ມີຊາວອາເມຣິກັນ ລະຫວ່າງ 3 ຫາ 9 ລ້ານຄົນ ທີ່ມີລະບົບພູມຕ້ານທານ ທີ່ອ່ອນແອ ເນື່ອງມາຈາກພະຍາດ ຫຼືຍ້ອນຢາທີ່ເຂົາເຈົ້າກິນ.
ໂດຍລວມແລ້ວ ສະຫະລັດ ໄດ້ສູນເສຍວຽກງານ ປະມານ 22 ລ້ານໜ້າວຽກ ໃນຊ່ວງເດືອນຕົ້ນໆ ຂອງການແຜ່ລະບາດດັ່ງກ່າວ ແລະດຽວນີ້ ໄດ້ສ້າງວຽກການຄືນ ມາໄດ້ 16 ລ້ານ 7 ແສນໜ້າວຽກ.
ຄົນທີ່ລະບຸວ່າຕົນເປັນຄົນຜິວຂາວ ຍັງຄົງເປັນກຸ່ມປະຊາກອນທີ່ໃຫຍ່ທີ່ສຸດ ຢູ່ໃນສະຫະລັດ ກໍຄືມີ 204 ລ້ານ 3 ແສນຄົນ ແຕ່ພວກເຂົາເຈົ້າມີຈໍານວນໜ້ອຍກວ່ າປີ 2010 ນັ້ນ 8.6 ເປີເຊັນ.
ອົງການສຳຫຼວດສຳມະໂນຄົວ ກ່າວໃນເດືອນເມສາຜ່ານມາວ່າ ການສຳຫຼວດປະຊາກອນ ຊຶ່ງມີຂຶ້ນໃນທຸກໆ 10 ປີ ສະແດງໃຫ້ເຫັນວ່າ ສະຫະລັດມີພົນລະເມືອງ 331 ລ້ານ 4 ແສນຄົນ ໃນປີ 2020.
ຊຸດງົບປະມານດັ່ງກ່າວ ລວມມີບູລິມະສິດຫຼາຍຢ່າງ ຂອງປະທານາທິບໍດີ ໂຈ ໄບເດັນ ແລະໄດ້ຮັບການສະໜັບສະໜຸນ ພຽງແຕ່ບັນດາສະມາຊິກສະພາສູງ ຈາກພັກເດໂມແຄຣັດຂອງທ່ານເທົ່ານັ້ນ ດ້ວຍຄະແນນສຽງ 50 ຕໍ່ 49.
ລັດຖະບານຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ໄດ້ພະຍາຍາມທີ່ຈະສິ້ນສຸດ ການປົກປ້ອງຊົ່ວຄາວສຳລັບຄົນຈາກຫຼາຍປະເທດ, ຈົນກໍ່ໃຫ້ເກີດການຄັດຄ້ານຈາກສານ.
ອົງການ CDC ສະເໜີແນະ ໃຫ້ແມ່ຍິງທີ່ຖືພາທັງໝົດ ໄປຮັບການສັກຢາວັກຊີນ ກັນໂຄວິດ-19 ຊຶ່ງມີຂຶ້ນຫຼັງຈາກໄດ້ນຳອອກເຜີຍແຜ່ຂໍ້ມູນ ທີ່ສະແດງໃຫ້ເຫັນວ່າ ພວກແມ່ຍິງບໍ່ໄດ້ມີຄວາມສ່ຽງເພີ້ມຂຶ້ນ ຕໍ່ການລຸລູກ.
ພໍ່ຂອງນາງ ແມ່ນມີຄວາມພູມໃຈ ຕໍ່ບ້ານເກີດເມືອງນອນຂອງຕົນກໍຄືລາວນັ້ນຫລາຍ ເຖິງແມ່ນວ່າ ຈະອອກຈາກບ້ານເກີດເມືອງນອນ ແຕ່ຕອນອາຍຸໄດ້ພຽງ 5 ປີ ແລະກໍເຕີບໃຫຍ່ຢູ່ໃນສະຫະລັດກໍຕາມ.
ທ່ານ ເຄີບີ ຍອມຮັບວ່າ ການໂຈມຕີທາງອາກາດຂອງ ສະຫະລັດ ພຽງຢ່າງດຽວ ແມ່ນບໍ່ພຽງພໍ ທີ່ຈະຕ້ານພວກນັກລົບຕາລີບານ ບໍ່ໃຫ້ບຸກຄືບໜ້າໄດ້.
ທ່ານແມັກຄອນແນລ ແລະບັນດາສະມາຊິກພັກຣີພັບບລີກັນ ອີກ 18 ຄົນ ທີ່ໄດ້ເຂົ້າຮ່ວມກັບກຸ່ມພັກເດໂມແຄຣັດ ລວມທັງໝົດ 50 ຄົນ ເພື່ອອະນຸມັດຮ່າງກົດໝາຍ ພື້ນຖານໂຄງລ່າງ.
ທ່ານ ແອນດຣິວ ຄູໂອໂມ ໄດ້ປະກາດລາອອກ ເມື່ອວັນອັງຄານວານນີ້ ໃນຂໍ້ກ່າວຫາວ່າ ທ່ານໄດ້ທໍາການລວນລາມທາງເພດ ຕໍ່ແມ່ຍິງຢ່າງໜ້ອຍ 11 ຄົນ.
ມີການຜະລິດລົດຊັກຊ້າລົງ ເພາະຂາດເຄື່ອງອາໄຫລ່ ທີ່ໃຊ້ໃນການປະກອບລົດຍົນ ທີ່ຜະລິດມາຈາກຫຼາຍແຫ່ງ ອັນເປັນສາເຫດ ຍ້ອນການແຜ່ລະບາດຂອງໄວຣັສໂຄໂຣນາ.
ໂຫລດຕື່ມອີກ
No live streaming currently available