ທ່ານນາງເພໂລຊີ ໄດ້ສະແດງເຖິງຄວາມຕ້ອງການ ຢາກເອົາໂຮມເຂົ້າກັນເປັນກຸ່ມ ກັບຄວາມພະຍາຍາມຮັບມືກັບໄວຣັສໂຄໂຣນາ ແທນທີ່ຈະແກ້ໄຂພວກມັນ ໃນແຕ່ລະຮ່າງກົດໝາຍ.
ຜູ້ຊາຍສອງຄົນ ຄືທ້າວ ອາເລັກຊານດາ ອາມອນ ໂຄເຕ, ອາຍຸ 36 ປີ, ແລະທ້າວ ແອລ ຊາຟີ ແອລຊາຍຄ໌, ອາຍຸ 32 ປີ, ໄດ້ຖືກສົ່ງມາຍັງສະຫະລັດ ໃນວັນພຸດມື້ວານນີ້ ຈາກອີຣັກ.
ສະຫະລັດ ແລະກຸ່ມຕາລີບານ ໄດ້ບັນລຸຂໍ້ຕົກລົງໃ ນເດືອນກຸມພາຜ່ານມາ ໃຫ້ສະຫະລັດຖອນກຳລັງທະຫານທັງໝົດຂອງຕົນ ທີ່ຍັງເຫລືອຢູ່ນັ້ນ ອອກຈາກອັຟການິສຖານ ໃນກາງປີ 2021.
ຄະນະກຳມະການ ກ່ຽວກັບ ການໂຕ້ວາທີປະທານາທິບໍດີ, ເຊິ່ງແມ່ນກຸ່ມທີ່ ບໍ່ຫວັງຜົນກຳໄລ ທີ່ສະໜັບສະໜູນການໂຕ້ວາທີນັ້ນ, ແມ່ນຍັງບໍ່ໄດ້ອອກມາໃຫ້ຄຳເຫັນ ກ່ຽວກັບ ບັນຫານີ້ເທື່ອ.
ການສັ່ງໃຫ້ຢຸດເຈລະຈາ ກັບພັກເດໂມແຄຣັດ ຂອງປະທານາທິບໍດີດໍໂນລ ທຣໍາ ກ່ຽວກັບຮ່າງກົດໝາຍກະຕຸ້ນເສດຖະກິດໄວຣັສໂຄໂຣນາ ໄດ້ເຮັດໃຫ້ຕະຫຼາດຮຸ້ນ ຕົກລາຄາຢູ່ຕະຫຼາດຮຸ້ນ Wall Street ທີ່ນະຄອນິວຢອກ.
ເຈົ້າໜ້າທີ່ປ້ອງກັນປະເທດຄົນນຶ່ງ ໄດ້ກ່າວຕໍ່ວີໂອເອວ່າ ບັນດາຜູ້ນຳໄດ້ກັກຕົວກວດໂຣກ ເພື່ອທີ່ຈະປະຕິບັດຕາມແນວທາງ ຂອງກະຊວງປ້ອງກັນປະເທດ.
ສູນກາງ CDC ໄດ້ຢືນຢັດ ມາເປັນເວລາດົນນານແລ້ວວ່າ ເຊື້ອໄວຣັສໂຄໂຣນາ ສ່ວນໃຫຍ່ຈະຕິດຕໍ່ໃສ່ກັນ ລະຫວ່າງສອງຄົນ ທີ່ຢືນຢູ່ໃນລັດສະໝີຫ່າງກັນ 2 ແມັດ.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຢືນຢັດຊ້ຳແລ້ວຊ້ຳອີກວ່າ ຢາວັກຊີນສາມາດໄດ້ຮັບການອະນຸມັດ ກ່ອນວັນເລືອກຕັ້ງ ເຖິງແມ່ນວ່າ ນັກວິທະຍາສາດຂັ້ນສູງຂອງລັດຖະບານໄດ້ກ່າວໄປວ່າ ກຳນົດເວລານັ້ນ ເປັນໄປໄດ້ຍາກຫຼາຍ.
ການໂຕ້ວາທີ ຂອງຮອງປະທານາທິບໍດີ ຖືວ່າເປັນອັນດັບສອງ ຮອງຈາກການໂຕ້ວາທີຂອງຜູ້ສະໝັກເປັນປະທານາທິບໍດີ ຫລາຍໆຄັ້ງ ເຊິ່ງມັກຈະສ້າງຊ່ວງໂອກາດ ທີ່ໜ້າຈົດຈຳທີ່ສຸດ ສຳລັບຜູ້ມີສິດເລືອກຕັ້ງ.
ມີຕູບຜ້າຫຼາຍສິບພັນອັນຕ້ອງຢູ່ຖະໜົນຕ່າງໆໃນນະຄອນ ລອສ ແອນເຈີລິສ. ແລະ ເວລາຜ່ານໄປທຸກເດືອນ, ມັນກໍຈະມີຕູບຜ້າອັນໃໝ່ປາກົດຂຶ້ນມາ.
ທ່ານທຣຳ ໄດ້ກ່າວວ່າ “ຂອບໃຈທ່ານຫຼາຍໆ ໝົດທຸກຄົນ” ໃນຂະນະທີ່ທ່ານຍ່າງອອກມາ ຈາກສູນການແພດທະຫານແຫ່ງຊາດ Walter Reed.
ບັນຊີລາຍຊື່ ຂອງການປິ່ນປົວ ທີ່ປະທານາທິບໍດີດໍໂນລ ທຣໍາໄດ້ຮັບສຳລັບການຕິດເຊື້ອໄວຣັສໂຄໂຣນາຂອງເພິ່ນ ແມ່ນມີນັບແຕ່ ການໃຊ້ຢາທີ່ຢູ່ໃນຂັ້ນທົດລອງ ຈົນເຖິງຢາທີ່ຂາຍແບບທົ່ວໄປຕາມຮ້ານ.
ໂຫລດຕື່ມອີກ
No live streaming currently available