ບໍລິສັດ Foodhini ບໍ່ພຽງແຕ່ໃຫ້ການສົ່ງເສີມ ພວກແມ່ຄົວຊາວອົບພະຍົບດັ່ງກ່າວ ທັງຍັງສະໜອງອາຊີບ ສ້າງວຽກເຮັດງານທຳ ໃຫ້ແກ່ເຂົາເຈົ້າ ໂດຍທີ່ພວກເຂົາເຈົ້າຊື່ນຊົມ ໃນການຄົວກິນນຳດ້ວຍ.
ັັັັຜູ້ພິພາກສາປະຈຳເຂດຂອງສະຫະລັດ ທ່ານຈອນ ກິບນີ (John Gibney) ໃນນະຄອນຫຼວງຮິສມັນ (Richmond) ໄດ້ອອກຄຳສັ່ງ ໃຫ້ຕໍ່ກຳນົດເສັ້ນຕາຍ ເພື່ອທົດແທນເວລາຫຼາຍຊົ່ວໂມງ ທີ່ໄດ້ເສຍໄປນັ້ນ.
ທ່ານນາງ ບາເຣັດ ໄດ້ກ່າວວ່າ ທ່ານນາງບໍ່ໄດ້ລົມກັບທ່ານ ທຣຳ ຫຼື ພະນັກງານຂອງທ່ານ “ກ່ຽວກັບ ວ່າຂ້າພະເຈົ້າຈະຕັດສິນແນວໃດ” ກ່ຽວກັບ ຄວາມຂັດແຍ້ງ ຂອງການເລືອກຕັ້ງ.
ທ່ານໄບເດັນ ອະດີດຮອງປະທານາທິທບໍດີ ກ່າວໃນຕອນບ່າຍ ວັນອັງຄານວານນີ້ ຢູ່ທີ່ສູນກາງຜູ້ອະວຸໂສເພີມ ບຣຸກ ພາຍສ໌ (Pembrook) ໃນລັດຟລໍຣິດາ ຊຶ່ງເປັນບ່ອນ ທີ່ຈະຊີ້ຂາດ ໃນການເລືອກຕັ້ງດັ່ງກ່າວ.
ການຢຸດຊົ່ວຄາວດັ່ງກ່າວ ແມ່ນໄດ້ຖືກລາຍງານຄັ້ງທຳອິດ ໃນວັນຈັນທີ່ຜ່ານມາ ໂດຍເວັບໄຊ້ຂ່າວ ກ່ຽວກັບ ຮັກສາສຸຂະພາບຊື່ວ່າ Stat.
ເນື່ອງຈາກການແຜ່ລະບາດໂຄູວິດ-19 ນາງຄາຕຣີນາ ອາຍຸ 16 ປີ ນັກຮຽນມັດທະຍົມ ຢູ່ເຊຕັນຄາໂທລິກ ກໍແມ່ນ ຜູ້ນຶ່ງໃນຈຳນວນນັກຮຽນ ຫຼາຍລ້ານຄົນ ທີ່ຕ້ອງໄດ້ຮືຽນໜັງສືຢູ່ບ້ານ ຜ່ານທາງຄອມພິວເຕີ .
ທ່ານແທຣັສຄ໌ກ່າວຕື່ມວ່າ “ພວກເຂົາໄດ້ຫາລືກັນ ກ່ຽວກັບເປົ້າໝາຍຕ່າງໆທີ່ຈະລົງມື ເພື່ອໂຈມຕີຜູ້ປົກຄອງລັດ ໂດຍສະເພາະແລ້ວ ແມ່ນບັນຫາຕ່າງໆກັບຜູ້ປົກຄອງລັດມິຊິແກນ ແລະເວີຈີເນຍ ທີ່ໄດ້ມີຄຳສັ່ງໃຫ້ປິດລັດ.”
ສະມາຊິກສະພາສູງແຕ່ລະທ່ານ ຈະມີເວລາ 30 ນາທີ ເພື່ອຖາມທ່ານນາງບາແຣັດໃນວັນອັງຄານມື້ນີ້ ແລະການສອບຖາມທີ່ຄ້າຍຄືກັນນີ້ ຈະມີຂຶ້ນອີກໃນວັນພຸດມື້ອື່ນ.
ທ່ານທຣຳ ໄດ້ກ່າວຫາທ່ານໄບເດັນວ່າ ເປັນຜູ້ຮັບໃຊ້ຂອງ “ພວກຫົວຮຸນແຮງໂລກາພິວັດ” ແລະໄດ້ມອບການຄຸ້ມຄອງ ຂອງພັກເດໂມແຄຣັດ ໃຫ້ແກ່ “ພວກສັງຄົມນິຍົມ ພວກນິຍົມລັດທິມາກຊິດ ແລະພວກນິຍົມຊ້າຍຈັດ.”
ຫ້ອງການຮັບຜິດຊອບ ກ່ຽວກັບການປ່ອນບັດໃນລັດຈໍເຈຍ ລາຍງານວ່າ ມີຜູ້ໄປປ່ອນບັດ 126,876 ຄົນໃນວັນຈັນວານນີ້ ເພີ້ມຂຶ້ນ 41 ເປີເຊັນຈາກການປ່ອນບັດໃນມື້ທຳອິດຂອງປີ 2016.
ທ່ານໝໍຟາວຈີ ເປັນນັກຊ່ຽວຊານຂັ້ນສູງ ດ້ານພະຍາດຕິດແປດຂອງປະເທດ ໄດ້ກ່າວຕໍ່ອົງການຂ່າວ CNN ວ່າ “ພວກເຮົາຮູ້ດີວ່າ ອັນນັ້ນ ແມ່ນການຫາເລື້ອງໃສ່ຕົນ ເມື່ອເຈົ້າເຮັດເຊັ່ນນັ້ນ.”
ການທົດລອງສັກວັກຊີນຂອງບໍລິສັດຈອນສັນ ແລະຈອນສັນ ແມ່ນເປັນເທື່ອທີສອງ ທີ່ຕ້ອງໄດ້ໂຈະ ຫຼັງຈາກອາສາສະໝັກຄົນນຶ່ງໄດ້ລົ້ມປ່ວຍ ລຸນຫຼັງໄດ້ສັກຢາວັກຊີນ.
ໂຫລດຕື່ມອີກ
No live streaming currently available