ທ່ານ ໄບເດັນ ໄດ້ຂຽນໃນ ທວິດເຕີ ເມື່ອວັນອາທິດວານນີ້ວ່າ “ໃນ 10 ວັນ, ພວກເຮົາຈະດຳເນີນການໄປໜ້າ ແລະ ທຳການສ້າງສາຄືນນຳກັນ.”
ທ. ຊູມເມີ ໄດ້ກ່າວອີກວ່າ “ໄພຂົ່ມຂູ່ຂອງຄວາມຮຸນແຮງຈາກກຸ່ມຫົວຮຸນແຮງຈັດ ຍັງຄົງສູງຢູ່ ແລະໃນບໍ່ເທົ່າໃດອາທິດຂ້າງໜ້ານີ້ ແມ່ນມີຄວາມສຳຄັນຕໍ່ຂັ້ນຕອນປະຊາທິປະໄຕຂອງພວກເຮົາ”.
ທ່ານ ສວາສເນັກເກີ, ຜູ້ສະໜັບສະໜູນພັກຣີພັບບລີກັນ ໄດ້ກ່າວວ່າ “ພໍ່ຂອງຂ້າພະເຈົ້າ ແລະ ເພື່ອນບ້ານຂອງພວກເຮົາ ກໍຖືກເຮັດໃຫ້ເຂົ້າໃຈຜິດ ດ້ວຍຄຳຂີ້ຕົວະທັງຫຼາຍ.”
ສາຍເຄໂບລນີ້ ຍັງໄດ້ສະທ້ອນໃຫ້ເຫັນເຖິງຄວາມບໍ່ພໍໃຈນຳການຮັບມືກັບການກໍ່ຈະລາຈົນ ໂດຍທ່ານໄມຄ໌ ພອມພຽວ ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ່ເປັນພັນທະມິດ ທີ່ຈົງຮັກພັກດີຂອງທ່ານທຣຳ.
ສະມາຊິກຖະສະພາສະຫະລັດ ທີ່ຖືກນຳໂຕໄປໄວ້ນໍາກັນ ໃນເວລາທີ່ກຸ່ມຫົວຮຸນແຮງ ບຸກຜ່ານໜ່ວຍປ້ອງກັນຄວາມປອດໄພ ເຂົ້າໄປໃນຫໍສະພາ ໃນອາທິດແລ້ວນີ້ ອາດຈະຖືກສໍາພັດ ກັບໄວຣັສໂຄໂຣນາ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ ໄມຄ໌ ພອມພຽວ ກ່າວວ່າ ທ່ານມີແຜນ ທີ່ຈະຈັດໃຫ້ພວກກະບົດຮູຕິ ຂອງເຢເມນ ເປັນອົງການກໍ່ການຮ້າຍ.
ອຸດສະຫະກຳລົດຍົນ ແແມ່ນນຶ່ງໃນຫ້າຜູ້ຈ້າງງານ ທີ່ໃຫຍ່ທີ່ສຸດຂອງ ໄທ ແລະ ຜະລິດໄດ້ເຖິງ 2 ລ້ານຄັນຕໍ່ປີ.
ແຕ່ໃນຂະນະດຽວກັນ ທ່ານກໍກ່າວວ່າ “ຖ້າຮອງປະທານາທິບໍດີ ແລະຄະນະລັດຖະບານປະຕິ ເສດ ທີ່ຈະເຮັດແບບນັ້ນ ລັດຖະສະພາຄວນປະເປີດປະຊຸມກັນ ເພື່ອຟ້ອງຮ້ອງ ປົດຕຳແໜ່ງປະທານາທິບໍດີ.”
ບົດເພີ້ມເຕີມລັດຖະທຳມະນູນສະຫະລັດ ຂໍ້ທີ 25 ໃຫ້ລາຍລະອຽດກ່ຽວກັບຂັ້ນຕອນທີ່ໃຊ້ໃນການເອົາຄົນມາແທນປະທານາທິບໍດີ ຫຼືຮອງປະທານາທິບໍດີ ໃນກໍລະນີທີ່ບຸກຄົນໃດໃນນັ້ນ ບໍ່ສາມາດຢູ່ເພື່ອເຮັດໜ້າທີ່ໄດ້.
ໃນຕອນແລງວັນພະຫັດວານີ້ ລັດຖະມົນຕີກະຊວງສຶກສາ ທ່ານນາງແບັດຊີ ເດໂວສ (Betsy DeVos) ກໍແມ່ນລັດຖະມົນຕີຄົນທີສອງ ໃນຄະນະລັດຖະບານທີ່ໄດ້ລາອອກ.
ທ່ານເຊີຣວິນ ໄດ້ກ່າວວ່າ ການຈັບກຸມນີ້ ເປັນຂີດໝາຍຂອງການເລີ້ມຕົ້ນຄວາມພະຍາຍາມທີ່ເປັນໄປໄດ້ສູງວ່າ ຈະໃຊ້ເວລາດົນຫຼາຍເດືອນ ທີ່ຈະນຳເອົາພວກຜູ້ກະທຳຜິດມາລົງໂທດ.
ພວກຫົວຮຸນແຮງທີ່ສະໜັບສະໜູນທ່ານ ທຣຳ ຫຼາຍຮ້ອຍຄົນໄດ້ບຸກຜ່ານສິ່ງກີດຂວາງ ແລະ ດ່ານກວດກາຂອງຕຳຫຼວດ ໃນຂະນະທີ່ພວກເຂົາບຸກເຂົ້າໄປໃນຫໍລັດຖະສະພາ.
ໂຫລດຕື່ມອີກ
No live streaming currently available