຸໄດ້ 84 ປີ.
ໂຫລດຕື່ມອີກ
No live streaming currently available