ຢູ່ໃນຖະແຫຼງຂ່າວ ທ່ານເບີນສ໌ ເອີ້ນລັດຖະບານຈີນວ່າ “ເປັນໄພຂົ່ມຂູ່ທາງດ້ານພູມສາດການເມືອງທີ່ສຳຄັນສຸດທີ່ພວກເຮົາປະເຊີນໜ້າໃນສັດຕະວັດທີ 21.”
ບັດນີ້ຮ່າງກົດໝາຍດັ່ງກ່າວ ຈະສົ່ງໄປສະພາຕ່ຳ ເມື່ອມັນຖືກຮັບຜ່ານຢູ່ທີ່ນັ້ນແລ້ວ, ມັນກໍຈະສົ່ງໄປຫາປະທານາທິບໍດີ ເພື່ອໃຫ້ເພິ່ນລົງລາຍເຊັນ.
ທ່ານນາງເຊີແມນ ຜູ້ທີ່ໄດ້ເດີນທາງໄປເຖິງນະຄອນອິສລາມາບັດ ໃນຕອນແລງ ວັນພະຫັດວານນີ້ ເປັນນັກການ ທູດອາວຸໂສສູງສຸດ ຂອງສະຫະລັດ ທີ່ຢ້ຽມຢາມປະເທດເອເຊຍໃຕ້ດັ່ງກ່າວ.
ທ່ານໄບເດັນ ໄດ້ກ່າວວ່າ ຄຳສັ່ງຂອງທ່ານແມ່ນໄດ້ຜົນ ແລະມີຊາວອາເມຣິກັນຫຼາຍລ້ານຄົນ ໄດ້ພາກັນໄປ ສັກຢາວັກຊີນ ນັບແຕ່ໄດ້ມີການປະກາດ.
ສ່ວນສະມາຊິກສະພາສູງ ທ່ານເບີຣນີ ແຊນເດີສ໌ ຈາກພັກອິດສະລະຜູ້ທີ່ເຂົ້າຮ່ວມໃນກຸ່ມພັກເດໂມແຄຣັດ ໄດ້ມີຄວາມປິຕິຍິນດີ ນຳການເຄື່ອນໄຫວຂອງທ່ານແມັກຄອນແນລ.
ທ່ານນາງ ຮໍເກັນ ຜູ້ທີ່ໄດ້ເຮັດວຽກ ເປັນຜູ້ບໍລິຫານໂຄງການຂອງ Facebook ສອງປີກວ່າ, ໄດ້ຖິ້ມຄວາມຮັບຜິດຊອບ ໃສ່ຜູ້ບໍລິຫານໃຫຍ່ Facebook ທ່ານ ມາກ ຊັກເຄີເບີກ.
ທ່ານບລິງເກັນ ຍົກໃຫ້ເຫັນສິ່ງທ້າທາຍຫຼາຍຢ່າງ ໃນຂະນະທີ່ທ່ານກ່າວ ຢູ່ໃນການເປີດກອງປະຊຸມໃນວັນອັງຄາວານນີ້, ລວມທັງການລະບາດຂອງໄວຣັສໂຄໂຣນາ, ວິກິດການດ້ານດິນຟ້າອາກາດ, ຄວາມບໍ່ສະເໝີພາບ.
ຜົນການສຶກສາຄົ້ນຄວ້າ ຍັງເປີດເຜີຍວ່າ ຢາວັກຊີນແມ່ນມີປະສິດທິພາບເຖິງ 93 ເປີເຊັນ ໃນການຕໍ່ຕ້ານໄວຣັສສາຍພັນໃໝ່ເດລຕ້າ ທີ່ມີການແຜ່ເຊື້ອໄດ້ສູງ ເປັນເວລາຢ່າງໜ້ອຍ 6 ເດືອນ ຫຼັງຈາກການສັກຢາເຂັມທີສອງແລ້ວ.
ປັດຈຸບັນແມ່ນລະດູລ່າສັດ ໃນແຕ່ລະປີ ມີຫຼາຍພັນຄົນພາກັນໄປລົງທະບຽນ ຂໍອະນຸຍາດລ່າກວາງ ເພາະສະນັ້ນ ທາງການໄດ້ຈັດລະບົບການຈົກສະຫຼາກ ເພື່ອໃຫ້ຜູ້ໂຊກດີ ສາມາດຍິງກວາງໄດ້.
“ຈີນ ໄດ້ໃຫ້ຄຳໝັ້ນສັນຍາ ທີ່ມີຈຸດປະສົງເພື່ອໃຫ້ຜົນປະໂຫຍດ ແກ່ບາງອຸດສາຫະກຳ ຂອງ ອາເມຣິກາ, ລວມທັງກະສິກຳ, ທີ່ພວກເຮົາຕ້ອງບັງຄັບໃຊ້.”
ປະຊາຊົນຜູ້ທີ່ຢູ່ອາໄສໃນເຂດຮັນທິງຕັນ ບີສ, ລັດຄາລິຟໍເນຍກ່າວວ່າ ເຈົ້າໜ້າທີ່ເລີ້ມປະຕິບັດງານຊ້າຫຼາຍ ໃນການຮັບມື ຕໍ່ການຮົ່ວໄຫຼຂະໜາດໃຫຍ່ ຂອງນໍ້າມັນ ຢູ່ບໍລິເວນນອກຊາຍຝັ່ງດັ່ງກ່າວ.
ຍານາງວິສາຂະ ກ່າວຝາກຄຳເຕືອນວ່າ “ຢາກເຕືອນໃຫ້ພີ່ນ້ອງປະຊາຊົນພົນລະເມືອງເຮົາໝົດຊູ່ຄົນ ຄົນລາວນີ້ແຫຼະ ບໍ່ວ່າຄົນໃດກະຢ່າ ຢ່າສຸຢ້ານເດີ້ ຢ່າສຸໄປຟັງຄວາມວ່າ ສັກແລ້ວມັນມີບັນຫາບໍ່ ບໍ່ມີດອກ."
ໂຫລດຕື່ມອີກ
No live streaming currently available