ທ່ານນາງ ວາເລນສກີ Walensky ໄດ້ປ່ອຍໃຫ້ຜູ້ນຳໃນທ້ອງຖິ່ນ ຕັດສິນໃຈວ່າ ທຸລະກິດແລະສະຖານທີ່ເຕົ້າໂຮມອື່ນໆ ຄວນສືບຕໍ່ຮຽກຮ້ອງ ໃຫ້ໃສ່ໜ້າກາກປິດປາກຫລືບໍ່.
ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ຂອງສະຫະລັດ ກ່າວວ່າ ລັດຖະບານທ່ານໄບເດັນ ໄດ້ຫລຸດຈຳນວນພວກເດັກນ້ອຍ ທີ່ບໍ່ມີຜູ້ປົກຄອງ ໃນເຂດຊາຍແດນ ຈາກຈຳນວນຫຼາຍພັນ ລົງມາເປັນຫຼາຍຮ້ອຍຄົນ.
ທ່ານນາງລິສ ເຊນນີ ໄດ້ຖືກປົດ ອອກຈາກຕຳແໜ່ງສູງອັນດັບສາມ ຂອງພັກຣີພັບບລີກັນ ໃນສະພາຕ່ຳ ທີ່ຮັບຜິດຊອບນຳການສື່ສານ ເພື່ອສົ່ງຂ່າວຂອງພັກ ໄປຍັງປະຊາຊົນ.
ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ສຫລ ທ່ານອາເລຮັນໂດຣ ມາຢໍກາສ ກ່າວວ່າ ລັດຖະບານ ທ່ານໄບເດັນ ກຳລັງພິຈາລະນາ ທີ່ຈະນຳໃຊ້ອຳນາດສຸກເສີນ ສົ່ງນໍ້າມັນໄປຍັງຂົງເຂດ ທີ່ໄດ້ຮັບຜົນກະທົບ.
ທ່ານບລິງເກັນ ກ່າວໃນກອງປະຊຸມຖະແຫລງຂ່າວ ໃນວັນພຸດວານນີ້ວ່າ "ທ່ານ ຢູ ຫຸຍ (Yu Hui) ແລະຄອບຄົວຂອງລາວ ບໍ່ມີສິດເໝາະສົມ ໃນການເຂົ້າມາສະຫະລັດແລ້ວບັດນີ້."
ປ້ຳນ້ຳມັນໃນຫລາຍໆແຫ່ງທົ່ວຂົງເຂດຊາຍຝັ່ງທະເລຕາເວັນອອກ ຈາກພາກໃຕ້ຕະຫຼອດເຖິງພາກເໜືອ ບໍ່ມີນ້ຳມັນຂາຍ ແລະສ່ວນປ້ຳນ້ຳມັນທີ່ຍັງມີນ້ຳມັນເຫຼືອຢູ່ນັ້ນ ກໍມີລົດລຽນແຖວຍາວຢຽດ.
ຜູ້ປົກຄອງລັດເວີຈີເນຍ ທ່ານຣາຟ ນໍແທມ ໄດ້ປະກາດພາວະສຸກເສີນ ໃນວັນອັງຄານວານນີ້ວ່າ “ພວກເຮົາຈະບໍ່ຮັບເອົາການຂຶ້ນລາຄານໍ້າມັນ. ຈະບໍ່ມີເຫດຜົນໃດໆ ຕໍ່ການກັກຕຸນນໍ້າມັນ.”
ໃນການກ່າວຄຳປາໄສຢູ່ສະພາຕ່ຳ ໃນແລງວັນອັງຄານວານນີ້ ທນ. ເຊນນີ ໄດ້ອະທິບາຍເຖິງການພະຍາຍາມ ຂອງ ທ. ທຣຳ ເພື່ອເຮັດໃຫ້ຜົນການເລືອກຕັ້ງ ບໍ່ຖືກຕ້ອງນັ້ນ ຄືກັບວ່າ “ເປັນໄພຂົ່ມຂູ່ ທີ່ອາເມຣິກາ ບໍ່ເຄີຍພົບເຫັນມາກ່ອນ.”
ພວກນາງອາກາດ ຕ້ອງໄດ້ຈັບຕາເບິ່ງຜູ້ໂດຍສານ ໃຫ້ພາກັນໃສ່ໜ້າກາກ ຢູ່ສະເໝີ ແລະໄດ້ເຕືອນ ເວລາໃດທີ່ ເຂົາເຈົ້າໃສ່ບໍ່ຖືກ ແລະສິ່ງນຶ່ງທີ່ສັງເກດ ກໍຄື ບ່ອນນັ່ງຕິດກັນ ບໍ່ຢູ່ຫ່າງກັນ ດັ່ງທີ່ທາງການໄດ້ບອກ.
ທ່ານໄບເດັນ ໄດ້ກ່າວຕື່ມວ່າ ເຖິງຢ່າງໃດກໍຕາມ ດ້ວຍຫລັກຖານທີ່ວ່າ ພວກທີ່ລັກເຈາະຂໍ້ມູນ ດ້ວຍການຮຽກຄ່າໄຖ່ ແມ່ນມີຫ້ອງການ ຕັ້ງຢູ່ໃນຣັດເຊຍ ລັດຖະບານໃນມົສກູ ມີ “ຄວາມຮັບຜິດຊອບບາງສ່ວນເພື່ອແກ້ໄຂກັບເລື້ອງນີ້.”
ອົງການອາຫານ ແລະຢາສະຫະລັດ ກ່າວໃນວັນຈັນວານນີ້ວ່າ ຢາສັກນີ້ ປອດໄພແລະມີປະສິດຕິພາບສຳລັບເດັກນ້ອຍອາຍຸ 12 ຫາ 15 ປີ.
ໃນປີ 2018 ຍານາງໄດ້ເປັນຜູ້ບຸກເບີກ ຂຽນບົດຄວາມນຶ່ງ ລົງໃນວາລະສານກົດໝາຍ ກ່ຽວກັບການປະຕິຮູບກົດໝາຍຄຸ້ມຄອງ ໃນການໃຊ້ກຳລັງທີ່ຮ້າຍແຮງເຖິງຕາຍ ຂອງຕຳຫຼວດ.
ໂຫລດຕື່ມອີກ
No live streaming currently available