ທ່ານເສົາກ່າວວ່າ ຫຼັງຈາກການລະບາດຂອງໂຄວິດ-19 ເລີ້ມຂຶ້ນແລ້ວ ທາງຮ້ານອາຫານຂອງທ່ານ ກໍບໍ່ໄດ້ອະນຸຍາດ ໃຫ້ພວກລູກຄ້າເຂົ້າໄປນັ່ງກິນຢູ່ຂ້າງຂອງຮ້ານ ເປັນເວລາເດືອນກວ່າໆ.
ທ່ານ ທຣຳ ແລະ ທ່ານ ເພັນສ໌ ບໍ່ໄດ້ເວົ້າຢ່າງແນ່ນອນວ່າ ແມ່ນຫຍັງທີ່ລົບກວນໃຈພວກເພິ່ນ ກ່ຽວກັບ ແນວທາງໃນປັດຈຸບັນ ຂອງ CDC.
ອັນນີ້ເປັນຄັ້ງທີສາມພາຍໃນຫົກປີ ທີ່ສານສູງສຸດໄດ້ຊັ່ງຊາກ່ຽວກັບການທ້າທາຍທາງກົດໝາຍ ຕໍ່ການຍົກເວັ້ນທາງດ້ານສາສະໜາ. ແຕ່ບັນຫາຂັດແຍ້ງກັນນີ້ ແມ່ນຍັງຈະບໍ່ສິ້ນສຸດງ່າຍ.
ຄະນະກຳມະການສະພາຕໍ່າຫຼາຍຄົນ ໄດ້ອອກໝາຍຮຽກ ຂໍບັນທຶກຈາກທະນາຄານສອງແຫ່ງ ຄື ທະນາຄານ Capital One ແລະ Deutsche Bank, ພ້ອມກັບບໍລິສັດບັນຊີ Mazars USA.
ສະຫະລັດມີຈຳນວນກໍລະນີຕິດເຊື້ອໄວຣັດໂຄວິດ-19 ທີ່ຖືກຢັ້ງຢືນຫຼາຍທີ່ສຸດໃນໂລກ ໂດຍມີຫຼາຍກວ່າ 1,800,000 ຄົນທີ່ຕິດເຊື້ອໄວຣັສ ແລະຈຳນວນການເສຍຊີວິດ ໃນເວລານີ້ ສູງຮອດ 107,175 ຄົນແລ້ວ.
ຄໍາເຫັນຂອງທ່ານພອມພຽວ ມີຂຶ້ນຢູ່ໃນອາທິດດຽວກັນ ກັບຫົວໜ້າອົງການ FBI, ທ່ານຄຣິສຕົຟເຟີ ເວຣ ທີ່ເອີ້ນການກະທໍາ ທີ່ເປັນການຈາລະກຳ ແລະລັກຂະໂມຍຂໍ້ມູນຂອງຈີນວ່າ “ເປັນໄພຂົ່ມຂູ່ອັນໃຫຍ່ຫລວງທີ່ສຸດ”
ພວກເພິ່ນຍັງໄດ້ໃຫ້ຄໍາເຫັນ ກ່ຽວກັບສາຍພົວພັນ ລະຫວ່າງສອງປະເທດ ທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນນັ້ນ.
ທ່ານ ທຣຳ ໄດ້ຂຽນໃນທວິດເຕີ ນຶ່ງວັນກ່ອນໜ້ານັ້ນວ່າ “ໂຮງຮຽນຕ້ອງເປີດ ໃນລະດູໃບໄມ້ຫຼົ່ນນີ້.”
ແຕ່ ດຣ. ຟາວຈີ ໄດ້ເຕືອນໃນຕົ້ນເດືອນນີ້ວ່າ ສະຫະລັດ ແມ່ນ “ຍັງຈົມເລິກ ເຖິງຫົວເຂົ່າໃນຄື້ນທຳອິດ” ຂອງໂຣກລະບາດຢູ່.
ບັນດາສະມາຊິກພັກຣີພັບບລີກັນ ໃນປັດຈຸບັນນີ້ ຄວບຄຸມສະພາສູງ ໂດຍມີບ່ອນນັ່ງໃນສະພາ 23 ບ່ອນໃນຈຳນວນ 35 ບ່ອນ ທີ່ຈະຕ້ອງໄດ້ເລືອກຕັ້ງກັນໃໝ່ ໃນປີນີ້.
ຈີນກໍາລັງແນເປົ້າໝາຍໃສ່ຄົນຈີນ ຕໍ່ຕ້ານລັດຖະບານຢູ່ໃນສະຫະລັດພາຍໃຕ້ ການດໍາເນີນຄວາມພະຍາຍາມ ຕ້ານການສໍ້ລາດບັງຫລວງ ແບບລັບໆ ໂດຍໃຊ້ກົນລະວິທີ ບັງຄັບໃຫ້ພວກຕໍາໜິລັດຖະບານ ກັບຄືນໄປຈີນ.
ສານສູງສຸດຂອງສະຫະລັດກ່າວວ່າ ທ່ານ ຈອນ ໂຣເບີດສ໌, ປະທານສານ ໄດ້ເຂົ້ານອນໂຮງໝໍຄືນນຶ່ງ ໃນເດືອນແລ້ວນີ້ ເພື່ອເປັນການປ້ອງກັນໄວ້ ພາຍຫລັງທີ່ໄດ້ລົ້ມ ຊຶ່ງເຮັດໃຫ້ຫົວຂອງທ່ານ ໄດ້ຮັບບາດເຈັບ.
ໂຫລດຕື່ມອີກ
No live streaming currently available