ໃນປີນີ້ ກໍໄດ້ເຫັນການລະບາດຂອງການໂຈມຕີເພື່ອຮຽກຄ່າໄຖ່ຫຼາຍຄັ້ງ ຊຶ່ງພວກລັກເຈາະຂໍ້ມູນຫຼືແຮັກເກີ ຈາກດິນແດນທີ່ຫ່າງໄກ ສາມາດເຂົ້າໄປລັອກຄອມພິວຕ່າງໆຂອງຜູ້ເຄາະຮ້າຍ ແລະຮຽກຮ້ອງໃຫ້ຈ່າຍເງິນຢ່າງຫຼວງຫຼາຍ.
ດຣ. ຟາວຈີ ທີ່ປຶກສາຂອງປະທານາທິບໍດີສະຫະລັດ ຜູ້ອຳນວຍການດ້ານພະຍາດຕິດແປດ ຢູ່ສະຖາບັນສຸຂະ ພາບແຫ່ງຊາດ ກ່າວວ່າ ໄວຣັສໂຄໂຣນາຍັງຈະຢູ່ໃນຂັ້ນຕອນ ການແຜ່ລະບາດໄປເລື້ອຍໆ.
ໂຄສົກທຳນຽບຂາວ ທ່ານນາງເຈນ ຊາກິ ກ່າວເຖິງການປະຊຸມ ທາງອອນລາຍນ໌ ກັບບັນດາຜູ້ນຳຂອງກຸ່ມ G-20 ວ່າ “ເປັນໂອກາດ ແລະ ໂອກາດທີ່ສ້າງສັນ ເພື່ອສົນທະນາຫາລື ກ່ຽວກັບ ການຕໍ່ຕ້ານການກໍ່ການຮ້າຍ.
ທ່ານແມັກຄອນແນລ ໄດ້ຮຽກຮ້ອງ ຕໍ່ພັກເດໂມແຄຣັດ ໃຫ້ອະນຸມັດເພດານໜີ້ດ້ວຍຕົນເອງໂດຍຜ່ານຂັ້ນຕອນທາງກົດໝາຍທີ່ຮູ້ຈັກກັນຄື ການປະນີປະນອມ ຊຶ່ງພວກເຂົາຈະບໍ່ຕ້ອງການການສະໜັບສະໜຸນໃດໆຈາກພັກຣີພັບບລີກັນ.
ທ່ານເກຣັກ ແອບບອດ, ຜູ້ປົກຄອງລັດເທັກຊັສ ທີ່ຢູ່ທາງພາກຕາເວັນຕົກສຽງໃຕ້ ຂອງສະຫະລັດໄດ້ອອກຄຳສັ່ງໃນວັນຈັນມື້ນີ້ວ່າ ຫ້າມໜ່ວຍງານໃດ ອອກຂໍ້ບັງຄັບໃຫ້ສັກວັກຊີນກັນ COVID-19 ຢູ່ໃນລັດແຫ່ງນັ້ນ.
ທ່ານນາງດີນາ ໄພຣສ໌ ຜູ້ທີ່ເປັນນາຍຄູ ຊັ້ນອະນຸບານ ຢູ່ທີ່ເມືອງຮໍແລນ ລັດມິຊິແກັນ ກ່າວວ່າ “ນັກຮຽນຕ້ອງໃສ່ໜ້າກາກ ແລະນາຍຄູກໍຄືກັນ ຖອດອອກກະບໍ່ໄດ້ ຕ້ອງໃສ່ໝົດມື້.”
ກອງປະຊຸມດັ່ງກ່າວໄດ້ເລີ່ມຂຶ້ນຢູ່ນະຄອນຫຼວງ ໂດຮາ ປະເທດ ກາຕ້າ ໃນວັນເສົາທີ່ຜ່ານມາ.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ອາທິດແລ້ວນີ້ໄດ້ອອກການປະກາດປະທານາທິບໍດີ ເປັນເທື່ອ ທຳອິດ ກ່ຽວກັບ ການວັນຄົນພື້ນເມືອງໃຫ້ຖືກປະຕິບັດໃນວັນຈັນມື້ນີ້.
"ເປັນໄຂ້ຫວັດໃຫຍ່ ເຮົາຍັງກິນໄດ້ ແລະກໍດົມກິ່ນອິຫຍັງໄດ້ແດ່ໜ້ອຍນຶ່ງ, ແຕ່ເປັນໂຄວິດນີ້ ມັນເປັນແບບໂຕເຮົາມັນຢາກເຈັບ ດົມກິ່ນອິຫຍັງກໍບໍ່ມີ ກິນຂອງກິນນີ້ກໍບໍ່ມີລົດຊາດເລີຍ ໂຕຢາກເຈັບ ແລະປວດ."
ເມື່ອຕິດພະຍາດດັ່ງກ່າວໄປແລ້ວ, ເມັດຢາຊະນິດນີ້ຈະຊ່ວຍຫຼຸດຄວາມສ່ຽງ ທີ່ຈະເຂົ້າໂຮງໝໍ ຫຼືເສຍຊີວິດໄດ້ເຖິງເຄິ່ງນຶ່ງ.
ຢູ່ໃນຖະແຫຼງຂ່າວ ທ່ານເບີນສ໌ ເອີ້ນລັດຖະບານຈີນວ່າ “ເປັນໄພຂົ່ມຂູ່ທາງດ້ານພູມສາດການເມືອງທີ່ສຳຄັນສຸດທີ່ພວກເຮົາປະເຊີນໜ້າໃນສັດຕະວັດທີ 21.”
ບັດນີ້ຮ່າງກົດໝາຍດັ່ງກ່າວ ຈະສົ່ງໄປສະພາຕ່ຳ ເມື່ອມັນຖືກຮັບຜ່ານຢູ່ທີ່ນັ້ນແລ້ວ, ມັນກໍຈະສົ່ງໄປຫາປະທານາທິບໍດີ ເພື່ອໃຫ້ເພິ່ນລົງລາຍເຊັນ.
ໂຫລດຕື່ມອີກ
No live streaming currently available