ບັນດາຜູ້ນຳໂລກ ມີປະຕິກິລິຍາ ແບບປະສົມປະສານ ກ່ຽວກັບເຫດການ ບຸກເຂົ້າໄປ ໃນລັດຖະສະພາສະຫະລັດ ມີທັງຄວາມຕື່ນຕົກໃຈ ຄວາມໂສກເສົ້າ ແລະການເຍາະເຍີ້ຍ.
ພວກປະທ້ວງກໍ່ຄວາມວຸ້ນວາຍ ບຸກເຂົ້າໄປໃນຫ້ອງໂຖງ ແລະຫ້ອງການ ຂອງສະມາຊິກສະພານັ້ນ ສ່ວນໃຫຍ່ບໍ່ ໄດ້ໃສ່ໜ້າກາກ ແລະບໍ່ມີການຢືນຢູ່ຫ່າງກັນ ເຮັດໃຫ້ບັນດານັກການແພດ ມີຄວາມເປັນຫ່ວງ.
ມີຄົນລາວຢ່າງໜ້ອຍ 3 ຄອບຄົວຕິດພະຍາດໂຄວິດ-19 ແລະສາມຄົນແລ້ວທີ່ເສຍຊີວິດໄປຍ້ອນພະຍາດນີ້ ໃນລັດ ໂຣດ ໄອແລນ
ທ່ານມິຈ ແມັກຄອນແນລ ກ່າວວ່າ “ການກໍ່ຄວາມວຸ້ນວາຍທີ່ລົ້ມແຫຼວ” ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນ ໃນພາລະໜ້າທີ່ຂອງສະມາຊິກສະພາ ທີ່ຈະຕ້ອງໄດ້ເສັດສິ້ນ ໃນການລົງຄະແນນສຽງ ເພື່ອໃຫ້ ການຢັ້ງຢືນ.
ສະມາຊິກສະພາຕໍ່າ ສັງກັດພັກເດໂມແຄຣັດ ຈາກລັດ ຄາລິຟໍເນຍ ທ່ານ ສກັອດ ປີເຕີສ໌ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານໄດ້ຢູ່ໃນຫ້ອງປະຊຸມສະພາຕໍ່າ ເວລາທີ່ພວກປະທ້ວງ ໄດ້ເລີ່ມບຸກເຂົ້າໄປ.
ທ່ານໄບເດັນ ໄດ້ກ່າວຕໍ່ໄປວ່າ “ອັນນີ້ແມ່ນບໍ່ເໝາະສົມເລີຍ, ມັນແມ່ນຄວາມບໍ່ເປັນລະບຽບ. ມັນຢູ່ໃນຂອບເຂດຂອງການກໍ່ຈະລາຈົນ ແລະມັນຕ້ອງຍຸຕິ. ດຽວ ນີ້.”
“ພວກເຈົ້າບໍ່ໄດ້ຊະນະ. ຄວາມຮຸນແຮງບໍ່ຊະນະເດັດຂາດ” ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ໄດ້ກ່າວໄປ ໃນຂະນະທີ່ສະພາສູງ ໄດ້ເລີ້ມການນັບຄະແນນຄືນໃໝ່ ໃນຕອນແລງວັນພຸດວານນີ້.
ທ່ານ ຈອນ ອອສຊັອຟ ທີ່ສັງກັດພັກເດໂມແຄຣັດ ຖືກປະກາດວ່າ ຈະເປັນຜູ້ຊະນະ ການແຂ່ງຂັນການເລືອກຕັ້ງ ເປັນສະມາຊິກສະພາສູງສະຫະລັດຂອງທ່ານ ໃນລັດຈໍເຈຍ ທາງພາກໃຕ້ຂອງປະເທດ.
ໃນຂະນະທີ່ຄວາມວຸ້ນວາຍທະວີຄວາມຮ້າຍແຮງຂຶ້ນຢູ່ອ້ອມແອ້ມຫໍລັດຖະສະພານັ້ນ ທ່ານທຣຳໄດ້ອອກຄຳຮຽກຮ້ອງຜ່ານທາງທວີດເຕີ້ ໃຫ້ພວກປະທ້ວງຕັ້ງຢູ່ໃນຄວາມສະຫງົບ ແລະເຄົາລົບຕຳຫຼວດ.
ການລົງຄະແນນສຽງຢູ່ໃນລັດຈໍເຈຍ ໄດ້ສິ້ນສຸດລົງ ໃນວັນອັງຄານວານນີ້, ບ່ອນທີ່ການເລືອກຕັ້ງຮອບສອງ ຂອງສອງຄູ່ທີ່ສຳຄັນ ຈະກຳນົດວ່າພັກໃດ ຈະເປັນພັກກໍາສຽງສ່ວນຫລາຍ ໃນສະພາສູງຂອງສະຫະລັດ.
ອົງການສື່ມວນຊົນ ສະຫະລັດ ໄດ້ລາຍງານການແຂ່ງຂັນ ໂດຍທ່ານ ວໍນັອກ ນຳໜ້າທ່ານນາງ ເລັຟເລີ ດ້ວຍ 40,000 ກວ່າຄະແນນສຽງ ແລະ ທຸກບັດ ແມ່ນເກືອບນັບໝົດແລ້ວ.
ພາຍໃຕ້ບົດເພີ້ມເຕີມລັດຖະທຳມະນູນຂໍ້ທີ 12 ນັ້ນ ທັງສອງສະພາ ຕ້ອງພົບປະກັນ ເພື່ອນັບ ແລະຢັ້ງຢືນຜົນການເລືອກຕັ້ງ ຄະນະຜູ້ແທນລັດ ຈາກ 50 ລັດ ແລະເຂດໂຄລອມເບຍ ຢູ່ສະພາ ມຶ້ນີ້
ໂຫລດຕື່ມອີກ
No live streaming currently available