ທ່ານ ເຈີໂຣລ ເດວິສ ເວົ້າວ່າ “ຄວາມຮູ້ສຶກຂອງຊາຍຜິວດໍາຄົນນຶ່ງ ບໍ່ເຄີຍໄດ້ຮັບຄວາມສົນໃຈເລີຍ ຍ້ອນວ່າ ຊາວຜິວຂາວ ໂດຍສະເພາະແລ້ວແມ່ນຕໍາຫລວດ ໄດ້ຖືກຝຶກອົບຮົມ ໃຫ້ຖືວ່າ ພວກເຂົາເຈົ້າ ບໍ່ແມ່ນມະນຸດ.”
ທຳນຽບຂາວ ໄດ້ປະກາດວ່າ ຕົນໄດ້ສົ່ງຢາ hydroxychloroquine ຫຼື HCQ 2 ລ້ານໂດສ ໄປໃຫ້ບຣາຊິລ ເພື່ອຊ່ວຍປະເທດອາເມຣິກາໃຕ້ ຕ້ານໄວຣັສໂຄໂຣນາ.
ທ່ານ ຄຣິສຕົຟເຟີ ແຄສຊີດີ ນັກບິນຂອງອົງການນາຊາ ແລະ ນັກເຫາະຈັກກະວານອານາໂຕລີ ອີວານິສຊິນ ແລະ ອີວານ ແວັກເນີ ຂອງຣັດເຊຍ ຈັບມືກັບຄູ່ຮ່ວມງານ ຂະນະທີ່ເຂົາເຈົ້າເຂົ້າໄປໃນ ສະຖານີອະວະກາດສາກົນ.
ເຫດການທີ່ເກີດຂຶ້ນຢູ່ໃນເຂດໃຈກາງນະຄອນຫຼວງວໍຊິງຕັນ ໃນລະຫວ່າງຄືນວັນເສົາຕໍ່ໃສ່ເຊົ້າວັນອາທິດນັ້ນ ແມ່ນໄດ້ສະທ້ອນໃຫ້ເຫັນເຫດການແບບດຽວກັນນີ້ຢູ່ໃນສິບກວ່າຫົວເມືອງຢູ່ໃນສະຫະລັດ.
ນີ້ແມ່ນຖ້ຽວບິນອະວະກາດທຳອິດ ທີ່ຖືກສົ່ງໂດຍຈະຫຼວດ ຂອງບໍລິສັດເອກກະຊົນ ເກືອບນຶ່ງທົດສະວັດ ຫຼັງຈາກໄດ້ມີການສົ່ງນັກບິນອະວະກາດເທື່ອສຸດທ້າຍ ຈາກດິນແດນຂອງສະຫະລັດ.
ທ່ານກີຢຸກ ໄດ້ກ່າວອີກວ່າ “ຄ່າສົ່ງຍານອະວະກາດ Shuttle ແມ່ນປະມານເຄິ່ງຕື້ໂດລາ. ຊິ້ນສ່ວນບາງຢ່າງຂອງບໍລິສັດ Space X ນຳມາໃຊ້ຄືນໄດ້ ຄາດໝາຍວ່າ ຈະມີລາຄາປະມານ 50 ລ້ານໂດລາ.
ສະມາຊິກສະພາສູງກຸ່ມນຶ່ງ ຈາກທັງສອງພັກການເມືອງ ຮຽກຮ້ອງໃຫ້ມີການຢືນສະຫງົບ ສະຕິອາລົມ ຊົ່ວຂະນະນຶ່ງ ເພື່ອໄວ້ອາໄລ ໃນທົ່ວປະເທດ ໃຫ້ແກ່ພວກເຄາະຮ້າຍ ທີ່ເສຍຊີວິດຫຼາຍກວ່າ 100,000 ຄົນ.
ເຈົ້າຄອງນະຄອນມິນນີອາໂພລິສ ທ່ານເຈກັບ ເຟຣ ປະກາດພາວະສຸກເສີນ ທີ່ເຕັມໄປດ້ວຍຄວາມເຄັ່ງຕືງ ບ່ອນ ທ້າວຈອຣຈ໌ ຟລອຍ ຄົນອາເມຣິກັນເຊື້ອສາຍອາຟຣິກາ ຖືກຕຳຫຼວດຄົນຂາວ ເອົາຫົວເຂົ່າຂອງລາວ ໜີບໃສ່ຄໍຈົນຕາຍ. ໄດ້ເສຍຊີວິດ
ປະທານາທິບໍດີ ໄດ້ກ່າວຕື່ມວ່າ ມາດຕະການຂອງທ່ານນັ້ນ ແມ່ນເພື່ອ “ປົກປ້ອງ ແລະຮັກສາສິດເສລີພາບ ໃນການສະແດງຄວາມຄິດເຫັນ ຂອງປະຊາຊົນຊາວອາເມຣິກັນ.”
ຢູ່ໃນຂະແໜງ ການຂົນສົ່ງທາງອາກາດຢູ່ໃນສະຫະລັດນັ້ນ ໂດຍລວມແລ້ວ ແມ່ນມີການບໍລິການຂອງສາຍການບິນຕ່າງໆ ຫລຸດລົງຢ່າງຫລວງຫລາຍ ນັບແຕ່ມີການປິດປະເທດ ແລະ ລັດຕ່າງໆໄວ້.
ປັດຈຸບັນນີ້ ສະຫະລັດມີຜູ້ເສຍຊີວິດ ຍ້ອນໂຄວິດ-19 ຫຼາຍກວ່າ 100,000 ຄົນແລ້ວ ຊຶ່ງເປັນຈຳນວນທີ່ຫຼາຍກວ່າ ການເສຍຊີວິດ ຂອງສະຫະລັດ ຢູ່ໃນສົງຄາມຫວຽດນາມ ແລະເກົາຫຼີ ຮວມເຂົ້າກັນ.
ທ່ານໂຄໂມກ່າວວ່າ “ຖ້າເຈົ້າບໍ່ໃຫ້ການຊ່ວຍເຫຼືຶອ ແກ່ລັດຖະບານທ້ອງຖິ່ນແລ້ວ ມັນຈະຊ່ວຍປະເທດຊາດຟື້ນໂຕຄືນໄດ້ແບບໃດ? ບໍ່ມີປະເທດໃດ ທີ່ປາສະຈາກລັດຕ່າງໆ.”
ໂຫລດຕື່ມອີກ
No live streaming currently available