ເມືອງ ແຮຣິສ, ເຊິ່ງຕັ້ງຢູ່ໃນເຂດນະຄອນ ຮູສຕັນ ໃນລັດ ເທັກຊັສ ນັ້ນ, ໄດ້ບັນທຶກນຶ່ງສ່ວນສີ່ ຂອງກໍລະນີໄວຣັສໂຄໂຣນາ ຈາກທັງໝົດ 35,000 ກໍລະນີ ຂອງເຂົາເຈົ້າໃນວັນເສົາທີ່ຜ່ານມາ.
ໃນລັດ ຄາໂຣໄລນາເໜືອ ເມື່ອທ້າຍອາທິດທີ່ຜ່ານມາ ໄດ້ມີລາຍງານການຕິດເຊື້ອໃໝ່ເກືອບ 1,500 ຄົນ.
ທ່ານນາງເພໂລຊີກ່າວຕື່ມວ່າ “ຢ່າເຊື່ອໃນເລື້ອງນັ້ນ ແລະເຊັ່ນດຽວກັນ ກັບປະຊາຄົມສືບລັບ ພວກເຂົາເຈົ້າມີຂ່າວກອງພຽງພໍ ທີ່ຮູ້ຈັກວ່າ ພວກເຮົາຈະເຮັດຈັ່ງໃດ ກັບຂ່າວດັ່ງກ່າວ.”
ທ່ານທຣຳ ໄດ້ກ່າວວ່າ “ພວກຄົນງານໝັ້ນໃຈ ກ່ຽວກັບການຫາວຽກເຮັດງານທຳ. ຕະຫຼາດຮຸ້ນກຳລັງສູງຂຶ້ນ. ຕົວເລກທັງຫຼາຍເຫຼົ່ານີ້ ປະທານາທິບໍດີຄົນອື່ນ ຈະບໍ່ໄດ້ຮັບ.”
40 ຈາກ 50 ລັດໄດ້ລາຍງານການເພີ່ມຂຶ້ນໃນກໍລະນີໃໝ່, ແລະ ສະຖິຕິສຳລັບຕົວເລກຂອງກໍລະນີໃໝ່ໃນ ສະຫະລັດ ແມ່ນໄດ້ຖືກທຳລາຍທຸກໆວັນ.
ພະຍາດໂຄວິດ-19 ຍັງເອົາຊີວິດຂອງຄົນລາວ ຢູ່ທົ່ວສະຫະລັດໄປ ຕັ້ງຫລາຍຄົນ ທັງແກ່ແລະໜຸ່ມ ໃນເດືອນຜ່ານມານີ້ ຊຶ່ງນຶ່ງໃນນັ້ນກໍແມ່ນຜູ້ຊາຍ ຄົນນຶ່ງອາຍຸປະມານ 63 ປີ ຢູ່ເມືອງອາມາຣີລໂລ, ລັດເທັກຊັສ.
ທ່ານ ໂອບຣາຍເອັນ ຍັງໄດ້ກ່າວວ່າ ທຳນຽບຂາວໄດ້ເຮັດວຽກ ກ່ຽວກັບ ການຕອບໂຕ້ ທີ່ອາດເປັນໄປໄດ້ຕໍ່ ຣັດເຊຍ ວ່າເຂົາເຈົ້າຄວນໃຫ້ຂໍ້ມູນລັບເພີ່ມເຕີມ ເພື່ອຄວາມໜ້າເຊື່ອຖື ຂອງລາຍງານໃນເບື້ອງຕົ້ນ.
ສ່ວນລັດອື່ນໆ ທີ່ມີກໍລະນີຕິດພະຍາດໂຄວິດ-19 ໃນຈຳນວນເປັນປະຫວັດການໃໝ່ ພາຍໃນມື້ດຽວເມື່ອວັນພຸດວານນີ້ ແມ່ນຢູ່ໃນລັດອາລາສກາ ຈໍເຈຍ ຫລຸຍເຊຍນາ ຄາໂຣໄລນາເໜືອ ແລະເທັນເນສຊີ.
ທ່ານນາງໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າມັນແມ່ນລະບົບຄວາມຫວັ່ນໄຫວທີ່ຈຳເປັນຂອງປະເທດນີ້, ແລະ ຫຼັງຈາກນັ້ນປະຊາຊົນກໍຈະສາມາດເກັບໄປເຮັດວຽກຄືນ.”
ພວກເຂົາເຈົ້າເຕືອນວ່າ ການທົດລອງນັ້ນ ແມ່ນຢູ່ໃນຂັ້ນຕົ້ນ ແລະດັ່ງກັບທຸກໆຢາວັກຊີນທັງຫຼາຍ ສຳລັບພະຍາດອື່ນໆອີກຕ່າງຫາກ ພວກເຂົາເຈົ້າບໍ່ຮູ້ວ່າ ດົນປານໃດທີ່ຢາວັກຊີນ ຈະມີປະສິດທິພາບ.
ລັດຖະບານທ່ານທຣໍາ ກໍາລັງຈະເຮັດຕາມແຜນການ ຈັດງານສະຫລອງ ວັນເອກະລາດທີ 4 ກໍລະກົດ ໃນນະຄອນຫລວງ ວໍຊິງຕັນຢ່າງຄົບຊຸດ.
ທ່ານນາງແມັກອີນານີ ຍັງໄດ້ເຕືອນວ່າ ການເຮັດໃຫ້ຂໍ້ມູນຮົ່ວໄຫຼ ແລະການໃຫ້ຄວາມສົນໃຈ ຕໍ່ການກ່າວຫາທີ່ຍັງບໍ່ທັນໄດ້ຮັບການພິສູດເທື່ອນັ້ນ ໂດຍລວມແລ້ວ ຍັງໄດ້ສ້າງຄວາມອ່ອນແອ ໃຫ້ແກ່ປະເທດຊາດ.
ໂຫລດຕື່ມອີກ
No live streaming currently available