ກົງກັນຂ້າມກັບປະທານາທິບໍດີດໍໂນລ ທຣຳ ຊຶ່ງເປັນນັກທຸລະກິດ ກ່ອນເຂົ້າຮັບຕຳແໜ່ງນັ້ນ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານໂຈ ໄບເດັນ ແມ່ນເປັນນັກການເມືອງ ທີ່ມີປະສົບພະການຢ່າງກວ້າງຂວາງ.
ທ່ານນາງ ຄາມາລາແຮຣີສ, ຮອງປະທານນາທິບໍດີ ທີ່ຖືກເລືອກໃໝ່ ກ່າວວ່າ "ເຖິງແມ່ນວ່າ ຂ້າພະຈົ້າອາດຈະເປັນແມ່ຍິງຄົນທຳອິດ ຢູ່ໃນຕໍາແໜ່ງນີ້ກໍຕາມ, ແຕ່ຂ້າພະຈົ້າ ຈະບໍ່ແມ່ນຄົນສຸດທ້າຍ."
ກ່ອນການເຂົ້າດຳລົງຕຳແໜ່ງນັ້ນ, ທ່ານ ໄບເດັນ ໄດ້ສະແດງຂໍ້ຄວາມ ກ່ຽວກັບ ຄວາມສາມັກຄີ, ແລະ ໂດຍສະເພາະການຮ່ວມມືກັນ.
ກຳລັງຮັກສາດີນແດນແຫ່ງຊາດສະຫະລັດ 10 ຂອງຈຳນວນ 12 ຄົນ ໄດ້ຖືກຍ້າຍອອກໄປ ຍ້ອນ “ມີຄຳຖາມ ກ່ຽວກັບການປະພຶດ” ທີ່ບໍ່ພົວພັນກັບພວກຫົວຮຸນແຮງຈັດ ທີ່ຄົ້ນພົບໂດຍອົງການສັນຕິບານກາງ ຫຼື FBI.
ອະນາຄົດຂອງທ່ານ ທຣຳ, ລວມທັງຄວາມປາຖະໜາທາງການເມືອງໃດໆ ແມ່ນຍັງຄົງບໍ່ມີຄວາມແນ່ນອນເທື່ອ.
“ພວກກຸ່ມອັນຕະພານໄດ້ຮັບເລື້ອງຂີ້ຕົວະ” ທີ່ວ່າ ທ່ານທຣໍາ ໄດ້ຖືກສໍ້ໂກງ ໃນການເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງຕື່ມ ທ່ານແມັກຄອນແນລ ໄດ້ກ່າວຕໍ່ສະພາສູງ ນຶ່ງວັນກ່ອນທີ່ທ່ານໄບເດັນ ຈະສາບານໂຕ ເຂົ້າຮັບໜ້າທີ່.
ການລະບາດຢ່າງໜັກ ຂອງພະຍາດໂຄວິດ-19 ໄດ້ເອົາຊີວິດ ຂອງຫຼາຍກວ່າ 400,000 ຄົນ ໄປຢູ່ໃນສະຫະລັດ, ອີງຕາມສູນກາງຊັບພະຍາກອນມະຫາວິທະຍາໄລຈອນສ໌ ຮອບຄິນສ໌.
ທ່ານສາລີ ຈິດຕະວໍລະວົງ ອາຍຸ 80 ປີ ຜູ້ໂຊກດີຄົນນຶ່ງ ຢູ່ເມືອງສະປຣິງຟຽລ ເຂດພາກເໜືອຂອງລັດເວີຈີເນຍໄດ້ຮັບການສັກວັກຊີນ ປ້ອງກັນໂຄວິດ-19 ໄປແລ້ວ ເມື່ອວັນເສົາທີ 16 ມັງກອນ 2021 ທີ່ຜ່ານມາ.
ທ່ານ ບິລ ຄລິນຕັນ ກ່າວວ່າ “ຂ້າພະເຈົ້າຈະດຳລົງຕຳແໜ່ງ ປະທານາທິບໍດີແຫ່ງ ສະຫະລັດ ຢ່າງຊື່ສັດ.”
ພວກເພິ່ນຮ່ວມກັບພັນລະຍາ ທ່ານນາງຈີລ ໄບເດັນ ແລະສາມີ ທ່ານດັກ ເອັມຮັອບຟ໌ ຈະເຂົ້າຮ່ວມໃນພິທີດັ່ງກ່າວ ເພື່ອໄຕ້ດອກໄພ 400 ດອກ ຢູ່ສະນ້ຳຕໍ່ໜ້າ ອະນຸສາວະລີຂອງທ່ານເອບຣາແຮມ ລິງຄອນ.
ທ່ານ ແມັກຄາທີ ໄດ້ກ່າວວ່າ “ພວກເຮົາໄດ້ດຳເນີນຂັ້ນຕອນຕ່າງໆຢ່າງຕໍ່ເນື່ອງ, ແລະ ໄດ້ທຳການກວດສອບຄັ້ງທີສອງ ແລະ ສາມຕໍ່ແຕ່ລະບຸກຄົນ ທີ່ຖືກແຕ່ງຕັ້ງໃນການປະຕິບັດການນີ້.”
ສະໜາມຫຼວງແຫ່ງຊາດ ຫຼື National Mall ໄດ້ຖືກປິດໄວ້ບໍ່ໃຫ້ມະຫາຊົນເຂົ້າ ແລະເຈົ້າຄອງນະຄອນຫຼວງວໍຊິງຕັນ ໄດ້ຂໍຮ້ອງຕໍ່ປະຊາຊົນບໍ່ໃຫ້ມາຢ້ຽມຢາມ.
ໂຫລດຕື່ມອີກ
No live streaming currently available