ທ່ານນາງກວຽນ ດິນ ຜູ້ອຳນວຍການອົງການເຊຍແຣກ (SEARAC) ກ່າວວ່າ ການລົງໂທດດັ່ງກ່າວ ອາດມີຜົນກະທົບຕໍ່ 6 ພັນກວ່າຄົນ ຮວມທັງ 2 ພັນຄົນທີ່ພວມລໍຖ້າວີຊາ ແລະ 4 ພັນກວ່າຄົນ ອາດຖືກເນລະເທດໄປລາວ.
ແຕ່ທ່ານທຣຳ ຍັງໄດ້ປະກາດ ການສະໜັບສະໜູນຂອງທ່ານ ຕໍ່ຕຳຫຼວດ ໂດຍເວົ້າວ່າ “ປະຊາຊົນອາເມຣິກັນ ຕ້ອງການກົດໝາຍ ແລະຄວາມເປັນລະບຽບຮຽບຮ້ອຍ.”
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ ພົບປະເຈລະຈາກັນ ກັບຫົວໜ້ານັກການທູດຈີນ, ສະມາຊິກກົມການເມືອງສູນກາງພັກ ຢາງ ເຈຍຈີ (Yang Jiechi) ໃນລັດຮາວາຍ.
ມາດຕະການດັ່ງກ່າວ ຍັງຮຽກຮ້ອງໃຫ້ບັນດາອົງການ ທີ່ອອກໃບປະກາດສະນິຍາບັດ ຝຶກຊ້ອມພວກເຈົ້າໜ້າທີ່ ກ່ຽວກັບ ເຕັກນິກການຜ່ອຍຄາຍ ສະຖານະການ ແລະມາດຕະຖານການໃຊ້ກຳລັງ.
ເສດຖະກິດ ຂອງສະຫະລັດຈະບໍ່ເລີ້ມຟື້ນຕົວຄື ນຢ່າງເຕັມສ່ວນ ຈົນກວ່າວ່າ ປະຊາຊົນອາເມຣິກັນຈະມີຄວາມໝັ້ນໃຈໄດ້ວ່າ ການລະບາດຢ່າງໜັກ ຂອງພະຍາດໂຄວິດ-19 ແມ່ນຢູ່ພາຍໃຕ້ການຄວບຄຸມໄດ້ແລ້ວ.
ຮ້ານອາຫານລາວອາເມຣິກັນ ຢູ່ນະຄອນຫຼວງວໍຊິງຕັນ ຮວມຢູ່ໃນບັນດາທຸລະກິຕ່າງໆ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ແຕ່ຍັງໄດ້ຮັບຜົນກະທົບ ຈາກການປະທ້ວງຕື້ມເຂົ້າໃສ່ອີກ.
ສານສູງສຸດທີ່ຄວບຄຸມໂດຍຜູ້ພິພາກສາຫົວອະນຸລັກນິຍົມ ໄດ້ລົງຄວາມເຫັນວ່າ “ຜູ້ວ່າຈ້າງທີ່ໄດ້ປົດບຸກຄົນໃດນຶ່ງອອກ ຍ້ອນວ່າເປັນກະເທີຍ ຫຼື ຜູ້ປ່ຽນເພດ” ເປັນການລະ ເມີດຂໍ້ທີ 7 ຂອງກົົດໝາຍສິດທິພົນລະເມືອງ ປີ 1964.
ຄອບຄົວຂອງຊາຍຜິວດໍາທີ່ຖືກຍິງ ແລະຂ້າຕາຍໂດຍຕໍາຫລວດ ຢູ່ໃນນະຄອນແອັດແລນຕາ ທາງພາກໃຕ້ຂອງສະຫະລັດນັ້ນ ໄດ້ຮຽກຮ້ອງໃຫ້ມີ “ການປ່ຽນແປງ ຢ່າງໃຫຍ່ຫຼວງ” ຢູ່ໃນວຽກງານ ຂອງຕໍາຫລວດ.
ການປະຕິຮູບໃນຫຼາຍໆດ້ານ ຕໍ່ບົດບາດໜ້າທີ່ຂອງຕຳຫຼວດໃນທົ່ວປະເທດແມ່ນ ກຳລັງຢູ່ພາຍໃຕ້ການພິຈາລະນາໃນລັດຖະສະພາ.
ຜູ້ອຳນວຍການ ຂອງສຽງອາເມຣິກາ ຫຼື VOA ທ່ານນາງ ອາແມນດາ ເບັນເນັດ ແລະ ຜູ້ຮອງຂອງເພິ່ນ, ທ່ານນາງ ແຊນດີ ຊູກາວາຣາ, ໄດ້ລາອອກຈາກຕຳແໜ່ງ ໃນວັນຈັນວານນີ້.
ແມ່ຍິງລາວຄົນນຶ່ງ ທີ່ອາໄສຢູ່ໃນລັດແມັສຊາຈູແຊສ, ທາງພາກເໜືອຂອງສະຫະລັດນັ້ນ ບອກວ່າ ການຈໍາແນກຜິວພັນຂອງຄົນຫຼາຍຄົນ ໂດຍສະເພາະ ຄົນຜິວຂາວ ຕໍ່ຊາວຜິວດໍາ ຢູ່ໃນສະຫະລັດນັ້ນ ແມ່ນມີຈິງ,
ທ່ານນາງ ຊີລດສ໌ ໄດ້ລາອອກ ໃນວັນເສົາທີ່ຜ່ານມາ ແມ່ນກະທັ້ງທີ່ ການສືບສວນສອບສວນ ກ່ຽວກັບ ການຍິງດັ່ງກ່າວບໍ່ທັນໄດ້ເລີ່ມຂຶ້ນເລີຍ.
ໂຫລດຕື່ມອີກ
No live streaming currently available