ທ່ານ ທຣຳ ໄດ້ຂຽນໃນທວິດເຕີ ນຶ່ງວັນກ່ອນໜ້ານັ້ນວ່າ “ໂຮງຮຽນຕ້ອງເປີດ ໃນລະດູໃບໄມ້ຫຼົ່ນນີ້.”
ແຕ່ ດຣ. ຟາວຈີ ໄດ້ເຕືອນໃນຕົ້ນເດືອນນີ້ວ່າ ສະຫະລັດ ແມ່ນ “ຍັງຈົມເລິກ ເຖິງຫົວເຂົ່າໃນຄື້ນທຳອິດ” ຂອງໂຣກລະບາດຢູ່.
ບັນດາສະມາຊິກພັກຣີພັບບລີກັນ ໃນປັດຈຸບັນນີ້ ຄວບຄຸມສະພາສູງ ໂດຍມີບ່ອນນັ່ງໃນສະພາ 23 ບ່ອນໃນຈຳນວນ 35 ບ່ອນ ທີ່ຈະຕ້ອງໄດ້ເລືອກຕັ້ງກັນໃໝ່ ໃນປີນີ້.
ຈີນກໍາລັງແນເປົ້າໝາຍໃສ່ຄົນຈີນ ຕໍ່ຕ້ານລັດຖະບານຢູ່ໃນສະຫະລັດພາຍໃຕ້ ການດໍາເນີນຄວາມພະຍາຍາມ ຕ້ານການສໍ້ລາດບັງຫລວງ ແບບລັບໆ ໂດຍໃຊ້ກົນລະວິທີ ບັງຄັບໃຫ້ພວກຕໍາໜິລັດຖະບານ ກັບຄືນໄປຈີນ.
ສານສູງສຸດຂອງສະຫະລັດກ່າວວ່າ ທ່ານ ຈອນ ໂຣເບີດສ໌, ປະທານສານ ໄດ້ເຂົ້ານອນໂຮງໝໍຄືນນຶ່ງ ໃນເດືອນແລ້ວນີ້ ເພື່ອເປັນການປ້ອງກັນໄວ້ ພາຍຫລັງທີ່ໄດ້ລົ້ມ ຊຶ່ງເຮັດໃຫ້ຫົວຂອງທ່ານ ໄດ້ຮັບບາດເຈັບ.
ໂດຍເນັ້ນໜັກເຖິງຄວາມຮັກຊາດ ແລະໃນຫົວຂໍ້ເລື້ອງປະຫວັດສາດດັ່ງເດີມ ຂອງອາເມຣິກາ ທ່ານທຣຳ ຮຽກຮ້ອງຕໍ່ຖານສຽງດ້ານການເມືອງຂອງທ່ານ ແລະຮ້ອງພວກຝ່າຍກົງກັນຂ້າມວ່າ ເປັນໄພອັນຕະລາຍ ສຳລັບປະເທດຊາດ.
ນັກສຶກສາສາກົນຈະຕ້ອງໄດ້ຖືກບັງຄັບ ໃຫ້ອອກໄປຈາກສະຫະລັດ ຫລືໂອນໄປຫາມະຫາວິທະຍາໄລອື່ນ ຖ້າຫາກໂຮງຮຽນຂອງເຂົາເຈົ້າ ສອນທາງອອນລາຍຈົນໝົດ ໃນພາກຮຽນລະດູໃບໄມ້ລົ່ນປີນີ້.
ການເພີ້ມຂຶ້ນຢ່າງຫຼວງຫຼາຍ ໃນກໍລະນີໃໝ່ຂອງໂຄວິດ-19 ໄດ້ກະຕຸ້ນໃຫ້ທາງການ ໃນບາງລັດ ທີ່ປະກອບດ້ວຍລັດ ຄາລີຟໍເນຍ ຟລໍຣີດາ ຕ້ອງໄດ້ວາງຂໍ້ຈຳກັດ ຄືນໃໝ່ອີກ.
ຜູ້ຊ່ຽວຊານ ດ້ານໂຣກຕິດຕໍ່ລະດັບສູງ ຂອງປະເທດ ໄດ້ເອີ້ນສະຖານະການ ຂອງການລະບາດນັ້ນວ່າ “ບໍ່ດີຫຼາຍ.”
ໃນຕົວຈິງແລ້ວ ຈໍານວນຄົນຕິດພະຍາດໂຄວິດ-19 ກັບສືບຕໍ່ ເພີ້ມສູງຂຶ້ນເລື້ອຍໆ ນັບແຕ່ຕົ້ນເດືອນເມສາ ຫາທ້າຍເດືອນມິຖຸນາ ທີ່ຜ່ານມານີ້.
ເມືອງ ແຮຣິສ, ເຊິ່ງຕັ້ງຢູ່ໃນເຂດນະຄອນ ຮູສຕັນ ໃນລັດ ເທັກຊັສ ນັ້ນ, ໄດ້ບັນທຶກນຶ່ງສ່ວນສີ່ ຂອງກໍລະນີໄວຣັສໂຄໂຣນາ ຈາກທັງໝົດ 35,000 ກໍລະນີ ຂອງເຂົາເຈົ້າໃນວັນເສົາທີ່ຜ່ານມາ.
ໃນລັດ ຄາໂຣໄລນາເໜືອ ເມື່ອທ້າຍອາທິດທີ່ຜ່ານມາ ໄດ້ມີລາຍງານການຕິດເຊື້ອໃໝ່ເກືອບ 1,500 ຄົນ.
ໂຫລດຕື່ມອີກ
No live streaming currently available