ການລະບາດຢ່າງໜັກຂອງໄວຣັສໂຄໂຣນາ ໄດ້ຜັກດັນໃຫ້ບັນດາສະມາຊິກພັກ ເດໂມແຄຣັດ ຍ້າຍເອົາກອງປະຊຸມ ໃຫຍ່ ຂອງພັກ ໃນເດືອນສິງຫາທີ່ຈະມານີ້ ໄປເປັນການປະຊຸມ ແບບທາງອອນລາຍ ເກືອບໝົດທຸກຢ່າງ.
ມາດຕະການຈໍາກັດຄົນເຂົ້າເມືອງ ຂອງລັດຖະບານທ່ານທຣໍາ ທີ່ອອກມາເມື່ອມໍ່ໆມານີ້ ເຮັດໃຫ້ປະຊາຄົມຊາວລາວ ຊຶ່ງນອນໃນປະຊາຄົມເອເຊຍຕາເວັນອອກສຽງໃຕ້ ຢູ່ໃນສະຫະລັດ ເກີດຄວາມຫວັ່ນວິຕົກ ເພີ້ມຂຶ້ນ.
ດຣ. ແອນໂທນີ ຟາວຈີ ຫົວໜ້າສະຖາບັນພູມແພ້ ແລະພະຍາດຕິດແປດ ຂອງສະຫະລັດ ກ່າວວ່າ “ຂ້າພະເຈົ້າ ຈະເວົ້າອີກເທື່ອນຶ່ງວ່າ ທ່ານບໍ່ຄວນຈະໄປເຕົ້າໂຮມກັນ ຢູ່ບ່ອນທີ່ມີຄົນແອອັດ.”
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ສະແດງຄວາມເປັນຫ່ວງ ຄັ້ງໃໝ່ ໃນວັນອັງຄານວານນີ້ ກ່ຽວກັບ ການທີ່ປະເທດທຳການກວດ ສຳລັບການຕິດໄວຣັສໂຄໂຣນາ ຫຼາຍໂພດ.
ທ່ານກ່າວຕື່ມວ່າ “ເຈົ້າມີທຸກໆຢ່າງທີ່ເຈົ້າຢາກມີ. ນີ້ແມ່ນສິ່ງທີ່ເຂົາເຈົ້າຕ້ອງການ ແລະນັ້ນຄື ສິ່ງທີ່ພວກເຮົາໄດ້ສ້າງໃຫ້.”
ປະທານາທິບໍດີ ທຣໍາໄດ້ອອກຄໍາຖະແຫລງ ໃນການຫ້າມເອົາຜູ້ເຮັດວຽກ ທີ່ມີຄວາມຮູ້ຄວາມຊໍານານສູງ ແລະ ແຮງງານຕາມລະດູການ ທີ່ເປັນຄົນຕ່າງດ້າວ ເຂົ້າມາໃນປະເທດ.
ທ່ານແຄວິນ ກອງສະມິດ ແມ່ນຜູ້ນຶ່ງ ໃນຈຳນວນບັນດາເຈົ້າຂອງຮ້ານ ຂະໜາດນ້ອຍ ຢູ່ເມືອງ Vancouver ລັດ Washington ທີ່ເປີດທຸລະກິດ ມາໄດ້ 10 ປີນີ້ແລ້ວນັ້ນ.
ອະດີດອຳນວຍການ ໂຮງຮຽນມັດທະຍົມກາງ ທ່ານຈາມອລ ໂບແມນ ຜູ້ທີ່ບໍ່ເຄີຍລົງແຂ່ງຂັນ ເປັນສະມາຊິກສະພາມາກ່ອນເລີຍ ໄດ້ຮັບຄະແນນສຽງນຳໜ້າ ສະມາຊິກສະພາຕ່ຳ ທ່ານແອລີອັອດ ເອັງໂຈລ.
ທ່ານໝໍ ຟາວຈີ ແມ່ນລວມຢູ່ໃນບັນດານັກຊ່ຽວຊານດ້ານສາທາລະນະສຸກ ກ່າວວ່າ ປະຊາຊົນບໍ່ຄວນເພັ່ງເລັງໃສ່ຄື້ນຟອງທີສອງຂອງເຊື້ອໄວຣັສຢູ່ໃນສະຫະລັດ ເພາະວ່າ ປະເທດຍັງບໍ່ທັນຫລຸດພົ້ນຈາກຄື້ນຟອງອັນທີນຶ່ງເທື່ອ.
ສະຫະລັດ ຄິດສະເລ່ຍແລ້ວ ມີຈຳນວນກໍລະນີຕິດເຊື້ອ ໄວຣັສໂຄໂຣນາ ໃນອັດຕາ 20 ເປີເຊັນ ຂອງກໍລະນີທັງໝົດໃນທົ່ວໂລກ.
ພວກຕ້ອງຕິກ່າວວ່າ ປະທານາທິບໍດີທຣຳ ໄດ້ສວຍໃຊ້ການລະບາດ ຂອງໄວຣັສໂຄນາ ເພື່ອກ້າວໄປສູ່ໃນການບັນລຸເປົ້າໝາຍຂອງທ່ານ ທີ່ຈະຫລຸດການເຂົ້າເມືອງ ມາໃນສະຫະລັດ ໃຫ້ໜ້ອຍລົງ.
ຊາວລາວ-ອາເມຣິກັນປະມານ 50 ຄົນ ໃນນະຄອນແອັດແລນຕາ, ລັດຈໍເຈຍ ໄດ້ຕິດພະຍາດໂຄວິດ-19 ແລະໃນນັ້ນ ມີຊາຍ ໜຸ່ມອາຍຸ 37 ປີ ຄົນນຶ່ງເສຍຊີວິດໄປ ຍ້ອນພະຍາດນີ້.
ໂຫລດຕື່ມອີກ
No live streaming currently available