ກອງທັບສະຫະລັດໄດ້ຖອນກຳລັງທະຫານອອກຈາກ ໂຊມາເລຍທັງໝົດ, ອີງຕາມກອງບັນຊາການ ສະຫະລັດ ສໍາລັບຂົງເຂດ ອາຟຣິກາ ຫລື ອາຟຣີຄອມ (AFRICOM).
ການສະຫຼອງວັນຄົບຮອບລະນືກເຖິງ ທານມາຕິ ລູເທີ ຄິງ ນັກເຄື່ອນໄຫວຜູ້ນຳສິດທິພົນລະເຮືອນ ທີ່ຖືກຂ້າຕາຍ ຕົກຢູ່ທ່າມກາງການແຜ່ລະບາດໂຄວິດ-19 ແລະການຂົ່ມຂູ່ຄວາມຮຸນແຮງດ້ານການເມືອງ.
ໃນວັນອັງຄານຜ່ານມາ ອົງການສັນຕິບານກາງ FBI ໄດ້ກ່າວວ່າ ຕົນໄດ້ຮັບ ວີດີໂອ 100,000 ຄລິບ ແລະພາບຖ່າຍ ເປັນຂໍ້ມູນທີ່ໃຫ້ມາ ແລະໄດ້ເປີດ 160 ສຳນວນຄະດີ ໃນການສອບສວນການບຸກເຂົ້າປິດລ້ອມດັ່ງກ່າວ.
ທ່ານເພັນສ໌ ກ່າວວ່າ ລັດຖະບານຂອງປະທານາທິບໍດີທຣຳແມ່ນ “ມີຄວາມໝັ້ນໝາຍຕໍ່ການໂອນອຳນາດດ້ວຍຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພໃນພິທີິສາບານໂຕເຂົ້າຮັບຕຳແໜ່ງ.”
ສະມາຊິກສະພາຕໍ່າ ທີ່ສັງກັດພັກຣີພັບບລິກັນ 10 ຄົນ ໄດ້ຫັນໜ້າໄປຄັດຄ້ານທ່ານທຣໍາ ເຊິ່ງເປັນຜູ້ສັງກັດພັກຣີພັບບລິກັນນໍາກັນນັ້ນ, ໂດຍເຫັນດີກັບພັກເດໂມແຄຣັດທັງໝົດ ທີ່ເປັນສຽງສ່ວນຫລາຍຢູ່ໃນສະພານັ້ນ.
ທະນາຍຄວາມຂອງສະຫະພັນດັ່ງກ່າວ ທ່ານ ລີ ເກເລີ້ນ (Lee Gelernt) ໄດ້ກ່າວຕໍ່ອົງການຂ່າວ AP ວ່າ ການກະທຳທີ່ວ່າ ນັ້ນແມ່ນ “ຜິດສິນທຳ ແລະ ຜິດກົດໝາຍ.”
ໃນຕອນແລງວັນພະຫັດວານນີ້ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ນຳສະເໜີແຜນການກູ້ໄພ ຕໍ່ຊາວອາເມຣິກັນ ຈາກການລະບາດຂອງໂຄວິດ-19 ເພື່ອຟື້ນຟູເສດຖະກິດທັງໝົດ 1,900 ຕື້ໂດລາ.
ລັດອາຣິໂຊນາ ເປັນລັດທີ່ໄດ້ກາຍເປັນຈຸດສູນກາງ ການແຜ່ລະບາດ ຂອງພະຍາດໂຄວິດ-19 ອັນດັບນຶ່ງ ໃນສະຫະລັດ ແລະ ກໍມີຄົນໃນປະຊາຄົມລາວ 3 ຄົນແລ້ວ ທີ່ຖືກຢືນຢັນວ່າ ເສຍຊີວິດຍ້ອນພະຍາດນີ້,
ບໍ່ດົນຫຼັງຈາກການລົງຄະແນນສຽງນັ້ນ, ຜູ້ນຳສຽງສ່ວນຫຼາຍທ່ານ ມິຈ ແມັກຄອນແນລ ໄດ້ປະຕິເສດເຖິງຄວາມເປັນໄປໄດ້ ທີ່ຈະດຳເນີນຄະດີ ໃນທັນທີອີກຄັ້ງນຶ່ງ.
ທ່ານໄມເກີລ ເຊີຣວິນ ຮັກສາການ ຫົວໜ້າສຳນັກງານໄອຍະການ ປະຈຳເຂດນະຄອນຫຼວງວໍຊິງຕັນ ດີຊີ ກ່າວວ່າ “ອັນນີ້ເປັນການສືບສວນ ໃນໄລຍະຍາວ ໝົດທຸກຄົນເຮັດວຽກຮ່ວມກັນ ເປັນເວລາດົນນານ.”
ສ່ວນບໍລິສັດ ໂຊປີຟາຍ ກ່ອນໜ້ານີ້ ໄດ້ປິດຮ້ານຄ້າທາງອອນໄລນ໌ ທີ່ເປັນເຄືອຄ່າຍ ກັບປະທານາທິບໍດີຜູ້ທີ່ກຳລັງຖືກໂຈມຕີ ໃນຂະນະດຽວກັນ ທວິດເຕີ້ ແລະແອັປສື່ສັງຄົມອື່ນໆ ກໍໄດ້ປິດບັນຊີຂອງທ່ານເຊັ່ນກັນ.
ຜູ້ປົກຄອງລັດຄາລີຟໍເນຍ ທ່ານກາວິນ ນິວສັນ ທີ່ຕັ້ງຢູ່ທາງພາກຕາເວັນຕົກຂອງສະຫະລັດ ໄດ້ອະນຸຍາດໃຫ້ປະຊາຊົນຜູ້ມີອາຍຸ 65 ປີຂຶ້ນໄປມີສິດສັກຢາປ້ອງກັນໂຄວິດ-19 ໄດ້ແລ້ວ.
ໂຫລດຕື່ມອີກ
No live streaming currently available