ໃນການກ້າວເຂົ້າສູ່ ອາທິດທີຫົກ ຂອງຄຳສັ່ງໃຫ້ຢູ່ໃນບ້ານນັ້ນ, ບັນດາສະມາຊິກສະພາຕໍ່າ ແມ່ນຫາກໍ່ປັບຕົວໄດ້ ດ້ວຍການຈັດກອງປະຊຸມ ຜ່ານທາງອິນເຕີເນັດ.
ທຸລະກິດທີ່ບໍ່ຈຳເປັນຈຳນວນນຶ່ງ ເຊັ່ນຮ້ານດັດຜົມ ຮ້ານເຮັດເລັບ ບ່ອນອອກກຳລັງກາຍ ແລະຮ້ານສັກລາຍ ໄດ້ຮັບອະນຸຍາດ ໃຫ້ເປີດຄືນແລ້ວ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກ່າວວ່າ ທ່ານມີ “ຄວາມເຊື່ອໝັ້ນສູງ” ທີ່ການແຜ່ລະບາດຂອງໄວຣັສໂຄໂຣນາ ໄດ້ມາຈາກ ຫ້ອງທົດລອງຂອງຈີນ.
ເຈົ້າຄອງນະຄອນ ລອສ ແອນເຈີລິສ ທ່ານ ເອຣິກ ກາເຊັດຕິ ໄດ້ກ່າວໃນວັນພຸດວານນີ້ວ່າ ນະຄອນຂອງທ່ານ ແມ່ນກຳລັງຂະຫຍາຍ ສະຖານທີ່ກວດໂຣກ ເພື່ອຕ້ອນຮັບທຸກຄົນ ຜູ້ທີ່ຢາກກວດ.
“ຢາ ເຣມເດີຊີເວຍ (Remdesivir) ມີຄວາມຊັດເຈນ, ໄດ້ຮັບຜົນທີ່ດີຫຼາຍຢ່າງໜ້າພໍໃຈໃນການເຮັດໃຫ້ການຟື້ນຕົວຄືນໃນໄລຍະທີ່ສັ້ນລົງ” ທ່ານໝໍ ຟາວຈີ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ໃນຫ້ອງການຮູບຊົງໄຂ່ຂອງທຳນຽບຂາວ.
ກຳປັ່ນບັນທຸກເຮືອບິນດັ່ງກ່າວ ແມ່ນກຳປັ່ນກອງທັບເຮືອ ສະຫະລັດ ລຳທຳອິດ ທີ່ໄດ້ປະເຊີນກັບ ການລະບາດຄັ້ງໃຫຍ່ຂອງ COVID-19 ຢູ່ທະເລ.
ທະນາຄານກາງສະຫະລັດ ຊຶ່ງໄດ້ຕັດອັດຕາອອກເບ້ຍລົງໄປແລ້ວ ເກືອບຮອດສູນເປີເຊັນ ກໍໄດ້ປະຕິຍານໃນຕອນທ້າຍຂອງກອງປະຊຸມວ່າ ຈະເອົາບາດກ້າວໃດໆ ທີ່ຕົນສາມາດ ກອບກູ້ເສດຖະກິດ ຂອງສະຫະລັດ ໄວ້.
ກະຊວງຕ່າງປະເທດສະຫະລັດ ຈະພິມເຜີຍແຜ່ລາຍງານ ເພື່ອຊັ່ງຊາເບິ່ງການປົກຄອງຕົນເອງ ຂອງຮົງກົງ ແລະສະແດງຄວາມເປັນຫ່ວງ ກ່ຽວກັບ ການໃຊ້ກຳລັງ ຫຼືວິທີແບບໜັກມືແລະເຄັ່ງຄັດເກີນໄປ ຢູ່ໃນຮົງກົງ.
ການລະບາດຂອງໂຄວິດ-19 ຢູ່ທີ່ລັດວໍຊິງຕັນ ເຮັດໃຫ້ບາງຄົນ ມີຄວາມລະມັດລະວັງຕື່ມຂຶ້ນ ໃນຂະນະທີ່ອີກບາງຄົນເວົ້າວ່າ ບໍ່ຄວນຢ້ານຈົນເກີນໄປ.
ທ້າມກາງການລະບາດຢ່າງໜັກ ຂອງໄວຣັສໂຄໂຣນາ ທີ່ກໍາລັງທໍາລາຍ ເສດຖະກິດຂອງສະຫະລັດຢູ່ນີ້ ທຸລະກິດຂະໜາດນ້ອຍຫລາຍບໍລິສັດ ຕ້ອງໄດ້ເພິ່ງພາລັດຖະບານ ເພື່ອຈ່າຍຄ່າທີ່ຈໍາເປັນໂດຍສະເພາະ ແມ່ນເງິນເດືອນ.
ມັນມີລາຍງານຕ່າງໆ ກ່ຽວກັບ ການເພີ່ມຂຶ້ນໃນຕົວເລກຂອງກໍລະນີໃໝ່ໃນລັດ ຕ່າງໆ ທີ່ໄດ້ເລີ່ມຜ່ອນເບົາຂໍ້ຫ້າມທັງຫຼາຍ ລວມທັງລັດ ຈໍເຈຍ, ໄອໂອວາ, ເທັນເນັສຊີ ແລະ ເທັກຊັສ.
ການປ່ຽນໃຈທີ່ວ່ານັ້ນແມ່ນສັນຍານຫຼ້າສຸດທີ່ວ່າ ບັນດາສະມາຊິກສະພາຍັງດີ້ນ ຮົນທີ່ຈະປັບຕົວເຂົ້າກັບສິ່ງທ້າທາຍແບບບໍ່ເຄີຍມີມາກ່ອນ ກ່ຽວກັບ ໂຣກລະ ບາດລະດັບໂລກ.
ໂຫລດຕື່ມອີກ
No live streaming currently available