“ພວກກຸ່ມອັນຕະພານໄດ້ຮັບເລື້ອງຂີ້ຕົວະ” ທີ່ວ່າ ທ່ານທຣໍາ ໄດ້ຖືກສໍ້ໂກງ ໃນການເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງຕື່ມ ທ່ານແມັກຄອນແນລ ໄດ້ກ່າວຕໍ່ສະພາສູງ ນຶ່ງວັນກ່ອນທີ່ທ່ານໄບເດັນ ຈະສາບານໂຕ ເຂົ້າຮັບໜ້າທີ່.
ການລະບາດຢ່າງໜັກ ຂອງພະຍາດໂຄວິດ-19 ໄດ້ເອົາຊີວິດ ຂອງຫຼາຍກວ່າ 400,000 ຄົນ ໄປຢູ່ໃນສະຫະລັດ, ອີງຕາມສູນກາງຊັບພະຍາກອນມະຫາວິທະຍາໄລຈອນສ໌ ຮອບຄິນສ໌.
ທ່ານສາລີ ຈິດຕະວໍລະວົງ ອາຍຸ 80 ປີ ຜູ້ໂຊກດີຄົນນຶ່ງ ຢູ່ເມືອງສະປຣິງຟຽລ ເຂດພາກເໜືອຂອງລັດເວີຈີເນຍໄດ້ຮັບການສັກວັກຊີນ ປ້ອງກັນໂຄວິດ-19 ໄປແລ້ວ ເມື່ອວັນເສົາທີ 16 ມັງກອນ 2021 ທີ່ຜ່ານມາ.
ທ່ານ ບິລ ຄລິນຕັນ ກ່າວວ່າ “ຂ້າພະເຈົ້າຈະດຳລົງຕຳແໜ່ງ ປະທານາທິບໍດີແຫ່ງ ສະຫະລັດ ຢ່າງຊື່ສັດ.”
ພວກເພິ່ນຮ່ວມກັບພັນລະຍາ ທ່ານນາງຈີລ ໄບເດັນ ແລະສາມີ ທ່ານດັກ ເອັມຮັອບຟ໌ ຈະເຂົ້າຮ່ວມໃນພິທີດັ່ງກ່າວ ເພື່ອໄຕ້ດອກໄພ 400 ດອກ ຢູ່ສະນ້ຳຕໍ່ໜ້າ ອະນຸສາວະລີຂອງທ່ານເອບຣາແຮມ ລິງຄອນ.
ທ່ານ ແມັກຄາທີ ໄດ້ກ່າວວ່າ “ພວກເຮົາໄດ້ດຳເນີນຂັ້ນຕອນຕ່າງໆຢ່າງຕໍ່ເນື່ອງ, ແລະ ໄດ້ທຳການກວດສອບຄັ້ງທີສອງ ແລະ ສາມຕໍ່ແຕ່ລະບຸກຄົນ ທີ່ຖືກແຕ່ງຕັ້ງໃນການປະຕິບັດການນີ້.”
ສະໜາມຫຼວງແຫ່ງຊາດ ຫຼື National Mall ໄດ້ຖືກປິດໄວ້ບໍ່ໃຫ້ມະຫາຊົນເຂົ້າ ແລະເຈົ້າຄອງນະຄອນຫຼວງວໍຊິງຕັນ ໄດ້ຂໍຮ້ອງຕໍ່ປະຊາຊົນບໍ່ໃຫ້ມາຢ້ຽມຢາມ.
ກອງທັບສະຫະລັດໄດ້ຖອນກຳລັງທະຫານອອກຈາກ ໂຊມາເລຍທັງໝົດ, ອີງຕາມກອງບັນຊາການ ສະຫະລັດ ສໍາລັບຂົງເຂດ ອາຟຣິກາ ຫລື ອາຟຣີຄອມ (AFRICOM).
ການສະຫຼອງວັນຄົບຮອບລະນືກເຖິງ ທານມາຕິ ລູເທີ ຄິງ ນັກເຄື່ອນໄຫວຜູ້ນຳສິດທິພົນລະເຮືອນ ທີ່ຖືກຂ້າຕາຍ ຕົກຢູ່ທ່າມກາງການແຜ່ລະບາດໂຄວິດ-19 ແລະການຂົ່ມຂູ່ຄວາມຮຸນແຮງດ້ານການເມືອງ.
ໃນວັນອັງຄານຜ່ານມາ ອົງການສັນຕິບານກາງ FBI ໄດ້ກ່າວວ່າ ຕົນໄດ້ຮັບ ວີດີໂອ 100,000 ຄລິບ ແລະພາບຖ່າຍ ເປັນຂໍ້ມູນທີ່ໃຫ້ມາ ແລະໄດ້ເປີດ 160 ສຳນວນຄະດີ ໃນການສອບສວນການບຸກເຂົ້າປິດລ້ອມດັ່ງກ່າວ.
ທ່ານເພັນສ໌ ກ່າວວ່າ ລັດຖະບານຂອງປະທານາທິບໍດີທຣຳແມ່ນ “ມີຄວາມໝັ້ນໝາຍຕໍ່ການໂອນອຳນາດດ້ວຍຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພໃນພິທີິສາບານໂຕເຂົ້າຮັບຕຳແໜ່ງ.”
ສະມາຊິກສະພາຕໍ່າ ທີ່ສັງກັດພັກຣີພັບບລິກັນ 10 ຄົນ ໄດ້ຫັນໜ້າໄປຄັດຄ້ານທ່ານທຣໍາ ເຊິ່ງເປັນຜູ້ສັງກັດພັກຣີພັບບລິກັນນໍາກັນນັ້ນ, ໂດຍເຫັນດີກັບພັກເດໂມແຄຣັດທັງໝົດ ທີ່ເປັນສຽງສ່ວນຫລາຍຢູ່ໃນສະພານັ້ນ.
ໂຫລດຕື່ມອີກ
No live streaming currently available