ກຳລັງຮັກສາດິນແດນແຫ່ງຊາດ ຫຼາຍກວ່າ 26,000 ຄົນ ຈາກ 50 ລັດ ໄດ້ກຽມພ້ອມ ຢູ່ໃນພິທີສາບານໂຕເຂົ້າ ຮັບຕຳແໜ່ງ ຫຼາຍກວ່າສາມເທົ້າ ຂອງເມື່ອສີ່ປີກ່ອນ ເວລາທ່ານທຣໍາສາບານໂຕ ເຂົ້າຮັບຕຳແໜ່ງ.
ປະທານາທິບໍດີຄົນທີ 45 ໄດ້ສັນຍາທີ່ຈະ “ກັບມາອີກໃນຮູບແບບໃດນຶ່ງ” ແລະ ໄດ້ສະຫຼຸບຄຳປາໄສຂອງທ່ານໂດຍບອກຝູງຄົນ ທີ່ຮ້ອງເຊຍວ່າ “ຂໍໃຫ້ມີຊີວິດທີ່ດີ. ແລ້ວພວກເຮົາຈະໄດ້ພົບກັນອີກ.”
ປະທານາທິບໍດີ ໂຈ ໄບເດັນ ກ່າວຢູ່ໃນຄຳປາໄສເຂົ້າຮັບຕຳແໜ່ງວ່າ ພວກເຮົາຈະຕ້ອງການ ເຫື່ອແຮງຂອງພວກເຮົາທັງໝົດ ເພື່ອໃຫ້ຜ່ານຜ່າ ລະດູໜາວທີ່ມືດມົວນີ້.
ຕົກມາທ້າຍເດືອນມີນາປີ 2020 ອີງຕາມຄຳຊີ້ນຳ ຂອງລັດຖະບານ ໃນດ້ານການປ້ອງກັນການລະບາດຂອງໄວຣັສ ໂຄໂຣນາ ທາງບໍລິສັດວອລກຣິນສ໌ ຈຶ່ງໄດ້ປິດສຳນັກງານໃຫຍ່ ແລ້ວໃຫ້ພະນັກງານເກືອບທັງໝົດ ເຮັດວຽກຢູ່ບ້ານ.
ທ່ານໄບເດັນສັນຍາວ່າ ຈະເປັນປະທານາທິບໍດີຂອງຊາວອາເມຣິກັນທັງປະເທດ ບໍ່ແມ່ນພຽງແຕ່ພວກທີ່ໄດ້ປ່ອນບັດໃຫ້ແກ່ທ່ານ ໃນການໄດ້ຮັບໄຊຊະນະຕໍ່ປະທານາທິບໍດີ ດໍໂນລ ທຣຳ ເມື່ອເດືອນພະຈິກທີ່ຜ່ານມາ.
ກົງກັນຂ້າມກັບປະທານາທິບໍດີດໍໂນລ ທຣຳ ຊຶ່ງເປັນນັກທຸລະກິດ ກ່ອນເຂົ້າຮັບຕຳແໜ່ງນັ້ນ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານໂຈ ໄບເດັນ ແມ່ນເປັນນັກການເມືອງ ທີ່ມີປະສົບພະການຢ່າງກວ້າງຂວາງ.
ທ່ານນາງ ຄາມາລາແຮຣີສ, ຮອງປະທານນາທິບໍດີ ທີ່ຖືກເລືອກໃໝ່ ກ່າວວ່າ "ເຖິງແມ່ນວ່າ ຂ້າພະຈົ້າອາດຈະເປັນແມ່ຍິງຄົນທຳອິດ ຢູ່ໃນຕໍາແໜ່ງນີ້ກໍຕາມ, ແຕ່ຂ້າພະຈົ້າ ຈະບໍ່ແມ່ນຄົນສຸດທ້າຍ."
ກ່ອນການເຂົ້າດຳລົງຕຳແໜ່ງນັ້ນ, ທ່ານ ໄບເດັນ ໄດ້ສະແດງຂໍ້ຄວາມ ກ່ຽວກັບ ຄວາມສາມັກຄີ, ແລະ ໂດຍສະເພາະການຮ່ວມມືກັນ.
ກຳລັງຮັກສາດີນແດນແຫ່ງຊາດສະຫະລັດ 10 ຂອງຈຳນວນ 12 ຄົນ ໄດ້ຖືກຍ້າຍອອກໄປ ຍ້ອນ “ມີຄຳຖາມ ກ່ຽວກັບການປະພຶດ” ທີ່ບໍ່ພົວພັນກັບພວກຫົວຮຸນແຮງຈັດ ທີ່ຄົ້ນພົບໂດຍອົງການສັນຕິບານກາງ ຫຼື FBI.
ອະນາຄົດຂອງທ່ານ ທຣຳ, ລວມທັງຄວາມປາຖະໜາທາງການເມືອງໃດໆ ແມ່ນຍັງຄົງບໍ່ມີຄວາມແນ່ນອນເທື່ອ.
“ພວກກຸ່ມອັນຕະພານໄດ້ຮັບເລື້ອງຂີ້ຕົວະ” ທີ່ວ່າ ທ່ານທຣໍາ ໄດ້ຖືກສໍ້ໂກງ ໃນການເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງຕື່ມ ທ່ານແມັກຄອນແນລ ໄດ້ກ່າວຕໍ່ສະພາສູງ ນຶ່ງວັນກ່ອນທີ່ທ່ານໄບເດັນ ຈະສາບານໂຕ ເຂົ້າຮັບໜ້າທີ່.
ການລະບາດຢ່າງໜັກ ຂອງພະຍາດໂຄວິດ-19 ໄດ້ເອົາຊີວິດ ຂອງຫຼາຍກວ່າ 400,000 ຄົນ ໄປຢູ່ໃນສະຫະລັດ, ອີງຕາມສູນກາງຊັບພະຍາກອນມະຫາວິທະຍາໄລຈອນສ໌ ຮອບຄິນສ໌.
ໂຫລດຕື່ມອີກ
No live streaming currently available