ສະມາຊິກສະພາສູງກຸ່ມນຶ່ງ ຈາກທັງສອງພັກການເມືອງ ຮຽກຮ້ອງໃຫ້ມີການຢືນສະຫງົບ ສະຕິອາລົມ ຊົ່ວຂະນະນຶ່ງ ເພື່ອໄວ້ອາໄລ ໃນທົ່ວປະເທດ ໃຫ້ແກ່ພວກເຄາະຮ້າຍ ທີ່ເສຍຊີວິດຫຼາຍກວ່າ 100,000 ຄົນ.
ເຈົ້າຄອງນະຄອນມິນນີອາໂພລິສ ທ່ານເຈກັບ ເຟຣ ປະກາດພາວະສຸກເສີນ ທີ່ເຕັມໄປດ້ວຍຄວາມເຄັ່ງຕືງ ບ່ອນ ທ້າວຈອຣຈ໌ ຟລອຍ ຄົນອາເມຣິກັນເຊື້ອສາຍອາຟຣິກາ ຖືກຕຳຫຼວດຄົນຂາວ ເອົາຫົວເຂົ່າຂອງລາວ ໜີບໃສ່ຄໍຈົນຕາຍ. ໄດ້ເສຍຊີວິດ
ປະທານາທິບໍດີ ໄດ້ກ່າວຕື່ມວ່າ ມາດຕະການຂອງທ່ານນັ້ນ ແມ່ນເພື່ອ “ປົກປ້ອງ ແລະຮັກສາສິດເສລີພາບ ໃນການສະແດງຄວາມຄິດເຫັນ ຂອງປະຊາຊົນຊາວອາເມຣິກັນ.”
ຢູ່ໃນຂະແໜງ ການຂົນສົ່ງທາງອາກາດຢູ່ໃນສະຫະລັດນັ້ນ ໂດຍລວມແລ້ວ ແມ່ນມີການບໍລິການຂອງສາຍການບິນຕ່າງໆ ຫລຸດລົງຢ່າງຫລວງຫລາຍ ນັບແຕ່ມີການປິດປະເທດ ແລະ ລັດຕ່າງໆໄວ້.
ປັດຈຸບັນນີ້ ສະຫະລັດມີຜູ້ເສຍຊີວິດ ຍ້ອນໂຄວິດ-19 ຫຼາຍກວ່າ 100,000 ຄົນແລ້ວ ຊຶ່ງເປັນຈຳນວນທີ່ຫຼາຍກວ່າ ການເສຍຊີວິດ ຂອງສະຫະລັດ ຢູ່ໃນສົງຄາມຫວຽດນາມ ແລະເກົາຫຼີ ຮວມເຂົ້າກັນ.
ທ່ານໂຄໂມກ່າວວ່າ “ຖ້າເຈົ້າບໍ່ໃຫ້ການຊ່ວຍເຫຼືຶອ ແກ່ລັດຖະບານທ້ອງຖິ່ນແລ້ວ ມັນຈະຊ່ວຍປະເທດຊາດຟື້ນໂຕຄືນໄດ້ແບບໃດ? ບໍ່ມີປະເທດໃດ ທີ່ປາສະຈາກລັດຕ່າງໆ.”
ທ່ານນາງວຽງແກ້ວ ຍັງກ່າວອີກວ່າ ຢູ່ແຊນດີເອໂກ ດຽວນີ້ ມີໂຮງໝໍໃຫຍ່ທັງໝົດ 20 ແຫ່ງ ແລະຄວາມສາມາດໃນການຮັບເອົາຜູ້ຕິດເຊື້ອໄວຣັສໂຄໂຣນາໄດ້ຫຼາຍເຖິງ 6,000 ຕຽງ ແລະດຽວນີ້ ມີຜູ້ຕິດເຊື້ອໄວຣັສໂຄໂຣນາພຽງ 404 ຄົນ ທີ່ໄດ້ຮັບການຢືນຢັນວ່າ ຮັກສາຢູ່ໃນໂຮງໝໍ ແລະຢູ່ໃນຫ້ອງສຸກເສີນມີຢູ່ 150 ຄົນ
ອົງການນາຊາ ໄດ້ເລື່ອນການຍິງຈະຫລວດ ສົ່ງຍານອະວະກາດ ຂອງບໍລິສັດ Space X ຊຶ່ງເປັນຖ້ຽວບິນອະວະກາດ ຂອງບໍລິສັດເອກກະຊົນ ທີ່ມີນັກບິນຂຶ້ນໄປນຳ ເປັນຄັ້ງທໍາອິດ ໃນປະຫວັດສາດ.
ສ່ວນພັກເດໂມແຄຣັດ ມີກຳນົດຈະຈັດກອງປະຊຸມໃຫຍ່ແຫ່ງຊາດ ທີ່ເມືອງມິລວອກກີ ໃນລັດວິສຄອນຊິນ ແຕ່ການຈຳກັດຮັດແຄບ ກ່ຽວກັບໄວຣັສໂຄໂຣນາ ອາດຈະເຮັດໃຫ້ແຜນການເຫຼົ່ານັ້ນ ມີການປ່ຽນແປງ.
ຍານາງວັນເນົາ ຫຼວງສີໂຍທາ ຫົວໜ້າພະນັກງານຜະລິດເຄື່ອງໃຊ້ການແພດ ທີ່ບໍລິສັດ Lake Region Medical Devices ທີ່ເມືອງ Shakopee ລັດ Minnesota ໄດ້ຖືກນາຍໝໍໄດ້ສັ່ງ ໃຫ້ກັກໂຕຢູ່ບ້ານເປັນເວລາ 14 ມື້.
ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ແລະຮອງປະທານາທິບໍດີ ໄມຄ໌ ເພັນສ໌ ຄາດວ່າ ຈະໄປສູນກາງອະວະກາດເຄັນເນດີ ໃນລັດຟລໍຣີດາ ເພື່ອຊົມການປ່ອຍຍານອະວະກາດດັ່ງກ່າວ ໃນວັນພຸດມື້ນີ້.
ບັນດາເຈົ້າໜ້າທີ່ ບໍ່ໄດ້ໃຫ້ເຫດຜົນ ທີ່ສະເພາະເຈາະຈົງໃດໆ ເພື່ອນຳໃຊ້ມາດຕະການຫ້າມໄວຂຶ້ນ ຈາກທີ່ຕົນໄດ້ວາງແຜນ ທີ່ຈະເລີ້ມນຳໃຊ້ ໃນວັນພະຫັດຈະມາເຖິງນີ້.
ໂຫລດຕື່ມອີກ
No live streaming currently available