ທ່ານປະທານາທິບໍດີສັງກັດພັກຣີພັບບລີກັນໄດ້ກ່າວວ່າ “ຮອງປະທານາທິບໍດີຄົນ ທີ່ຜ່ານມາຂອງພວກເຮົາ ໄດ້ຄັດຄ້ານການປະຕິຮູບທີ່ຖືກອຳນວຍໃຫ້ທຸກຄັ້ງ.”
ລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວວ່າ ທ້າວດີອາສ ເປັນຜູ້ຮັບຜິດຊອບ ໃນການເປີດໄຟຂຽວ ໃນການລອບສັງຫານທັງຫຼາຍ ທີ່ສັ່ງການໂດຍຫົວໜ້າແກັ່ງ MS-13 ທີ່ຕັ້ງຢູ່ໃນແອລຊາວາດໍ.
ສະຫະລັດ ບໍ່ມີກົດລະບຽບທົ່ວປະເທດ ທີ່ສັ່ງໃຫ້ຄົນພາກັນໃສ່ໜ້າກາກ ຢູ່ໃນສະຖານທີ່ສາທາລະນະ ໂດຍປ່ອຍໃຫ້ຂຶ້ນຢູ່ກັບລັດຕ່າງໆ.
ພວກຜູ້ສູງອາຍຸເປັນກຸ່ມທີ່ມີຄວາມສຽງສູງທີ່ສຸດ ຕໍ່ການຕິດພະຍາດໂຄວິດ-19 ຍ້ອນປັດໄຈຫຼາຍຢ່າງ ແລະການເສຍຊີວິດເປັນໄປໄດ້ສູງ.
ທ່ານ ທຣຳ ໄດ້ປະກາດ ວ່າ ທ່ານໄດ້ເຊັນກົດໝາຍ ການປົກຄອງຕົນເອງຂອງຮົງກົງ ແລະ ໄດ້ປະກາດ ດຳລັດສະບັບນຶ່ງ ເພື່ອສິ້ນສຸດການ ໃຫ້ຖານະການຄ້າພິເສດ ສຳລັບ ຮົງກົງ.
ບໍລິສັດຊີວະພາບ Moderna ແລະບໍລິສັດ Johson & Johnson ກຳລັງຢູ່ໃນຂັ້ນຕອນທົດລອງວັກຊີນ ກັນໂຄວິດ-19 ທີ່ໃຫ້ຄວາມຫວັງ.
ທ່ານ ຈີຣວາ ກ່າວວ່າ “ພວກເຮົາແມ່ນມີຄວາມເປັນຫ່ວງຫຼາຍ ກ່ຽວກັບ ການລະບາດນີ້.”
ຄະນະລັດຖະບານທ່ານທຣໍາ ຍົກເລີກກົດລະບຽບ ທີ່ຮຽກຮ້ອງໃຫ້ນັກສຶກສາສາກົນ ໂອນໄປຮຽນບ່ອນອື່ນ ຫລືບໍ່ກໍຕ້ອງອອກຈາກປະເທດໄປ ຖ້າຫາກໂຮງຮຽນຂອງເຂົາເຈົ້າ ສອນທາງອອນລາຍໝົດທຸກວິຊາ.
ມີສະມາຊິກ ປະຊາຄົມລາວອາເມຣິກັນ ຫຼາຍຄົນເສຍຊີວິດ ຢ່າງກະທັນຫັນ ຍ້ອນໂຄວິດ-19 ຢູ່ນະຄອນຮິວສຕັນ ລັດເທັກຊັສ.
ທ່ານເດີ ບລາຊີໂອ ໄດ້ກ່າວໄປວ່າ ທ່ານມີຄວາມເປັນຫ່ວງໂດຍສະເພາະກ່ຽວກັບຈຳນວນຄົນ ໃນຊ່ວງອາຍຸປະມານ 20 ປີ ທີ່ຕິດເຊື້ອໄວຣັດໂຄໂຣນາເພີ້ມຫຼາຍຂຶ້ນ.
ປະທານາທິບໍດີ ທຣໍາໄດ້ກ່າວຢໍ້າ ໃນວັນຈັນວານນີ້ວ່າ ທ່ານ “ມີການພົວພັນ ທີ່ດີຫລາຍ” ກັບ ດຣ. ອານໂທນີ ຟາວຈິ.
ທ່ານ ທຣຳ ໄດ້ສືບຕໍ່ຕຳໜິວິຈານທ່ານ ເຊັສເຊິນ, ລວມທັງຂໍ້ຄວາມທີ່ຂຽນ ໃນວັນເສົາທີ່ຜ່ານມາ ທີ່ເອີ້ນທ່ານວ່າ “ໄພພິບັດຜູ້ທີ່ໄດ້ເຮັດໃຫ້ພວກເຮົາທຸກຄົນຜິດຫວັງ.”
ໂຫລດຕື່ມອີກ
No live streaming currently available