ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ຂໍໃຫ້ກຸ່ມ ຕາລີບານ ເອົາໃຈໃສ່ກັບຄຳໝັ້ນສັນຍາ ຂອງພວກເຂົາ ເພື່ອຢຸດການໂຈມຕີຕໍ່ທະຫານ ອາເມຣິກັນ ໃນ ອັຟການິສຖານ.
ນອກຈາກລັດ ອາຣິໂຊນາ ແລ້ວ, ທ່ານ ເພັນສ໌ ກໍຍັງຈະໄປຢ້ຽມຢາມລັດ ເທັກຊັສ ໃນອາທິດນີ້, ເຊິ່ງແມ່ນອີກລັດນຶ່ງ ທີ່ໄດ້ຮັບຜົນກະທົບໜັກສຸດ.
ອົງການຂ່າວສານໂລກ ຂອງສະຫະລັດ ໄດ້ແຕ່ງຕັ້ງທ່ານເອເລສ ບີເບີຣາຊ ທີ່ເປັນນັກຂ່າວຂອງສຽງອາເມຣິກາ ຫລື ວີໂອເອ ມາເປັນເວລາດົນນານແລ້ວນັ້ນ ໃຫ້ເປັນຜູ້ຮັກສາການ ອໍານວຍການຂອງອົງການດັ່ງກ່າວ.
ທ່ານໂຊນີ ດາວບັນດົນ ຊ່າງແປງລົດຂົນສົ່ງໃຫ້ແກ່ບໍລິສັດ YRC ຢຸ່ທີ່ລັດເທັກຊັສ ບໍ່ໄດ້ຮັບຜົນກະທົບຈາກການລະບາດໂຄວິດ-19 ແລະບໍລິສັດຍັງດຳເນີນບໍລິຫານຢູ່ 24 ຊົ່ວໂມງ ຈົນເຖິງເທົ້າປັດຈຸບັນ.
ທ່ານກ່າວວ່າ ປະທານາທິບໍດີທຣຳ ໄດ້ຮ້ອງຂໍຢ່າງເປັນການເປີດເຜີຍ ຕໍ່ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໃຫ້ຊື້ຜະລິດຕະພັນກະສິກຳຂອງສະຫະລັດ ເພື່ອຊ່ວຍໃຫ້ທ່ານຊະນະ ການເລືອກຕັ້ງເຂົ້າຮັບຕຳແໜ່ງຕື່ມອີກ.
ທ່ານແຣດຄລິຟ ແລະ ຜູ້ອຳນວຍການອົງການສືບລັບ CIA ຕ່າງກໍໄດ້ເປີດເຜີຍຖະແຫລງການຫຼາຍສະບັບໃນແລງວັນຈັນວານນີ້ ໂດຍກ່າວປົກປ້ອງ ການຮັບມືກັບຂໍ້ມູນລັບ ແລະຕ້ອງຕິການຮົ່ວໄຫລໄປໃຫ້ສື່ມວນຊົນ.
ໄວຣັສໂຄໂຣນາ ກໍາລັງແຜ່ຜາຍອອກຢ່າງວ່ອງໄວເກີນໄປ ແລະແຜ່ໄປຫາຫຼາຍໆລັດ ໃນສະຫະລັດ ຈົນເກີນກວ່າຄວາມສາມາດ ທີ່ຈະເອົາມັນໃຫ້ ຢູ່ພາຍໃຕ້ການ ຄວບຄຸມໄດ້.
ການລົງຄະແນນສຽງ 5 ຕໍ່ 4 ໂດຍມີ ປະທານຜູ້ພິພາກສາ ທ່ານຈອນ ໂຣເບີດສ໌ ລົງຄະແນນສຽງເຂົ້າຂ້າງກັບສະມາຊິກສານອີກສີ່ທ່ານທີ່ເປັນຝ່າຍເສລີນິຍົມ.
ຜູ້ພິພາກສາເສລີນິຍົມ ທ່ານນາງ ຣູທ໌ ເບເດີ ກິນສເບີກ ແລະ ທ່ານນາງ ໂຊເນຍ ໂຊໂຕມາຢໍ ໄດ້ກ່າວວ່າ ເຂົາເຈົ້າໜ້າຈະຟັງຄຳຄັດຄ້ານນັ້ນ.
ຢູ່ໃນລັດເທັກຊັສໂດຍສະເລ່ຍ ແລ້ວມີຄົນເປັນພະຍາດນີ້ລາຍໃໝ່ ປະມານ 5 ພັນຄົນຕໍ່ມື້ ຊຶ່ງເຮັດໃຫ້ລັດເທັກຊັສ ກາຍ ເປັນ 1 ໃນ 4 ລັດ ທີ່ມີການເພີ້ມຂຶ້ນ ຂອງກໍລະນີ ຄົນເປັນພະຍາດໂຄວິດ ຢ່າງວ່ອງໄວທີ່ສຸດ ໃນສະຫະລັດ.
ໃນລັດຕ່າງໆຂອງ ສະຫະລັດ ຄື ຟລໍຣິດາ, ເທັກຊັສ, ຄາລິຟໍເນຍ ແລະ ອາຣິໂຊນາ ແມ່ນລວມຢູ່ໃນບັນດາລັດ ທີ່ໄດ້ມີການເພີ່ມຂຶ້ນ ໃນກໍລະນີຂອງເຂົາເຈົ້າ.
ທ່ານເພັນສ໌ ກໍໄດ້ຍົກເລີກ ການເດີນທາງໄປຫາສຽງ ໃນສັບປະດາຈະມາເຖິງນີ້ ຢູ່ທີ່ລັດຟລໍຣີດາ ແລະອາຣີໂຊນາ ຍ້ອນຄວາມລະມັດລະວັງ ເພາະຈຳນວນກໍລະນີຕິດເຊື້ອໄວຣັສ ທີ່ເພີ້ມສູງຂຶ້ນ ຢູ່ໃນສອງລັດດັ່ງກ່າວ.
ໂຫລດຕື່ມອີກ
No live streaming currently available