ທ່ານນາງເມກຂະລີ ໄດ້ກ່າວຕໍ່ວີໂອເອລາວວ່າ ພວກຮ້ານອາຫານ ທຸລະກິດຕ່າງໆ ຕະຫຼອດເຖິງສະຖານຫຼິ້ນການພະນັນ ຫຼື ກາຊີໂນຈຳນວນນຶ່ງ ກໍຕ້ອງໄດ້ປິດກິດຈະການ ແຕ່ກາຊີໂນໃຫຍ່ບາງແຫ່ງ ກໍຍັງດຳເນີນທຸລະກິດ ຕໍ່ໄປຢູ່.
ກ່ອນອອກຈາກຕຳແໜ່ງ ໃນອາທິດແລ້ວນີ້, ປະທານາທິບໍດີ ດໍໂນລ ທຣຳ ໄດ້ ຍົກຍ້ອງຄວາມພະຍາຍາມລັດຖະບານຂອງທ່ານ ໃນການຕໍ່ສູ້ກັບໂຣກລະບາດ.
ຂ່າວດັ່ງກ່າວມີຂຶ້ນ ໃນຂະນະທີ່ໂລກ ແມ່ນໃກ້ຈະເຖິງ 100 ລ້ານກໍລະນີຕິດເຊື້ອໄວຣັສໂຄວິດ-19 ອີງຕາມສູນກາງຊັບພະຍາກອນດ້ານໄວຣັສໂຄໂຣນາ ຂອງຈອນສ໌ ຮັອບກິນສ໌. ມີຫຼາຍກວ່າ 2 ລ້ານຄົນ ໄດ້ເສຍຊີວິດຍ້ອນໄວຣັສ.
ອົງການຂ່າວ ຣອຍເຕີ ໄດ້ເປັນຜູ້ທຳອິດ ທີ່ລາຍງານການຕັດສິນໃຈຂອງທ່ານ ໄບເດັນ ທີ່ຈະເພີ່ມ ອາຟຣິກາໃຕ້ ເຂົ້າໃນລາຍຊື່.
ທ່ານຣູບຽວກ່າວເພີ້ມອີກວ່າ “ນີ້ບໍ່ແມ່ນການໄຕ່ສວນຄະດີທາງອາຍາ." “ນີ້ເປັນຂະບວນການທາງການເມືອງ ແລະຈະເຮັດໃຫ້ການແບ່ງແຍກເຫຼົ່ານີ້ ທີ່ເຮັດໃຫ້ປະເທດເປັນອຳມະພາດຢູ່ແລ້ວ ຍິ່ງຮ້າຍແຮງຂຶ້ນ."
ທີມແທມປາ ເບ ບັກແຄນເນຍສ໌ ແລະທີມແຄນຊັສຊີທີ ຊີຟສ໌ ຈະປະເຊີນໜ້າກັນຢູ່ໃນການແຂ່ງຂັນຊິງຂັນແຊມປ້ຽນຟຸດບອລລະດັບຊາດອາເມຣິກັນ Super Bowl.
ກຸ່ມພວກອັນຕະພານສະໜັບສະໜຸນທ່ານທຣຳ ທີ່ໄດ້ບຸກເຂົ້າໄປລັດຖະສະພາສະຫະລັດນັ້ນ ໄດ້ທັບມ້າງອຸປະກອນຂອງທີມງານອົງການຂ່າວເອພີ.
ໃນເວລາຕໍ່ມາ ດຣ. ຟາວຈີ ກ່າວຕໍ່ພວກນັກຂ່າວ ໃນລະຫວ່າງການຖະແຫຼງຂ່າວ ທີ່ທຳນຽບຂາວວ່າ “ມັນເປັນເປົ້າໝາຍ ທີ່ຂ້ອນຂ້າງສົມເຫດສົມຜົນ.”
ທ່ານ ວໍເນີ ໄດ້ກ່າວວ່າ “ຫຼັງຈາກຖືກທຳລາຍໂດຍຕັ້ງໃຈ ເປັນເວລາສີ່ປີ, ປະຊາຄົມສືບລັບຂອງພວກເຮົາ ສົມຄວນໄດ້ຮັບຜູ້ນຳທີ່ເຂັ້ມແຂງ ແລະ ຖືກຢືນຢັນ ໂດຍສະພາສູງ ເພື່ອນຳພາ ແລະ ຟື້ນຟູມັນ.”
ສະມາຊິກສະພາສູງໃໝ່ 3 ທ່ານນີ້ ຈະເຮັດໃຫ້ສະພາສູງ ສຫລ ມີຜູ້ຈຳນວນສະມາຊິກ ຈາກພັກເດໂມແຄຣັດແລະພັກຣີພັບບລີກັນ ເທົ່າກັນ 50 ຕໍ່ 50, ໂດຍ ທ.ນ.ແຮຣິສ ຈະເປັນປະທານຕັດສິນການລົງຄະແນນສຽງທີ່ສະເໝີກັນ.
ໃນຈຳນວນບັນດາດຳລັດ ທີ່ປະທານາທິບໍດີໂຈ ໄບເດັນ ໄດ້ເຊັນໃນວັນພະຫັດວານນີ້ ກໍຄືການບັງຄັບໃຫ້ໃສ່ໜ້າກາກຢູ່ໃນເມືອງ ຢູ່ເທິງລົດບັສ ລົດໄຟ ພ້ອມທັງຢູ່ສະໜາມບິນຕ່າງໆ ແລະຢູ່ເທິງເຮືອບິນ.
ທ່ານໄບເດັນໄດ້ຕັ້ງເປົ້າໝາຍທີ່ຈະເພີ້ມການສັກຢາວັກຊີນໃຫ້ໄດ້ 100 ລ້ານຄົນໃນໄລຍະການເຂົ້າຮັບຕຳແໜ່ງ 100 ມື້ທຳອິດຂອງທ່ານ.
ໂຫລດຕື່ມອີກ
No live streaming currently available